×

Lao ພຣະຄຳພີສັກສິ 2012

ໂຢບ 11

1
“ຈະ​ບໍ່ມີ​ຜູ້ໃດ​ຕອບ​ຄຳເວົ້າ​ອັນ​ໄຮ້ປະໂຫຍດ​ນີ້​ບໍ? ຄົນ​ທີ່​ເວົ້າ​ຫລາຍ​ຈະ​ນັບ​ວ່າ​ຖືກຕ້ອງ​ບໍ່​ຫ່ອນໄດ້?
2
3
ໂຢບ​ເອີຍ ເຈົ້າ​ຄິດ​ວ່າ ພວກເຮົາ​ຕອບ​ເຈົ້າ​ບໍ່ໄດ້​ຊັ້ນບໍ? ຄຳ​ທີ່​ເຈົ້າ​ເວົ້າ​ຫຍໍ້ຫຍັນ ເຮັດ​ໃຫ້​ພວກເຮົາ​ເວົ້າ​ຫຍັງ​ບໍ່ໄດ້​ບໍ?
4
ເຈົ້າ​ອ້າງ​ວ່າ, ‘ສິ່ງ​ທີ່​ຂ້ອຍ​ເວົ້າ​ລ້ວນແຕ່​ເປັນ​ຄວາມຈິງ’; ເຈົ້າ​ອ້າງ​ວ່າ, ‘ຂ້ອຍ​ບໍຣິສຸດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າ.’
5
ຂ້ອຍ​ຢາກ​ໃຫ້​ພຣະເຈົ້າ​ຕອບ​ເຈົ້າ​ຫລາຍ​ສໍ່າໃດ ພຣະອົງ​ຈະ​ໄດ້​ບອກ​ເຖິງ​ປັນຍາ​ຫລາຍຢ່າງ​ກໍໄດ້; ມີ​ຫລາຍ​ສິ່ງ​ເລິກໂພດ​ສຳລັບ​ມະນຸດ​ທີ່​ຈະ​ເຂົ້າໃຈ ພຣະເຈົ້າ​ລົງໂທດ​ໜ້ອຍກວ່າ​ທີ່​ເຈົ້າ​ຄວນ​ຈະ​ໄດ້​ຮັບ.
6
7
ເຈົ້າ​ຢັ່ງຮູ້​ເຖິງ​ຂອບເຂດ​ແລະ​ຄວາມ​ຈຳກັດ ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ໄດ້​ຫລື​ບໍ່?
8
ທ້ອງຟ້າ​ມີ​ຂອບເຂດ​ເມື່ອໃດ​ສຳລັບ​ພຣະເຈົ້າ​ນໍ? ມັນ​ກວ້າງໄກ​ເກີນກວ່າ​ເຈົ້າ​ຈະ​ຢື້​ເຖິງ​ໄດ້. ພຣະເຈົ້າ​ຮູ້​ທຸກສິ່ງ​ໃນ​ໂລກ​ແຫ່ງ​ຄວາມຕາຍ ແຕ່​ສຳລັບ​ເຈົ້າ​ບໍ່​ອາດ​ຮູ້ເຖິງ​ມັນ​ໄດ້.
9
ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ໃຫຍ່​ກວ່າ​ໂລກາ ກວ້າງຂວາງ​ກວ່າ​ທ້ອງ​ມະຫາສະໝຸດ​ເລິກ.
10
ຖ້າ​ພຣະເຈົ້າ​ຈັບ​ເຈົ້າ ແລະ​ນຳ​ເຈົ້າ​ຂຶ້ນ​ສານ ຜູ້ໃດ​ຈະ​ກ້າ​ຂັດຂວາງ​ພຣະອົງ​ໄດ້?
11
ພຣະເຈົ້າ​ຮູ້​ວ່າ​ມະນຸດ​ບໍ່ມີ​ຄຸນຄ່າ; ພຣະອົງ​ເຫັນ​ທຸກ​ການ​ກະທຳ​ຊົ່ວ​ຂອງ​ພວກ​ເຂົາເຈົ້າ.
12
ຄົນໂງ່​ເລີ່ມ​ຈະ​ມີ​ປັນຍາ​ໄດ້​ກໍ​ຕໍ່​ເມື່ອ​ໂຕ​ລໍປ່າ ຖືກ​ຄົນ​ນຳ​ມັນ​ມາ​ຝຶກຫັດ​ໃຫ້​ຮູ້ຄວາມ​ໄດ້.
13
ໂຢບ​ເອີຍ ຈົ່ງ​ມີ​ຈິດໃຈ​ຖືກຕ້ອງ ແລະ​ໃຫ້​ເຈົ້າ​ສະແຫວງ​ຫາ​ພຣະເຈົ້າ​ສາ
14
ຈົ່ງ​ກຳຈັດ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ຄວາມຜິດ​ອອກ​ຈາກ​ເຮືອນ​ຂອງເຈົ້າ.
15
ແລ້ວ​ຈົ່ງ​ປະເຊີນ​ໜ້າ​ກັບ​ໂລກ​ອີກຄັ້ງ ຢ່າງ​ໜັກແໜ້ນ​ໝັ້ນຄົງ ແລະ​ກ້າຫານ.
16
ແລ້ວ​ຄວາມທຸກ​ລຳບາກ​ກໍ​ຈະ​ຫາຍ​ໄປ​ໝົດ ດັ່ງ​ນໍ້າ​ຖ້ວມ​ທີ່​ບົກລົງ ແລະ​ບໍ່ມີ​ຜູ້ໃດ​ຈົດຈຳ​ອີກ.
17
ຊີວິດ​ເຈົ້າ​ຈະ​ສົດຊື່ນ​ກວ່າ​ແສງ​ຕາເວັນ ແລະ​ຊີວິດ​ອັນ​ມືດດຳ​ກໍ​ຈະ​ເປັນ​ດັ່ງ​ຮຸ່ງອາລຸນ​ຍາມ​ເຊົ້າ.
18
ພຣະເຈົ້າ​ຈະ​ປົກປັກ​ຮັກສາ ແລະ​ໃຫ້​ເຈົ້າ​ໄດ້​ພັກຜ່ອນ ເຈົ້າ​ຈະ​ຢູ່​ຢ່າງ​ປອດໄພ​ໄດ້ ແລະ​ເຕັມ​ໄປ​ດ້ວຍ​ຄວາມຫວັງ.
19
ເຈົ້າ​ກໍ​ບໍ່​ຕ້ອງ​ຢ້ານ​ເຫຼົ່າ​ສັດຕູ​ອີກ​ຕໍ່ໄປ; ແລະ​ຈະ​ມີ​ຫລາຍ​ຄົນ​ໃຫ້​ຄວາມ​ຊ່ວຍເຫລືອ​ເຈົ້າ.
20
ສ່ວນ​ຄົນຊົ່ວຊ້າ​ນັ້ນ ຈະ​ແນມຫາ​ຜູ້​ຊ່ວຍຊູ ຜູ້​ທີ່​ພວກເຂົາ​ຫວັງ​ອາໄສ ກໍ​ຈະ​ເຮັດ​ໃຫ້​ຜິດຫວັງ​ເທົ່ານັ້ນ ແລະ​ທາງ​ທີ່​ຈະ​ຫລີກ​ໜີ​ຈາກ​ໂພຍໄພ​ກໍ​ຈະ​ບໍ່ມີ; ຄວາມຫວັງ​ຢ່າງດຽວ​ຂອງ​ພວກເຂົາ​ກໍ​ຄື​ຕາຍ​ເທົ່ານັ້ນ.”
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ