|
| 1 |
|
| ເມື່ອກຳລັງອ່ານກົດບັນຍັດຂອງໂມເຊດ້ວຍສຽງອັນດັງໃຫ້ປະຊາຊົນຟັງຢູ່ນັ້ນ ພວກເຂົາກໍອ່ານມາຮອດຕອນທີ່ໄດ້ກ່າວວ່າ ບໍ່ມີຊາວອຳໂມນ ຫລືຊາວໂມອາບໃດໆ ໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມກັບປະຊາຊົນຂອງພຣະເຈົ້າ. |
|
| 2 |
|
| ເລື່ອງນີ້ໄດ້ສືບເນື່ອງມາຈາກຊາວອຳໂມນ ແລະຊາວໂມອາບ ບໍ່ຍອມໃຫ້ອາຫານ ແລະນໍ້າແກ່ຊາວອິດສະຣາເອນ ໃນຄາວທີ່ພວກເຂົາໄດ້ໜີອອກມາຈາກປະເທດເອຢິບ. ແຕ່ພວກເຂົາຊໍ້າພັດໃຊ້ເງິນໄປຈ້າງບາລາອາມ ເພື່ອມາສາບແຊ່ງຊາດອິດສະຣາເອນ; ແຕ່ພຣະເຈົ້າຂອງພວກເຮົາໄດ້ປ່ຽນຄຳສາບແຊ່ງມາເປັນຄຳອວຍພອນ. |
|
| 3 |
|
| ເມື່ອປະຊາຊົນອິດສະຣາເອນໄດ້ຍິນກົດບັນຍັດທີ່ໄດ້ອ່ານນີ້ ພວກເຂົາຈຶ່ງໄລ່ຄົນຕ່າງຊາດທັງໝົດອອກໄປຈາກທີ່ຊຸມນຸມຂອງປະຊາຊົນ. |
|
| 4 |
|
| ປະໂຣຫິດເອລີອາຊິບ ຜູ້ທີ່ຮັບຜິດຊອບຄັງມ້ຽນເຄື່ອງຂອງພຣະວິຫານ ໄດ້ມີຄວາມສຳພັນທີ່ດີກັບໂຕບີຢາເປັນເວລາດົນນານ. |
|
| 5 |
|
| ເພິ່ນໄດ້ອະນຸຍາດໃຫ້ໂຕບີຢາໃຊ້ຫ້ອງໃຫຍ່ຫ້ອງໜຶ່ງ ຊຶ່ງແຕ່ກ່ອນໄດ້ໃຊ້ມ້ຽນເຄື່ອງຖວາຍໂດຍສະເພາະເຊັ່ນ: ພືດຜົນເປັນເມັດກັບເຄື່ອງຫອມ, ເຄື່ອງໃຊ້ປະຈຳພຣະວິຫານ, ເຄື່ອງຖວາຍຕ່າງໆສຳລັບບັນດາປະໂຣຫິດ ແລະໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດທີ່ໄດ້ຖວາຍໃຫ້ຊາວເລວີ, ໃຫ້ພວກນັກຮ້ອງ ແລະໃຫ້ພວກຄົນເຝົ້າຍາມ. |
|
| 6 |
|
| ໃນຂະນະທີ່ເກີດເລື່ອງເຊັ່ນນີ້ ຂ້າພະເຈົ້າບໍ່ໄດ້ຢູ່ໃນນະຄອນເຢຣູຊາເລັມ ເພາະວ່າໃນຣາຊການປີທີສາມສິບສອງຂອງເຈົ້າອາກຕາເຊເຊັດ ໄດ້ເປັນກະສັດຂອງນະຄອນບາບີໂລນນັ້ນ ຂ້າພະເຈົ້າໄດ້ກັບຄືນໄປລາຍງານຕໍ່ເພິ່ນ. |
|
| 7 |
|
| ຕໍ່ມາບໍ່ດົນ ຂ້າພະເຈົ້າກໍໄດ້ຮັບອະນຸຍາດຈາກເພິ່ນ ໃຫ້ກັບຄືນມານະຄອນເຢຣູຊາເລັມ. ຢູ່ທີ່ນະຄອນເຢຣູຊາເລັມນີ້ ຂ້າພະເຈົ້າຕົກຕະລຶງເມື່ອເຫັນວ່າ ເອລີອາຊິບໄດ້ອະນຸຍາດໃຫ້ໂຕບີຢາ ໃຊ້ຫ້ອງໃນວິຫານຂອງພຣະເຈົ້າ. |
|
| 8 |
|
| ຂ້າພະເຈົ້າໂກດຮ້າຍຫລາຍ ແລະໂຍນສິ່ງທັງໝົດທີ່ເປັນຂອງໂຕບີຢານັ້ນອອກໄປ. |
|
| 9 |
|
| ຂ້າພະເຈົ້າສັ່ງໃຫ້ເຮັດພິທີຊຳລະຫ້ອງນີ້ຈາກມົນທິນ ແລະໃຫ້ນຳເຄື່ອງໃຊ້ປະຈຳວິຫານຂອງພຣະເຈົ້າ, ເຄື່ອງຖວາຍພືດຜົນເປັນເມັດ ແລະເຄື່ອງຫອມຄືນມາໄວ້ບ່ອນເກົ່າ. |
|
| 10 |
|
| ຂ້າພະເຈົ້າຮູ້ເຊັ່ນກັນວ່າ ພວກນັກຮ້ອງ ແລະຊາວເລວີຄົນອື່ນໆ ໄດ້ໜີຈາກນະຄອນເຢຣູຊາເລັມ ແລະກັບຄືນໄປເຮັດໄຮ່ເຮັດນາຂອງພວກເຂົາ ເພາະປະຊາຊົນບໍ່ໄດ້ບໍລິຈາກເຄື່ອງຂອງໃຫ້ພວກເຂົາພຽງພໍເພື່ອການດຳລົງຊີວິດຢູ່. |
|
| 11 |
|
| ຂ້າພະເຈົ້າຈຶ່ງຕິຕຽນບັນດາຂ້າຣາຊການທີ່ໄດ້ລະເລີຍຕໍ່ວິຫານຂອງພຣະເຈົ້າ. ແລ້ວຂ້າພະເຈົ້າກໍເຕົ້າໂຮມເອົາຊາວເລວີແລະພວກນັກຮ້ອງ ໃຫ້ກັບຄືນມາປະຈຳໜ້າທີ່ຂອງພວກເຂົາອີກ ແລະໃຫ້ພວກເຂົາປະຕິບັດໜ້າທີ່ຄືນໃໝ່. |
|
| 12 |
|
| ຕໍ່ມາ ປະຊາຊົນອິດສະຣາເອນທຸກຄົນຈຶ່ງເລີ່ມຕົ້ນນຳໜຶ່ງສ່ວນສິບ ມາສູ່ຄັງຂອງພຣະວິຫານເຊັ່ນ: ພືດຜົນເປັນເມັດ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ. |
|
| 13 |
|
| ຂ້າພະເຈົ້າໄດ້ແຕ່ງຕັ້ງບຸກຄົນດັ່ງຕໍ່ໄປນີ້ໃຫ້ຮັບຜິດຊອບຄັງຂອງພຣະວິຫານ: ປະໂຣຫິດເຊເລມີຢາ; ຊາດົກນັກຮຽນຮູ້ດ້ານກົດບັນຍັດ ແລະເປດາອີຢາຄົນເລວີ. ຮານານລູກຊາຍຂອງຊັກກູເຣ ແລະຫລານຊາຍຂອງມັດຕານີຢາ ເປັນຜູ້ຊ່ວຍຂອງພວກເຂົາ. ຂ້າພະເຈົ້າຮູ້ວ່າ ຄົນເຫຼົ່ານີ້ເປັນທີ່ໄວ້ວາງໃຈໄດ້ ແລະເປັນຄົນສັດຊື່ໃນການແຈກຢາຍເຄື່ອງຂອງໃຫ້ແກ່ພີ່ນ້ອງທີ່ເຮັດວຽກດ້ວຍກັນ. |
|
| 14 |
|
| ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຊົງໂຜດຈົດຈຳສິ່ງດີໆທັງໝົດເຫຼົ່ານີ້ ທີ່ຂ້ານ້ອຍໄດ້ເຮັດສຳລັບວິຫານຂອງພຣະເຈົ້າຂອງຂ້ານ້ອຍ ແລະການຮັບໃຊ້ພຣະອົງໃນທີ່ນັ້ນດ້ວຍເຖີດ. |
|
| 15 |
|
| ໃນເວລານັ້ນ ຂ້າພະເຈົ້າໄດ້ເຫັນປະຊາຊົນທີ່ແຂວງຢູດາຍ ບີບໝາກອະງຸ່ນໃນວັນຊະບາໂຕ. ພວກອື່ນອີກພວມຂົນເອົາພືດຜົນເປັນເມັດ, ເຫຼົ້າອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະສິ່ງຂອງອື່ນໆໃສ່ເທິງຫລັງລໍຂອງພວກເຂົາ ນຳມາທີ່ນະຄອນເຢຣູຊາເລັມ; ຂ້າພະເຈົ້າໄດ້ເຕືອນພວກເຂົາບໍ່ໃຫ້ຂາຍສິ່ງໃດໆໃນວັນຊະບາໂຕ. |
|
| 16 |
|
| ມີຊາວເມືອງຕີເຣບາງຄົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ໄດ້ນຳປາ ແລະສິນຄ້ານາໆຊະນິດທີ່ມີໃນເມືອງ ມາຂາຍໃຫ້ປະຊາຊົນຂອງພວກເຮົາໃນວັນຊະບາໂຕ. |
|
| 17 |
|
| ຂ້າພະເຈົ້າໄດ້ກ່າວປະນາມບັນດາຜູ້ນຳຊາວຢິວ ໂດຍບອກພວກເຂົາວ່າ, “ເບິ່ງຄວາມຊົ່ວຊ້າທີ່ພວກເຈົ້າກຳລັງເຮັດດູ ພວກເຈົ້າກຳລັງເຮັດໃຫ້ວັນຊະບາໂຕຂາດຄວາມສັກສິດ. |
|
| 18 |
|
| ສະນັ້ນ ພຣະເຈົ້າຈຶ່ງລົງໂທດບັນພະບຸລຸດຂອງພວກເຈົ້າ ເມື່ອພຣະອົງໄດ້ນຳຄວາມຈິບຫາຍມາສູ່ເມືອງນີ້ ແລະດຽວນີ້ພວກເຈົ້າຍັງຂືນເຮັດ ໃຫ້ພຣະອົງໂກດຮ້າຍຊາດອິດສະຣາເອນຢູ່ ໂດຍເຮັດໃຫ້ວັນຊະບາໂຕຂາດຄວາມສັກສິດ.” |
|
| 19 |
|
| ສະນັ້ນ ທຸກໆເທື່ອ ກ່ອນຈະເຖິງວັນຊະບາໂຕ ຂ້າພະເຈົ້າຈຶ່ງສັ່ງໃຫ້ອັດປະຕູເມືອງກ່ອນຄໍ່າ ແລະບໍ່ໃຫ້ໄຂອີກຈົນກວ່າວັນຊະບາໂຕຜ່ານພົ້ນໄປ. ຂ້າພະເຈົ້າໃຫ້ຄົນຂອງຂ້າພະເຈົ້າບາງຄົນປະຈຳຢູ່ທີ່ປະຕູ ເພື່ອໃຫ້ແນ່ໃຈວ່າບໍ່ມີສິ່ງໃດຖືກນຳເຂົ້າມາໃນເມືອງໃນວັນຊະບາໂຕ. |
|
| 20 |
|
| ມີເທື່ອໜຶ່ງຫລືສອງເທື່ອ ທີ່ພວກພໍ່ຄ້າໄດ້ນອນຄ້າງຄືນ ພ້ອມດ້ວຍສິນຄ້າຕ່າງໆຂອງພວກເຂົາໃນວັນສຸກທາງນອກປະຕູເມືອງ. |
|
| 21 |
|
| ຂ້າພະເຈົ້າໄດ້ເຕືອນພວກເຂົາວ່າ, “ບໍ່ມີປະໂຫຍດຫຍັງທີ່ຄອຍຢູ່ທີ່ນີ້ຈົນເຖິງຕອນເຊົ້າ. ຖ້າພວກເຈົ້າຂືນເຮັດອີກ ຂ້ອຍຈະໃຊ້ກຳລັງ.” ຕັ້ງແຕ່ນັ້ນມາ ພວກເຂົາກໍບໍ່ກ້າກັບມາອີກໃນວັນຊະບາໂຕ. |
|
| 22 |
|
| ຂ້າພະເຈົ້າສັ່ງໃຫ້ຊາວເລວີຊຳລະຕົວ ແລະໄປເຝົ້າຍາມປະຕູ ເພື່ອໃຫ້ແນ່ໃຈວ່າວັນຊະບາໂຕໄດ້ຖືກຮັກສາໄວ້ໃຫ້ບໍຣິສຸດ. ໂອ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດລະນຶກເຖິງຂ້ານ້ອຍໃນເລື່ອງນີ້ເຊັ່ນດຽວກັນແດ່ທ້ອນ ແລະຂໍຊົງໂຜດເອັນດູຂ້ານ້ອຍດ້ວຍ ເພາະເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ. |
|
| 23 |
|
| ໃນເວລານັ້ນ ຂ້າພະເຈົ້າກໍຄົ້ນພົບເຊັ່ນດຽວກັນວ່າ ມີຜູ້ຊາຍຢິວຫລາຍຄົນໄດ້ແຕ່ງງານກັບຜູ້ຍິງຊາວເມືອງອາຊະໂດດ, ອຳໂມນ ແລະໂມອາບ. |
|
| 24 |
|
| ລູກຂອງພວກເຂົາຕັ້ງເຄິ່ງໜຶ່ງເວົ້າພາສາຂອງຊາວເມືອງອາຊະໂດດ ຫລືພາສາອື່ນໆ ແລະບໍ່ຮູ້ຈັກເວົ້າພາສາຂອງພວກເຮົາເລີຍ. |
|
| 25 |
|
| ຂ້າພະເຈົ້າໄດ້ກ່າວປະນາມພວກຜູ້ຊາຍເຫຼົ່ານັ້ນ ໂດຍໄດ້ສາບແຊ່ງ, ຕົບຕີ ແລະດືງຜົມຂອງພວກເຂົາ. ແລ້ວຂ້າພະເຈົ້າກໍໃຫ້ພວກເຂົາສາບານໃນນາມຂອງພຣະເຈົ້າວ່າ ພວກເຂົາ ຫລືລູກຫລານຂອງພວກເຂົາຈະແຕ່ງງານກັບຄົນຕ່າງຊາດອີກບໍ່ໄດ້ຈັກເທື່ອ. |
|
| 26 |
|
| ຂ້າພະເຈົ້າບອກພວກເຂົາວ່າ, “ແມ່ນພວກຜູ້ຍິງຕ່າງຊາດ ທີ່ໄດ້ເຮັດໃຫ້ກະສັດໂຊໂລໂມນເຮັດບາບ. ເພິ່ນເປັນກະສັດຜູ້ຍິ່ງໃຫຍ່ລື່ນບັນດາກະສັດຂອງຊົນຊາດອື່ນໆ. ພຣະເຈົ້າຮັກເພິ່ນ ແລະໃຫ້ເພິ່ນຂຶ້ນເປັນກະສັດ ປົກຄອງຊາດອິດສະຣາເອນທັງໝົດ ແລະໃນຂະນະດຽວກັນນັ້ນເພິ່ນໄດ້ຫລົງເຮັດບາບນີ້. |
|
| 27 |
|
| ຖ້າດັ່ງນັ້ນ ຈະໃຫ້ພວກເຮົາເຫັນດີດ້ວຍກັນກັບພວກເຈົ້າ ແລະບໍ່ເຊື່ອຟັງພຣະເຈົ້າຂອງພວກເຮົາໂດຍໄປແຕ່ງງານກັບຍິງຕ່າງຊາດໄດ້ບໍ?” |
|
| 28 |
|
| ໂຢອີອາດາເປັນລູກຊາຍຂອງມະຫາປະໂຣຫິດເອລີອາຊິບ, ແຕ່ລູກຊາຍຜູ້ໜຶ່ງຂອງໂຢອີອາດາໄດ້ແຕ່ງງານກັບລູກສາວຂອງສານບັນລັດ ຈາກເມືອງເບັດໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງໃຫ້ໂຢອີອາດາ ອອກໄປຈາກນະຄອນເຢຣູຊາເລັມ. |
|
| 29 |
|
| ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຈົດຈຳສິ່ງທີ່ຄົນເຫຼົ່ານັ້ນ ໄດ້ດູໝິ່ນປະໝາດຕຳແໜ່ງປະໂຣຫິດແລະພັນທະສັນຍາ ທີ່ພຣະອົງໄດ້ເຮັດໄວ້ກັບພວກປະໂຣຫິດ ແລະຊາວເລວີດ້ວຍເຖີດ. |
|
| 30 |
|
| ຂ້າພະເຈົ້າໄດ້ຊຳລະປະຊາຊົນຈາກມົນທິນຂອງທຸກສິ່ງ ທີ່ເປັນຂອງຊາວຕ່າງຊາດ; ຂ້າພະເຈົ້າຈັດຕຽມກົດລະບຽບສຳລັບບັນດາປະໂຣຫິດແລະຊາວເລວີ ເພື່ອວ່າແຕ່ລະຄົນຈະໄດ້ຮູ້ຈັກໜ້າທີ່ຂອງຕົນ; |
|
| 31 |
|
| ຂ້າພະເຈົ້າຈັດແຈງໃຫ້ພວກເຂົາຫາຟືນ ເພື່ອເຜົາເຄື່ອງບູຊາໃຫ້ໄດ້ຕາມກຳນົດ ແລະໃຫ້ປະຊາຊົນນຳພືດຜົນ ແລະໝາກໄມ້ສຸກເທື່ອທຳອິດມາຖວາຍ. ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ຂໍໂຜດນັບສິ່ງທັງໝົດນີ້ວ່າ ເປັນກິດຈະການອັນດີຂອງຂ້ານ້ອຍດ້ວຍເທີ້ນ. |
|
|
|
|