|
| 1 |
|
| ຢູ່ໃນດິນແດນອູເຊ ມີຊາຍຜູ້ໜຶ່ງຊື່ວ່າ ໂຢບ. ລາວນະມັດສະການພຣະເຈົ້າແລະສັດຊື່ຕໍ່ພຣະອົງ. ລາວເປັນຄົນດີແລະລະມັດລະວັງຕົວບໍ່ເຮັດຊົ່ວ. |
|
| 2 |
|
| ໂຢບມີລູກຊາຍເຈັດຄົນ ແລະມີລູກສາວສາມຄົນ, |
|
| 3 |
|
| ພ້ອມທັງມີແກະເຈັດພັນໂຕ, ອູດສາມພັນໂຕ, ງົວໜຶ່ງພັນໂຕ ແລະລໍຫ້າຮ້ອຍໂຕ. ເພິ່ນຍັງມີຄົນຮັບໃຊ້ຈຳນວນຫລວງຫລາຍ ແລະທັງເປັນຄົນຮັ່ງມີທີ່ສຸດຢູ່ທາງພາກຕາເວັນອອກ. |
|
| 4 |
|
| ພວກລູກຊາຍຂອງໂຢບໄດ້ຕົກຜຽນກັນຈັດງານກິນລ້ຽງຂຶ້ນ ຊຶ່ງລູກຊາຍຄົນອື່ນໆກໍມີໜ້າຢູ່ໃນທີ່ນັ້ນທຸກຄົນ ແລະພວກເຂົາໄດ້ເຊີນນ້ອງສາວສາມຄົນມາຮ່ວມນຳສະເໝີ. |
|
| 5 |
|
| ຕອນເຊົ້າຫລັງຈາກງານກິນລ້ຽງເລີກແລ້ວ ທຸກເທື່ອໂຢບຈະຕື່ນແຕ່ເຊົ້າມືດ ແລະຖວາຍເຄື່ອງເຜົາບູຊາສຳລັບລູກແຕ່ລະຄົນ ເພື່ອຊຳລະພວກເຂົາຈາກມົນທິນ. ເພິ່ນເຮັດເຊັ່ນນີ້ເລື້ອຍໆເພາະເພິ່ນຄິດວ່າ ຜູ້ໜຶ່ງໃນພວກເຂົາອາດໄດ້ເຮັດບາບ ໂດຍປະໝາດພຣະເຈົ້າຢ່າງບໍ່ຮູ້ສຶກຕົວກໍໄດ້. |
|
| 6 |
|
| ເມື່ອເຖິງວັນທີ່ພວກເທວະດາຂອງພຣະເຈົ້າ ເຂົ້າມາຊ້ອງໜ້າພຣະເຈົ້າຢາເວ ມານຊາຕານ ກໍມາໃນທ່າມກາງພວກເຂົາດ້ວຍ. |
|
| 7 |
|
| ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄປເຮັດຫຍັງມາ?” ມານຊາຕານຕອບພຣະເຈົ້າຢາເວວ່າ, “ຂ້ານ້ອຍໄປຫັ້ນມານີ້ ທ່ອງທ່ຽວໄປມາທົ່ວໂລກ.” |
|
| 8 |
|
| ພຣະເຈົ້າຢາເວຖາມມານຊາຕານວ່າ, “ເຈົ້າໄດ້ສັງເກດເບິ່ງໂຢບ ຜູ້ຮັບໃຊ້ຂອງເຮົາບໍ? ເທິງແຜ່ນດິນໂລກນີ້ບໍ່ມີຜູ້ໃດທີ່ສັດຊື່ແລະດີເທົ່າກັບລາວ. ລາວຢຳເກງພຣະເຈົ້າແລະລະມັດລະວັງຕົວບໍ່ເຮັດຊົ່ວ.” |
|
| 9 |
|
| ມານຊາຕານຕອບພຣະເຈົ້າຢາເວວ່າ, “ໂຢບຈະຢຳເກງພຣະເຈົ້າບໍ ຖ້າລາວບໍ່ໄດ້ສິ່ງໃດເລີຍ? |
|
| 10 |
|
| ພຣະອົງປົກປັກຮັກສາລາວ, ຄອບຄົວຂອງລາວ ແລະສິ່ງຂອງທີ່ລາວມີນັ້ນຕະຫລອດມາ. ພຣະອົງອວຍພອນທຸກໆສິ່ງທີ່ລາວເຮັດ ແລະໃຫ້ລາວມີຝູງງົວຈົນເຕັມເມືອງ. |
|
| 11 |
|
| ແຕ່ບັດນີ້ຖ້າວ່າ ພຣະອົງເອົາທຸກໆສິ່ງທີ່ລາວມີໄປໝົດ ລາວກໍຈະສາບແຊ່ງພຣະອົງຕໍ່ໜ້າໂລດ.” |
|
| 12 |
|
| ພຣະເຈົ້າຢາເວກ່າວແກ່ມານຊາຕານວ່າ, “ຕົກລົງ ທຸກໆສິ່ງທີ່ລາວມີນັ້ນ ຢູ່ໃນອຳນາດຂອງເຈົ້າ ແຕ່ເຈົ້າບໍ່ຕ້ອງທຳຮ້າຍຕົວໂຢບ.” ແລ້ວມານຊາຕານກໍຈາກພຣະເຈົ້າຢາເວໄປ. |
|
| 13 |
|
| ວັນໜຶ່ງ ຂະນະທີ່ພວກລູກຂອງໂຢບ ກຳລັງກິນລ້ຽງກັນຢູ່ໃນເຮືອນຂອງອ້າຍກົກ |
|
| 14 |
|
| ມີຜູ້ໜຶ່ງແລ່ນມາ ແລະບອກຂ່າວແກ່ໂຢບວ່າ, “ຂະນະທີ່ພວກຂ້ານ້ອຍເອົາງົວໄຖນາແລະລໍກໍກິນຫຍ້າຢູ່ໃກ້ໆນັ້ນ. |
|
| 15 |
|
| ໃນທັນໃດນັ້ນ ກໍມີພວກເຊບາ ເຂົ້າມາໂຈມຕີ ແລະລັກເອົາສັດໄປຈົນໝົດ. ພວກເຂົາໄດ້ຂ້າຄົນຮັບໃຊ້ທຸກຄົນຂອງທ່ານ ຍົກເວັ້ນແຕ່ຂ້ານ້ອຍ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” |
|
| 16 |
|
| ລາວເວົ້າບໍ່ທັນຂາດຄຳ ຄົນຮັບໃຊ້ຜູ້ອື່ນອີກກໍມາ ແລະເວົ້າວ່າ, “ຟ້າໄດ້ຜ່າແກະກັບຄົນລ້ຽງແກະຕາຍຈົນໝົດ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” |
|
| 17 |
|
| ລາວເວົ້າບໍ່ທັນຂາດຄຳ ກໍມີຄົນຮັບໃຊ້ຜູ້ອື່ນເຂົ້າມາ ແລະເວົ້າວ່າ, “ມີພວກນັກປຸ້ນຊາວກັນເດອານ ສາມກຸ່ມໄດ້ມາໂຈມຕີພວກຂ້ານ້ອຍ ພວກເຂົາໄດ້ເອົາອູດໄປໝົດ ແລະຂ້າຄົນຮັບໃຊ້ທຸກຄົນຂອງທ່ານດ້ວຍ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” |
|
| 18 |
|
| ລາວເວົ້າບໍ່ທັນຂາດຄຳ ຄົນຮັບໃຊ້ຜູ້ອື່ນກໍເຂົ້າມາ ແລະເວົ້າວ່າ, “ພວກລູກໆຂອງທ່ານກຳລັງກິນລ້ຽງຢູ່ທີ່ເຮືອນຂອງອ້າຍກົກ |
|
| 19 |
|
| ມີລົມພະຍຸພັດມາແຕ່ທະເລຊາຍ. ລົມນີ້ພັດເຮືອນຊານເພພັງລົງ ແລະທັບລູກຊາຍຍິງຂອງທ່ານຕາຍໝົດ. ຂ້ານ້ອຍແມ່ນຜູ້ດຽວເທົ່ານັ້ນ ທີ່ລອດຊີວິດໜີມາບອກທ່ານ.” |
|
| 20 |
|
| ແລ້ວໂຢບກໍລຸກຂຶ້ນ ແລະຈີກເຄື່ອງນຸ່ງຫົ່ມຂອງຕົນດ້ວຍຄວາມທຸກໃຈ. ເພິ່ນແຖຜົມ ແລະກົ້ມຂາບລົງດິນ. |
|
| 21 |
|
| ເພິ່ນເວົ້າວ່າ, “ຂ້ານ້ອຍໄດ້ອອກມາຈາກທ້ອງແມ່ດ້ວຍຕົວເປົ່າ ແລະຂ້ານ້ອຍກໍຈະຈາກໂລກໄປດ້ວຍຕົວເປົ່າ. ພຣະເຈົ້າຢາເວໄດ້ໂຜດໃຫ້ ແລະພຣະເຈົ້າຢາເວໄດ້ເອົາຄືນໄປ. ຂໍໃຫ້ພຣະນາມຂອງພຣະເຈົ້າຢາເວເປັນທີ່ຍ້ອງຍໍສັນລະເສີນເທີ້ນ.” |
|
| 22 |
|
| ເຖິງແມ່ນວ່າສິ່ງທັງໝົດນັ້ນໄດ້ເກີດຂຶ້ນກໍຕາມ; ແຕ່ໂຢບກໍບໍ່ໄດ້ເຮັດບາບໂດຍກ່າວໂທດພຣະເຈົ້າແຕ່ຢ່າງໃດເລີຍ. |
|
|
|
|