×

Lao ພຣະຄຳພີສັກສິ 2012

ເນເຫມີຢາ 7

1
ມາບັດນີ້ ກຳແພງ​ທີ່ໄດ້​ຖືກ​ສ້າງ​ຂຶ້ນ​ໃໝ່​ກໍ​ສຳເລັດ​ແລ້ວ ປະຕູ​ທັງໝົດ​ໄດ້​ຖືກ​ຕັ້ງ​ຂຶ້ນ​ຕາມ​ບ່ອນ​ຂອງ​ມັນ ແລະ​ຜູ້ເຝົ້າຍາມ​ພຣະວິຫານ, ສະມາຊິກ​ຂອງ​ກຸ່ມ​ຮ້ອງເພງ​ສັນລະເສີນ ແລະ​ຊາວ​ເລວີ​ອື່ນໆ​ກໍໄດ້​ຮັບ​ມອບໝາຍ​ໜ້າວຽກ​ຂອງ​ພວກ​ຕົນ.
2
ຂ້າພະເຈົ້າ​ໄດ້​ມອບໝາຍ​ໃຫ້​ສອງ​ຄົນ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການປົກຄອງ​ນະຄອນ​ເຢຣູຊາເລັມ​ຄື: ຮານານີ​ນ້ອງຊາຍ​ຂອງ​ຂ້າພະເຈົ້າ ແລະ​ຮານານີຢາ​ຜູ້​ບັນຊາການ​ປ້ອມ​ຂອງ​ເມືອງ. ຮານານີຢາ​ເປັນ​ຄົນ​ທີ່​ໄວ້ວາງໃຈ​ໄດ້ ແລະ​ຢຳເກງ​ພຣະເຈົ້າ​ຢ່າງ​ບໍ່ມີ​ຜູ້ໃດ​ທໍ່.
3
ຂ້າພະເຈົ້າ​ບອກ​ພວກເຂົາ​ບໍ່​ໃຫ້​ໄຂ​ປະຕູ​ຂອງ​ນະຄອນ​ເຢຣູຊາເລັມ​ໃນ​ຕອນເຊົ້າ ຈົນກວ່າ​ຕາເວັນ​ຂຶ້ນ​ແລ້ວ ແລະ​ອັດ​ປະຕູ​ໃສ່​ໄລ​ໄວ້​ກ່ອນ​ຄົນເຝົ້າຍາມ​ຫວິດ​ໜ້າທີ່​ໃນ​ຍາມ​ຕາເວັນ​ຕົກ​ດິນ. ຂ້າພະເຈົ້າ​ໄດ້​ບອກ​ພວກເຂົາ​ໃຫ້​ແຕ່ງຕັ້ງ​ຜູ້ເຝົ້າຍາມ​ຈາກ​ປະຊາຊົນ ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ມອບໝາຍ​ໜ້າທີ່​ໂດຍ​ສະເພາະ​ໃຫ້​ພວກເຂົາ​ບາງຄົນ; ແລະ​ສ່ວນ​ຄົນອື່ນໆ​ໃຫ້​ຢູ່​ຍາມ​ຕາມ​ບໍລິເວນ​ບ້ານເຮືອນ​ຂອງຕົນ.
4
ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ໃຫຍ່​ເມືອງ​ໜຶ່ງ ແຕ່​ບໍ່ມີ​ຫລາຍ​ຄົນ​ຢູ່​ອາໄສ ແລະ​ເຮືອນ​ທີ່​ປຸກ​ຂຶ້ນ​ໃໝ່​ກໍ​ບໍ່ມີ​ຫລາຍ​ຫລັງ​ເທື່ອ.
5
ພຣະເຈົ້າ​ໄດ້​ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເອີ້ນ​ປະຊຸມ​ປະຊາຊົນ ແລະ​ພວກຜູ້ນຳ​ຂອງ​ພວກເຂົາ ພ້ອມທັງ​ເຈົ້າໜ້າທີ່​ຕ່າງໆ ເພື່ອ​ກວດເບິ່ງ​ບັນຊີ​ລາຍຊື່​ຂອງ​ປະຊາຊົນ. ຂ້າພະເຈົ້າ​ໄດ້​ພົບ​ບັນຊີ​ລາຍຊື່​ຂອງ​ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໝວດ​ທຳອິດ ຊຶ່ງ​ລາຍລະອຽດ​ມີ​ດັ່ງນີ້:
6
ມີ​ຊະເລີຍ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ ແລະ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ກັບຄືນ​ໄປ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ອາໄສ​ຢູ່​ຕ່າງຖິ່ນ​ທີ່​ນະຄອນ​ບາບີໂລນ ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ເນບູ​ກາດເນັດຊາ ໄດ້​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ.
7
ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເສຣຸບບາເບັນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະ​ບາອານາ.
8
ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ: ປາຣົດ - 2.172 ຄົນ
9
ເຊຟາຕີຢາ - 372 ຄົນ
10
ອາຣາ - 652 ຄົນ
11
ປາຮາດ​ໂມອາບ (ເຊື້ອສາຍ​ຂອງ​ເຢຊູອາ ແລະ​ໂຢອາບ) - 2.818 ຄົນ
12
ເອລາມ - 1.254 ຄົນ
13
ຊັດຕຸ - 845 ຄົນ
14
ຊັກກາຍ - 760 ຄົນ
15
ບິນນູອີ - 648 ຄົນ
16
ເບບາຍ - 628 ຄົນ
17
ອາຊະກາດ - 2.322 ຄົນ
18
ອາໂດນີກຳ - 667 ຄົນ
19
ບິກໄຫວ - 2.067 ຄົນ
20
ອາດິນ - 655 ຄົນ
21
ອາເຕ (ມີ​ຊື່​ອີກ​ວ່າ​ເຮເຊກີຢາ) - 98 ຄົນ
22
ຮາຊຸມ - 328 ຄົນ
23
ເບໄຊ - 324 ຄົນ
24
ຮາຣິບ - 112 ຄົນ
25
ກີເບໂອນ - 95 ຄົນ
26
ຄົນ​ທີ່​ບັນພະບຸລຸດ​ໄດ້​ອາໄສ​ຢູ່​ຕາມ​ເມືອງ​ດັ່ງ​ຕໍ່ໄປນີ້ ກໍໄດ້​ກັບຄືນ​ມາ​ຄື​ກັນ: ເບັດເລເຮັມ​ແລະ​ເນໂຕຟາ - 188 ຄົນ
27
ອານາທົດ - 128 ຄົນ
28
ເບັດ​ອາຊະມາເວດ - 42 ຄົນ
29
ກີຣີອາດ​ເຢອາຣີມ, ເກຟີຣາ ແລະ​ເບເອໂຣດ - 743 ຄົນ
30
ຣາມາ​ແລະ​ເກບາ - 621 ຄົນ
31
ມິກມາດ - 122 ຄົນ
32
ເບັດເອນ​ແລະ​ອາອີ - 123 ຄົນ
33
ເນໂບ ອີກ​ແຫ່ງ​ອື່ນ - 52 ຄົນ
34
ເອລາມ ອີກ​ແຫ່ງ​ອື່ນ - 1.254 ຄົນ
35
ຮາຣິມ - 320 ຄົນ
36
ເຢຣິໂກ - 345 ຄົນ
37
ໂລດ, ຮາດິດ ແລະ​ໂອໂນ - 721 ຄົນ
38
ເສນາຢາ - 3.930 ຄົນ
39
ຕໍ່ໄປນີ້​ແມ່ນ​ບັນຊີ​ລາຍຊື່​ຂອງ​ຕະກຸນ​ຂອງ​ປະໂຣຫິດ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢດາອີຢາ (ເຊື້ອສາຍ​ຂອງ​ເຢຊູອາ) - 973 ຄົນ
40
ອີມເມ - 1.052 ຄົນ
41
ປັດຊູ - 1.247 ຄົນ
42
ຮາຣິມ - 1.017 ຄົນ
43
ຕະກຸນ​ຕ່າງໆ​ຂອງ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢຊູອາ​ແລະ​ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) - 74 ຄົນ
44
ນັກດົນຕຼີ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ອາສັບ) - 148 ຄົນ
45
ຄົນເຝົ້າຍາມ​ປະຈຳ​ພຣະວິຫານ (ເຊື້ອສາຍ​ຂອງ​ຊານລູມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ ແລະ​ໂຊບາຍ) - 138 ຄົນ
46
ຕະກຸນ​ຕ່າງໆ​ຂອງ​ຄົນ​ເຮັດ​ວຽກ​ປະຈຳ​ພຣະວິຫານ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ຊີຮາ, ຮາສູຟາ, ຕັບບາອົດ,
47
ເກໂຣ, ສີອາ, ປາໂດນ,
48
ເລບານາ, ຮາກາບາ, ຊານໄມ,
49
ຮານານ, ກິດເດນ, ກາຮາ,
50
ເຣອາອີຢາ, ເຣຊິນ, ເນໂກດາ,
51
ກັດຊຳ, ອຸດຊາ, ປາເສຢາ,
52
ເບສາຍ, ເມອູນິມ, ເນຟູເຊສິມ,
53
ບັກບຸກ, ຮາກູຟາ, ຮັກຮູຣະ,
54
ບາຊະລິດ, ເມຮີດາ, ຮັກຊາ,
55
ບາກໂກ, ສີເສຣາ, ເຕມາ,
56
ເນຊີຢາ ແລະ​ຮາຕີຟາ.
57
ຕະກຸນ​ຕ່າງໆ​ຂອງ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ໂສໄຕ, ໂສເຟເຣັດ, ເປຣີດາ,
58
ຢາອາລາ, ດາກໂກນ, ກິດເດນ,
59
ເຊຟາຕີຢາ, ຮັດຕິນ, ໂປເກເຣດ​ຮັດເຊບາອິມ ແລະ​ອາໂມນ.
60
ຈຳນວນ​ທັງໝົດ​ຂອງ​ເຊື້ອສາຍ​ຂອງ​ຄົນ​ເຮັດ​ວຽກ​ໃນ​ພຣະວິຫານ ແລະ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ​ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ມີ​ທັງໝົດ 392 ຄົນ.
61
ໃນ​ຕະກຸນ​ຂອງ​ເດລາອີຢາ, ໂຕບີຢາ ແລະ​ເນໂກດາ ທີ່​ໄດ້​ກັບຄືນ​ມາ​ຈາກ​ເມືອງ​ເຕັນເມລາ, ເຕັນຮັກຊາ, ເຄຣຸບ, ອັດໂດນ ແລະ​ອິມເມ, ແຕ່​ພວກເຂົາ​ພິສູດ​ບໍ່ໄດ້​ວ່າ ພວກຕົນ​ເປັນ​ເຊື້ອສາຍ​ຂອງ​ຊາວ​ອິດສະຣາເອນ ມີ 642 ຄົນ.
62
63
ຕະກຸນ​ຕ່າງໆ​ຕໍ່ໄປນີ້​ແມ່ນ​ປະໂຣຫິດ​ທີ່​ບໍ່ມີ​ເອກະສານ ເພື່ອ​ພິສູດ​ເຖິງ​ບັນພະບຸ​ລຸດ​ຂອງຕົນ​ມີ​ດັ່ງນີ້: ໂຮບາອີຢາ, ຮັກກົດ ແລະ​ບາກຊິນໄລ. (ບັນພະບຸລຸດ​ຂອງ​ຕະກຸນ​ບາກຊິນໄລ​ທີ່​ເປັນ​ປະໂຣຫິດ ໄດ້​ແຕ່ງງານ​ກັບ​ຍິງ​ຜູ້ໜຶ່ງ​ຈາກ​ຕະກຸນ​ບາກຊິນໄລ​ແຫ່ງ​ກີເລອາດ ແລະ​ໄດ້​ໃສ່​ຊື່​ຕາມ​ຕະກຸນ​ຂອງ​ພໍ່ເຖົ້າ​ຂອງຕົນ.) ເນື່ອງຈາກ​ຄົນ​ເຫຼົ່ານີ້​ພິສູດ​ບໍ່ໄດ້​ວ່າ ແມ່ນ​ຜູ້ໃດ​ທີ່​ເປັນ​ບັນພະບຸ​ລຸດ​ຂອງຕົນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່ໄດ້​ຮັບໃຊ້​ເປັນ​ປະໂຣຫິດ.
64
65
ຜູ້ປົກຄອງ​ຊາວຢິວ​ໄດ້​ສັ່ງ​ບໍ່​ໃຫ້​ພວກເຂົາ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຈົນກວ່າ​ຈະ​ມີ​ປະໂຣຫິດ​ທີ່​ສາມາດ​ໃຊ້​ອູຣິມ ແລະ​ທູມມິມ.
66
ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ທີ່​ກັບຄືນ​ມາ​ສູ່​ປະເທດ​ທັງໝົດ​ມີ - 42.360 ຄົນ.
67
ຜູ້ຮັບໃຊ້​ຊາຍ​ຍິງ​ຂອງ​ພວກເຂົາ​ມີ - 7.337 ຄົນ; ນັກດົນຕຼີ​ຊາຍ​ຍິງ​ມີ - 245 ຄົນ.
68
ພວກເຂົາ​ມີ​ມ້າ - 736 ໂຕ; ມີ​ໂຕ​ລໍ - 245 ໂຕ
69
ມີ​ໂຕ​ອູດ - 435 ໂຕ; ແລະ​ມີ​ໂຕ​ລາ - 6.720 ໂຕ
70
ປະຊາຊົນ​ຫລາຍ​ຄົນ​ໄດ້​ຊ່ວຍ​ຈ່າຍ​ຄ່າ​ສ້ອມແປງ​ພຣະວິຫານ ມີ​ດັ່ງນີ້: ຜູ້ປົກຄອງ: ຄຳ - 8 ກິໂລກຼາມ, ຊາມ​ສຳລັບ​ພິທີການ - 50 ໃບ, ເສື້ອຄຸມ​ປະໂຣຫິດ - 530 ຜືນ
71
ພວກ​ຫົວໜ້າ​ຕະກຸນ​ຕ່າງໆ: ຄຳ - 168 ກິໂລກຼາມ, ເງິນ - 1.250 ກິໂລກຼາມ
72
ຄົນອື່ນໆ: ຄຳ - 168 ກິໂລກຼາມ, ເງິນ - 140 ກິໂລກຼາມ, ເສື້ອຄຸມ​ສຳລັບ​ປະໂຣຫິດ - 67 ຜືນ
73
ບັນດາ​ປະໂຣຫິດ​ຊາວ​ເລວີ, ຄົນເຝົ້າຍາມ​ພຣະວິຫານ, ນັກດົນຕຼີ ແລະ​ຄົນ​ທຳມະດາ​ຫລາຍ​ຄົນ ຄື​ປະຊາຊົນ​ອິດສະຣາເອນ​ທັງໝົດ ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ຕາມ​ບ້ານ ແລະ​ເມືອງ​ຕ່າງໆ​ຂອງ​ຢູດາຍ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ