|
| 1 |
|
| ເມື່ອຮອດວັນທີສິບສາມຂອງເດືອນອາດາກ ຄືວັນທີ່ປະກາດເປັນທາງການຂອງກະສັດມີຜົນໃຊ້ໄດ້ ແມ່ນວັນທີ່ເຫຼົ່າສັດຕູຂອງພວກຢິວຫວັງຈະມີອຳນາດເໜືອພວກເຂົາ. ແຕ່ພວກຢິວກັບມີອຳນາດເໜືອພວກສັດຕູ. |
|
| 2 |
|
| ໃນຄຸ້ມຂອງຊາວຢິວຢູ່ຕາມທຸກໆເມືອງ ໃນອານາຈັກ ຊາວຢິວກໍໄດ້ຈັດຕຽມໂຈມຕີທຸກຄົນທີ່ພະຍາຍາມທຳຮ້າຍພວກຕົນ. ປະຊາຊົນທຸກທີ່ທຸກບ່ອນເກີດຢ້ານກົວພວກເຂົາ ແລະບໍ່ມີຜູ້ໃດກ້າທຳອັນຕະລາຍແກ່ພວກເຂົາ. |
|
| 3 |
|
| ຕາມທີ່ຈິງແລ້ວ ບັນດາຂ້າຣາຊການປະຈຳແຂວງທຸກຄົນຄື: ພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຜູ້ຕາງໜ້າຂອງກະສັດ ຕ່າງກໍໄດ້ຊ່ວຍເຫລືອຊາວຢິວ ເພາະທຸກຄົນຕ່າງກໍຢ້ານກົວມໍເດໄກ. |
|
| 4 |
|
| ບັດນີ້ ກໍເປັນທີ່ຮູ້ຈັກກັນດີທົ່ວທັງອານາຈັກແລ້ວວ່າ ມໍເດໄກມີອຳນາດໃນຣາຊວັງ ແລະມີອຳນາດຫລາຍຂຶ້ນເລື້ອຍໆ. |
|
| 5 |
|
| ດັ່ງນັ້ນ ຊາວຢິວຈຶ່ງປະຕິບັດຕໍ່ສັດຕູຕາມໃຈມັກ. ພວກເຂົາໄດ້ໃຊ້ດາບໂຈມຕີພວກສັດຕູ ແລະສັງຫານພວກເຂົາ. |
|
| 6 |
|
| ຢູ່ພາຍໃນເມືອງເອກຊູຊາເອງ ຊາວຢິວໄດ້ຂ້າຫ້າຮ້ອຍຄົນ. |
|
| 7 |
|
| ສັດຕູຂອງຊາວຢິວຖືກຂ້າ ມີດັ່ງນີ້: ປາກຊານດາທາ, ດານໂຟນ, ອາຊະປາທາ, |
|
| 8 |
|
| ໂປຣາທາ, ອາດາລີອາ, ອາຣີດາທາ, |
|
| 9 |
|
| ປາກມາຊະຕາ, ອາຣີໄສ, ອາຣີໄດ ແລະໄວຊາທາ. |
|
| 10 |
|
| ລວມຢູ່ໃນພວກນີ້ ມີລູກຊາຍສິບຄົນຂອງຮາມານ ຜູ້ເປັນລູກຊາຍຂອງຮາມເມດາທາ. ແຕ່ການປຸ້ນສະດົມບໍ່ມີເກີດຂຶ້ນເລີຍ. |
|
| 11 |
|
| ໃນມື້ດຽວກັນນັ້ນ ໄດ້ມີຄົນມາລາຍງານຕໍ່ກະສັດ ເຖິງຈຳນວນຜູ້ທີ່ຖືກຂ້າໃນເມືອງເອກຊູຊາ. |
|
| 12 |
|
| ແລ້ວກະສັດກໍໄດ້ບອກຣາຊີນີເອສະເທີວ່າ, “ພຽງແຕ່ໃນເມືອງຊູຊາ ພວກຢິວໄດ້ຂ້າຫ້າຮ້ອຍຄົນ ລວມທັງລູກຊາຍສິບຄົນຂອງຮາມານດ້ວຍ ແລະຢູ່ຕາມແຂວງຕ່າງໆ ພວກເຂົາຈະເຮັດຢ່າງໃດນໍ ບັດນີ້ເຈົ້າຢາກໄດ້ຫຍັງແດ່? ແລະເຈົ້າກໍຈະໄດ້ຕາມໃຈມັກ. ບອກເຮົາມາອີກດູວ່າເຈົ້າຢາກໄດ້ຫຍັງ ແລະເຈົ້າກໍຈະໄດ້ສິ່ງນັ້ນ.” |
|
| 13 |
|
| ຣາຊີນີເອສະເທີຕອບວ່າ, “ຂ້າແດ່ພະຣາຊາ ຖ້າທ່ານພໍໃຈ ຂໍໂຜດອະນຸຍາດໃຫ້ຊາວຢິວໃນເມືອງຊູຊາເຮັດໃນມື້ອື່ນ ສິ່ງທີ່ພວກເຂົາໄດ້ຮັບອະນຸຍາດໃຫ້ເຮັດໃນວັນນີ້ ແລະຂໍສັ່ງໃຫ້ແຂວນຊາກສົບລູກຊາຍຂອງຮາມານສິບຄົນໄວ້ທີ່ບ່ອນແຂວນຄໍ.” |
|
| 14 |
|
| ກະສັດໄດ້ສັ່ງໃຫ້ປະຕິບັດຕາມນັ້ນ ແລະຄຳປະກາດກໍຖືກນຳອອກໃຊ້ທີ່ເມືອງຊູຊາ. ຊາກສົບລູກຊາຍຂອງຮາມານສິບຄົນຖືກແຂວນໄວ້ໃຫ້ຄົນເຫັນ. |
|
| 15 |
|
| ແລະໃນວັນທີສິບສີ່ຂອງເດືອນອາດາກ ຊາວຢິວຢູ່ໃນເມືອງຊູຊາໄດ້ຮ່ວມປະຊຸມກັນອີກ ແລະໄດ້ຂ້າຄົນໃນເມືອງຕື່ມສາມຮ້ອຍຄົນ. ແຕ່ພວກເຂົາບໍ່ໄດ້ປຸ້ນສະດົມເອົາສິ່ງຂອງໃດໆເລີຍ. |
|
| 16 |
|
| ໃນລະຫວ່າງນັ້ນ ຝ່າຍຊາວຢິວທີ່ຢູ່ຕາມແຂວງຕ່າງໆກໍໄດ້ຈັດລະບຽບການປ້ອງກັນຕົວເອງ. ພວກເຂົາກຳຈັດລ້າງຜານສັດຕູໂດຍໄດ້ຂ້າພວກທີ່ກຽດຊັງພວກຕົນເຈັດສິບຫ້າພັນຄົນ. ແຕ່ພວກເຂົາບໍ່ໄດ້ປຸ້ນສະດົມເອົາສິ່ງຂອງໃດໆເລີຍ. |
|
| 17 |
|
| ເຫດການນີ້ໄດ້ເກີດຂຶ້ນໃນວັນທີສິບສາມຂອງເດືອນອາດາກ. ວັນຕໍ່ມາເປັນວັນທີສິບສີ່; ໃນວັນນີ້ບໍ່ມີການຂ້າຟັນກັນອີກ ແລ້ວພວກເຂົາກໍກິນລ້ຽງສະຫລອງກັນຢ່າງຊົມຊື່ນຍິນດີ. |
|
| 18 |
|
| ແຕ່ຊາວຢິວໃນນະຄອນຊູຊາໄດ້ຖືເອົາວັນທີສິບຫ້າເປັນວັນພັກ ເພາະໃນວັນທີສິບສາມແລະສິບສີ່ ພວກເຂົາໄດ້ຂ້າສັດຕູ ແລະຢຸດການຂ້າໃນວັນທີສິບຫ້າ. |
|
| 19 |
|
| ດ້ວຍເຫດນີ້ ຊາວຢິວທີ່ຢູ່ໃນເມືອງນ້ອຍຕ່າງໆ ຈຶ່ງຖືເອົາວັນທີສິບສີ່ຂອງເດືອນອາດາກ ເປັນວັນພັກຢ່າງເບີກບານໃຈ ຄືເປັນເວລາງານລ້ຽງ ແລະເອົາອາຫານໃຫ້ເປັນຂອງຂວັນແກ່ກັນແລະກັນ. |
|
| 20 |
|
| ແລ້ວມໍເດໄກກໍໄດ້ບັນທຶກເຫດການທັງຫລາຍນີ້ໄວ້ ແລະສົ່ງຈົດໝາຍໄປຫາຊາວຢິວທຸກຄົນ ບໍ່ວ່າຢູ່ໃກ້ ຫລືຢູ່ໄກ ທົ່ວທັງອານາຈັກເປີເຊຍ. |
|
| 21 |
|
| ເພິ່ນໄດ້ສັ່ງໃຫ້ພວກເຂົາຖືເອົາວັນທີສິບສີ່ແລະສິບຫ້າ ຂອງເດືອນອາດາກ ເປັນວັນພັກໃນແຕ່ລະປີ. |
|
| 22 |
|
| ວັນເຫຼົ່ານີ້ເປັນວັນທີ່ຊາວຢິວໄດ້ກຳຈັດລ້າງຜານສັດຕູຂອງພວກເຂົາ; ເປັນເດືອນທີ່ປ່ຽນຈາກເວລາແຫ່ງຄວາມໂສກເສົ້າແລະການສູນເສຍຄວາມຫວັງ ມາເປັນຄວາມປິຕິຍິນດີແລະຄວາມເບີກບານໃຈ. ພວກເຂົາໄດ້ຮັບເອົາຄຳສັ່ງນັ້ນ ແລະຖືເອົາວັນເຫຼົ່ານີ້ເປັນວັນກິນລ້ຽງສັງສັນ ໃຫ້ອາຫານເປັນຂອງຂວັນແກ່ກັນແລະກັນ ແລະແກ່ຄົນຍາກຈົນ. |
|
| 23 |
|
| ດັ່ງນັ້ນ ຊາວຢິວຈຶ່ງປະຕິບັດຕາມຄຳແນະນຳຂອງມໍເດໄກ ແລະການສະຫລອງນີ້ຈຶ່ງກາຍເປັນທຳນຽມປະຈຳປີ. |
|
| 24 |
|
| ຮາມານລູກຊາຍຂອງຮາມເມດາທາເປັນເຊື້ອສາຍຂອງອາກັກ ແລະເປັນສັດຕູຂອງຊາວຢິວ. ລາວໄດ້ໃຊ້ສະຫລາກ (ຊຶ່ງເອີ້ນກັນວ່າ ປູຣິມ) ເພື່ອຊອກຫາວັນທຳລາຍລ້າງຜານຊາວຢິວ; ລາວວາງແຜນທຳລາຍລ້າງຜານພວກເຂົາໃຫ້ດັບສິ້ນໄປ. |
|
| 25 |
|
| ແຕ່ເອສະເທີໄດ້ເຂົ້າໄປຫາກະສັດ ແລະກະສັດໄດ້ອອກຄຳສັ່ງເປັນລາຍລັກອັກສອນ ໃຫ້ຮາມານໄດ້ຮັບໂທດດ້ວຍເຄາະກຳທີ່ລາວໄດ້ວາງແຜນການໄວ້ສຳລັບຊາວຢິວ ຄືລາວພ້ອມດ້ວຍລູກຊາຍສິບຄົນຂອງລາວຖືກແຂວນຄໍເທິງຫລັກ. |
|
| 26 |
|
| ດ້ວຍເຫດນີ້ ຄົນຈຶ່ງເອີ້ນວັນພັກນີ້ວ່າ ປູຣິມ. ຍ້ອນຈົດໝາຍຂອງມໍເດໄກ ແລະຍ້ອນເຫດການທຸກຢ່າງທີ່ໄດ້ເກີດຂຶ້ນກັບພວກເຂົາ |
|
| 27 |
|
| ຊາວຢິວຈຶ່ງໄດ້ຕັ້ງກົດລະບຽບໄວ້ສຳລັບພວກເຂົາເອງ, ສຳລັບເຊື້ອສາຍຂອງພວກເຂົາ ແລະສຳລັບຜູ້ທີ່ໄດ້ເຂົ້າຮ່ວມກັບພວກເຂົາ ໃນທຸກປີໃດ ເມື່ອເຖິງກຳນົດຂອງສອງວັນນີ້ແລ້ວ ໃຫ້ມີການຢຶດຖືຢ່າງສະໝໍ່າສະເໝີ ຕາມຄຳແນະນຳຂອງມໍເດໄກ. |
|
| 28 |
|
| ໄດ້ມີການລົງມະຕິກັນວ່າ ໃຫ້ຊາວຢິວທຸກໆຄອບຄົວແຕ່ລະຍຸກສະໄໝ ໃນທຸກໆແຂວງແລະທຸກໆເມືອງ ຈົດຈຳແລະຢຶດຖືວັນປູຣິມນີ້ຕະຫລອດໄປ. |
|
| 29 |
|
| ແລ້ວຣາຊີນີເອສະເທີລູກສາວຂອງອາບີໄຮພ້ອມທັງມໍເດໄກ ກໍຍັງໄດ້ຂຽນຈົດໝາຍສະບັບໜຶ່ງອີກເປັນທາງການ ໃຊ້ສິດຂອງຣາຊີນີຢ່າງເຕັມສ່ວນ ຮັບຮອງຈົດໝາຍກ່ຽວກັບປູຣິມ ຊຶ່ງມໍເດໄກໄດ້ຂຽນໄປກ່ອນນັ້ນ. |
|
| 30 |
|
| ຈົດໝາຍນີ້ຖືກສົ່ງໄປເຖິງຊາວຢິວທຸກຄົນ ແລະທັງສົ່ງສຳເນົາໄປໃຫ້ໜຶ່ງຮ້ອຍຊາວເຈັດແຂວງ ໃນອານາຈັກເປີເຊຍ. ຈົດໝາຍນັ້ນໄດ້ມີຄຳອວຍພອນຄວາມສະຫງົບສຸກແລະຄວາມປອດໄພແກ່ຊາວຢິວ |
|
| 31 |
|
| ແລະທັງແນະນຳພວກເຂົາພ້ອມທັງເຊື້ອສາຍ ໃຫ້ຢຶດຖືປູຣິມຕາມວັນທີ່ໄດ້ກຳນົດໄວ້ ໃຫ້ເປັນກົດລະບຽບໃນການຖືສິນອົດອາຫານ ແລະເວລາໂສກເສົ້າໄວ້ທຸກ. ຄຳສັ່ງນີ້ແມ່ນຖືກປະກາດໃຫ້ໃຊ້ ໂດຍມໍເດໄກແລະຣາຊີນີເອສະເທີ. |
|
| 32 |
|
| ຄຳສັ່ງຂອງຣາຊີນີເອສະເທີເປັນການຢືນຢັນ ຮັບຮອງກົດລະບຽບຂອງເທດສະການປູຣິມ ຕາມທີ່ໄດ້ມີບັນທຶກໄວ້ໃນໜັງສືມ້ວນ. |
|
|
|
|