Lao ພຣະຄຳພີສັກສິ 2012
|
| 1 |
| ກະສັດເຊເຊັດໄດ້ກຳນົດພາສີແຮງງານແກ່ຄົນທີ່ຢູ່ຕາມຊາຍຝັ່ງທະເລຂອງອານາຈັກ ແລະຄົນທີ່ຢູ່ພາຍໃນອານາຈັກ. |
| 2 |
| ພາລະກິດອັນສຳຄັນແລະຍິ່ງໃຫຍ່ທັງໝົດທີ່ເພິ່ນໄດ້ກະທຳ ແລະເລື່ອງລາວທັງໝົດຂອງການແຕ່ງຕັ້ງມໍເດໄກ ໃຫ້ເປັນຂ້າຣາຊການຊັ້ນຜູ້ໃຫຍ່ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດທາງຣາຊການຂອງບັນດາກະສັດແຫ່ງເປີເຊຍແລະເມເດຍ. |
| 3 |
| ມໍເດໄກ ຄົນຢິວຜູ້ນີ້ ແມ່ນຜູ້ດຽວເທົ່ານັ້ນ ທີ່ໄດ້ຮັບຕຳແໜ່ງເປັນຜູ້ຮອງຈາກກະສັດເຊເຊັດ. ເພິ່ນໄດ້ຮັບການຍ້ອງຍໍໃຫ້ກຽດ ແລະເປັນທີ່ພໍໃຈຂອງພີ່ນ້ອງຊາວຢິວ. ເພິ່ນເຮັດວຽກເພື່ອຜົນປະໂຫຍດຂອງຊົນຊາດຂອງເພິ່ນ ແລະເພື່ອຄວາມປອດໄພຂອງລູກຫລານເຊັ່ນຕໍ່ມາທັງໝົດຂອງເພິ່ນ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/esther/010.mp3
10
10