|
| 1 |
|
| ຕໍ່ໄປນີ້ແມ່ນເລື່ອງການສ້າງກຳແພງເມືອງຂຶ້ນໃໝ່. ມະຫາປະໂຣຫິດເອລີອາຊິບກັບເພື່ອນປະໂຣຫິດຄົນອື່ນໆ ໄດ້ສ້າງປະຕູຄອກແກະຂຶ້ນໃໝ່ ເພື່ອອຸທິດຖວາຍ ແລະຕັ້ງປະຕູໃນບ່ອນຂອງມັນ. ພວກເຂົາໄດ້ອຸທິດຖວາຍກຳແພງເມືອງ ຊຶ່ງຍາວອອກໄປຈົນຮອດຫໍຄອຍໜຶ່ງຮ້ອຍ ແລະຫໍຄອຍຂອງຮານາເນນ. |
|
| 2 |
|
| ຜູ້ຊາຍຊາວເມືອງເຢຣິໂກໄດ້ສ້າງສ່ວນຕໍ່ໄປ. ຊັກກູເຣ ລູກຊາຍຂອງອິມຣີ ໄດ້ສ້າງສ່ວນຂອງປະຕູປາ. |
|
| 3 |
|
| ຕະກຸນຂອງຮັດເສນາຢາໄດ້ສ້າງສ່ວນຂອງປະຕູປາ. ພວກເຂົາໄດ້ຕັ້ງວົງກົບ, ໃສ່ບານປະຕູໃນບ່ອນຂອງມັນ ແລະໃຊ້ເຫລັກແທ່ງເປັນໄລຄັດ. |
|
| 4 |
|
| ເມເຣໂມດ ລູກຊາຍຂອງອູຣິຢາ ແລະຫລານຊາຍຂອງຮັກກົກ ໄດ້ສ້າງສ່ວນຕໍ່ໄປ. ເມຊຸນລຳ ລູກຊາຍຂອງເບເຣກີຢາ ແລະຫລານຊາຍຂອງເມເຊຊາເບນໄດ້ສ້າງສ່ວນຕໍ່ໄປ. ຊາດົກ ລູກຊາຍຂອງບາອານາໄດ້ສ້າງສ່ວນຕໍ່ໄປ. |
|
| 5 |
|
| ພວກຜູ້ຊາຍຊາວເມືອງເຕກົວໄດ້ສ້າງສ່ວນຕໍ່ໄປ; ແຕ່ຊາວເມືອງທີ່ເປັນຊົນຊັ້ນຜູ້ນຳບໍ່ຍອມເຮັດວຽກໜັກ ຊຶ່ງພວກຄວບຄຸມວຽກໄດ້ມອບໝາຍໃຫ້ພວກຕົນ. |
|
| 6 |
|
| ໂຢອີອາດາລູກຊາຍຂອງປາເສຢາ ແລະເມຊຸນລຳລູກຊາຍຂອງເບໂສເດອີຢາ ໄດ້ສ້າງປະຕູຂອງເຢຊານາ. ຂຶ້ນໃໝ່ ພວກເຂົາໄດ້ຕັ້ງວົງກົບ, ໃສ່ບານປະຕູໃນບ່ອນຂອງມັນ ແລະໃຊ້ເຫລັກແທ່ງເປັນໄລຄັດ. |
|
| 7 |
|
| ເມລາຕີຢາຊາວກີເບໂອນ, ຢາໂດນຊາວເມໂຣໂນດ ແລະພວກຜູ້ຊາຍໃນເມືອງກີເບໂອນ ແລະໃນເມືອງມີຊະປາໄດ້ສ້າງສ່ວນຕໍ່ໄປ; ແລະເລີຍໄປໄກຈົນຮອດສຳນັກຂອງຜູ້ປົກຄອງແຂວງ ທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ. |
|
| 8 |
|
| ອຸດຊີເອນລູກຊາຍຂອງຮາກຮາອີຢາຊ່າງຕີຄຳໄດ້ສ້າງສ່ວນຕໍ່ໄປ; ແລະຮານານີຢາ ຊ່າງປຸງນໍ້າຫອມໄດ້ສ້າງສ່ວນຕໍ່ໄປ ແລະເລີຍໄປໄກຈົນຮອດກຳແພງກວ້າງ. |
|
| 9 |
|
| ເຣຟາອີຢາລູກຊາຍຂອງຮູເຣ ຜູ້ປົກຄອງເຄິ່ງໜຶ່ງຂອງເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ. |
|
| 10 |
|
| ເຢດາອີຢາລູກຊາຍຂອງຮາຣູແມບໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ໃກ້ທີ່ພັກຂອງເພິ່ນເອງ; ແລະຮັດຕຸຊະລູກຊາຍຂອງຮາຊັບເນອີຢາໄດ້ສ້າງສ່ວນຕໍ່ໄປ. |
|
| 11 |
|
| ມັນກີຢາລູກຊາຍຂອງຮາຣິມ ແລະຮາຊຸບລູກຊາຍຂອງປາຮາດໂມອາບ ໄດ້ສ້າງສ່ວນຕໍ່ໄປ ແລະທັງຫໍຄອຍເຕົາອົບ. |
|
| 12 |
|
| ຊານລູມລູກຊາຍຂອງຮັນໂລເຮັດ ຜູ້ປົກຄອງອີກເຄິ່ງໜຶ່ງຂອງນະຄອນເຢຣູຊາເລັມ ໄດ້ສ້າງສ່ວນຕໍ່ໄປ. (ພວກລູກສາວຂອງລາວໄດ້ຊ່ວຍໃນວຽກງານນີ້.) |
|
| 13 |
|
| ຮານູນແລະປະຊາຊົນໃນເມືອງຊາໂນອາໄດ້ສ້າງປະຕູໃນຮ່ອມພູຂຶ້ນໃໝ່. ພວກເຂົາໄດ້ຕັ້ງປະຕູໃນບ່ອນຂອງມັນ, ຕິດບານປະຕູໃສ່, ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ ແລະໄດ້ສ້ອມແປງກຳແພງ ຊຶ່ງຍາວປະມານ 440 ແມັດ ເລີຍໄປໄກຈົນຮອດປະຕູບ່ອນຖອກຂີ້ເຫຍື້ອ. |
|
| 14 |
|
| ມັນກີຢາ ລູກຊາຍຂອງເຣກາບ ຜູ້ປົກຄອງເຂດເບັດຮັກເກເຣັມ ໄດ້ສ້າງປະຕູບ່ອນຖອກຂີ້ເຫຍື້ອຂຶ້ນໃໝ່. ເພິ່ນຕັ້ງປະຕູຂຶ້ນຢູ່ໃນບ່ອນຂອງມັນ ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ. |
|
| 15 |
|
| ຊານລູມລູກຊາຍຂອງໂກນໂຮເຊ ຜູ້ປົກຄອງເມືອງມີຊະປາໄດ້ສ້າງປະຕູນໍ້າພຸ. ເພິ່ນໄດ້ມຸງທາງຍ່າງ ແລະໃສ່ປະຕູໃນບ່ອນຂອງມັນ ພ້ອມທັງໃຊ້ເຫລັກແທ່ງເປັນໄລຄັດ. ຢູ່ໃນບ່ອນອາບນໍ້າຂອງເຊລາ ເພິ່ນໄດ້ສ້າງກຳແພງໄປຕໍ່ໃສ່ກັບສວນຂອງກະສັດ ຈົນເຖິງຂັ້ນໄດລົງໄປເຖິງເມືອງຂອງດາວິດ. |
|
| 16 |
|
| ເນເຫມີຢາລູກຊາຍຂອງອາຊະບຸກ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເບັດຊູເຣ ໄດ້ສ້າງສ່ວນຕໍ່ໄປ ຈົນຮອດອຸບມຸງຂອງກະສັດດາວິດ, ສະອາບນໍ້າ ແລະ ທີ່ພັກຂອງທະຫານ. |
|
| 17 |
|
| ຊາວເລວີທີ່ໄດ້ສືບຕໍ່ສ້າງກຳແພງເມືອງຫລາຍຕອນຂຶ້ນໃໝ່ ມີດັ່ງນີ້: ເຣຮຸມລູກຊາຍຂອງບານີໄດ້ສ້າງສ່ວນຕໍ່ໄປ; ຮັດຊາບີຢາ ຜູ້ປົກຄອງເຄິ່ງໜຶ່ງຂອງເມືອງເກອີລາໄດ້ສ້າງສ່ວນຕໍ່ໄປໃນນາມຂອງເມືອງ; |
|
| 18 |
|
| ບາໄວລູກຊາຍຂອງເຮນາດາດ ຜູ້ປົກຄອງເຄິ່ງໜຶ່ງອີກຂອງເມືອງເກອີລາ ໄດ້ສ້າງສ່ວນຕໍ່ໄປ; |
|
| 19 |
|
| ເອເຊລູກຊາຍຂອງເຢຊູອາ ຜູ້ປົກຄອງເມືອງມີຊະປາໄດ້ສ້າງສ່ວນຕໍ່ໄປ ຊຶ່ງກົງກັນຂ້າມກັບສາງໄວ້ອາວຸດ ຈົນເລີຍໄປຮອດບ່ອນທີ່ມີກຳແພງໂຄ້ງ; |
|
| 20 |
|
| ບາຣຸກລູກຊາຍຂອງຊັບບາຍໄດ້ສ້າງສ່ວນຕໍ່ໄປ ຈົນເລີຍໄປຮອດທາງປະຕູເຂົ້າສຳນັກຂອງມະຫາປະໂຣຫິດເອລີອາຊິບ; |
|
| 21 |
|
| ເມເຣໂມດລູກຊາຍຂອງອູຣິຢາ ແລະຫລານຊາຍຂອງຮັກກົກໄດ້ສ້າງສ່ວນຕໍ່ໄປ ຈົນເລີຍໄປສຸດທີ່ສົ້ນສຳນັກຂອງເອລີອາຊິບ. |
|
| 22 |
|
| ບັນດາປະໂຣຫິດເຫຼົ່ານີ້ ທີ່ໄດ້ສ້າງກຳແພງເມືອງຕໍ່ໄປຫລາຍສ່ວນຂຶ້ນໃໝ່ ມີດັ່ງນີ້: ບັນດາປະໂຣຫິດຈາກອ້ອມແອ້ມບໍລິເວນນະຄອນເຢຣູຊາເລັມໄດ້ສ້າງສ່ວນຕໍ່ໄປ; |
|
| 23 |
|
| ເບັນຢາມິນ ແລະຮັດຊຸບໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງພວກເຂົາເອງ; ອາຊາຣີຢາລູກຊາຍຂອງມາອາເສອີຢາ ແລະຫລານຊາຍຂອງອານານີຢາໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ; |
|
| 24 |
|
| ບິນນູອີລູກຊາຍຂອງເຮນາດາດໄດ້ສ້າງສ່ວນຕໍ່ໄປ ຕັ້ງແຕ່ເຮືອນຂອງອາຊາຣີຢາ ຈົນໄປຮອດແຈຂອງກຳແພງເມືອງ; |
|
| 25 |
|
| ປາລານລູກຊາຍຂອງອູໄຊໄດ້ສ້າງສ່ວນຕໍ່ໄປ ໂດຍເລີ່ມທີ່ແຈຂອງກຳແພງ ແລະຫໍຄອຍຊັ້ນເທິງຂອງວັງ ແລະໃກ້ກັບເດີ່ນຫຍ້າ; ເປດາອີຢາລູກຊາຍຂອງປາຣົດໄດ້ສ້າງສ່ວນຕໍ່ໄປ ຈົນຮອດຈຸດໜຶ່ງຢູ່ທາງດ້ານຕາເວັນອອກ ຊຶ່ງຢູ່ໃກ້ກັບປະຕູນໍ້າແລະຫໍຄອຍເຝົ້າຍາມຂອງພຣະວິຫານ. (ບ່ອນນີ້ຢູ່ໃກ້ກັບສ່ວນໜຶ່ງໃນເມືອງທີ່ເອີ້ນວ່າໂອເຟນ ບ່ອນທີ່ພວກກຳມະກອນເຮັດວຽກໃນພຣະວິຫານອາໄສຢູ່.) |
|
| 26 |
|
|
|
| 27 |
|
| ພວກຜູ້ຊາຍຊາວເມືອງເຕກົວໄດ້ສ້າງສ່ວນຕໍ່ໄປ ເປັນຕອນທີສອງຂອງພວກເຂົາ ຄືຕັ້ງແຕ່ຈຸດໜຶ່ງທີ່ກົງກັນຂ້າມກັບຫໍຄອຍໃຫຍ່ ຊຶ່ງໃຊ້ເຝົ້າຍາມພຣະວິຫານ ຈົນໄປຮອດກຳແພງຂອງໂອເຟນ. |
|
| 28 |
|
| ປະໂຣຫິດໝວດໜຶ່ງອີກໄດ້ສ້າງສ່ວນຕໍ່ໄປ ໂດຍສ້າງທາງດ້ານເໜືອຕັ້ງແຕ່ປະຕູມ້າ ຊຶ່ງແຕ່ລະຄົນສ້າງຢູ່ຕໍ່ໜ້າເຮືອນຂອງຕົນເອງ. |
|
| 29 |
|
| ຊາດົກລູກຊາຍຂອງອິມເມ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ. ເຊມາອີຢາລູກຊາຍຂອງເຊການີຢາ ຜູ້ຮັກສາປະຕູທາງດ້ານທິດຕາເວັນອອກ ໄດ້ສ້າງສ່ວນຕໍ່ໄປ. |
|
| 30 |
|
| ຮານານີຢາລູກຊາຍຂອງເຊເລມີຢາ ແລະຮານູນລູກຊາຍຜູ້ທີຫົກຂອງຊາລາບ ໄດ້ສ້າງສ່ວນຕໍ່ໄປ ຄືສ່ວນທີສອງຂອງພວກເຂົາ. ເມຊຸນລຳລູກຊາຍຂອງເບເຣກີຢາ ໄດ້ສ້າງສ່ວນຕໍ່ໄປ ຊຶ່ງຢູ່ຕໍ່ໜ້າເຮືອນຂອງຕົນເອງ. |
|
| 31 |
|
| ມັນກີຢາ ຊ່າງຕີຄຳໄດ້ສ້າງສ່ວນຕໍ່ໄປ ຈົນຮອດຕຶກຂອງພວກກຳມະກອນໃນພຣະວິຫານ ແລະພວກພໍ່ຄ້າ ຊຶ່ງຢູ່ໃກ້ກັບປະຕູຂອງມີຟະກາດ ແລະໃກ້ກັບຫ້ອງເທິງແຈດ້ານຕາເວັນອອກສ່ຽງເໜືອຂອງກຳແພງເມືອງ. |
|
| 32 |
|
| ພວກຊ່າງຕີຄຳແລະພວກພໍ່ຄ້າໄດ້ສ້າງສ່ວນສຸດທ້າຍ ຄືຕັ້ງແຕ່ຫ້ອງທີ່ຢູ່ແຈກຳແພງເມືອງ ຈົນໄປຮອດປະຕູແກະ. |
|
|
|
|