|
| 1 |
|
| “ໂຢບເອີຍ ຄົນຄືເຈົ້າມິດເລີຍສາໄດ້ຫລືບໍ່? ພວກເຮົາຈະເວົ້າຕໍ່ໄປກັບເຈົ້າຖ້າເຈົ້າມິດແລະຟັງ. |
|
| 2 |
|
|
|
| 3 |
|
| ພວກເຈົ້າຈະປ່ອຍໃຫ້ໂຢບຄິດວ່າພວກເຮົາຄືສັດຊັ້ນບໍ? ຫລືພວກເຈົ້າຄິດວ່າພວກເຮົາເປັນຄົນໂງ່ຈ້າ. |
|
| 4 |
|
| ໂຢບເອີຍ ທີ່ເຈົ້າໂກດຮ້າຍມັນທຳລາຍເຈົ້າເອງ ແຜ່ນດິນໂລກຈະສັ່ນສະເທືອນ ຍ້ອນຄວາມໂກດຮ້າຍຂອງເຈົ້າບໍ? ຫລືກ້ອນຫີນຈະເຄື່ອນຍ້າຍຈາກທີ່ຂອງມັນໄດ້ບໍ? |
|
| 5 |
|
| ແສງແຈ້ງຂອງຄົນຊົ່ວນັ້ນຈະຖືກມອດມິດໄປ ແປວໄຟຂອງພວກເຂົາກໍຈະບໍ່ສ່ອງແສງຂຶ້ນມາອີກ. |
|
| 6 |
|
| ແສງແຈ້ງໃນຜ້າເຕັນຂອງພວກເຂົາຈະມອດໄປ ດັ່ງຕະກຽງດັບແລະຈົມຢູ່ໃນຄວາມມືດ. |
|
| 7 |
|
| ບາດກ້າວຂອງພວກເຂົາໜັກແໜ້ນແຕ່ບັດນີ້ຕຳສະດຸດ; ພວກເຂົາລົ້ມລົງດ້ວຍອຸບາຍຂອງພວກເຂົາເອງ. |
|
| 8 |
|
| ພວກເຂົາຍ່າງໄປຖືກຕາໜ່າງເພາະຕີນຂອງພວກເຂົາເອງ ແລະພວກເຂົາກໍຍ່າງພະເນຈອນໄປສູ່ບ້ວງແຮ້ວ; |
|
| 9 |
|
| ແຮ້ວທີ່ວາງໄວ້ນັ້ນຈະຈັບທີ່ຂະໜ່ອງຂອງພວກເຂົາ ແລະຕົວພວກເຂົາເອງກໍຈະຖືກຫິ້ວຂຶ້ນ. |
|
| 10 |
|
| ທີ່ເທິງໜ້າດິນນັ້ນມີແຮ້ວທີ່ຖືກຫ້າງໄວ້ຢ່າງດີ ຖືກວາງໄວ້ຕາມທາງທີ່ລາວຍ່າງໄປມານັ້ນ. |
|
| 11 |
|
| ອ້ອມຮອບຕົວລາວນັ້ນ ຄວາມຢ້ານໃຫຍ່ລໍຄອຍ ມັນຕິດຕາມລາວໄປໃນທຸກໆບາດກ້າວ. |
|
| 12 |
|
| ລາວເຄີຍຮັ່ງມີຂຶ້ນ ແຕ່ບັດນີ້ຊໍ້າພັດອຶດຫິວ; ຄວາມຈິບຫາຍຢືນລໍຄອຍຢູ່ຂ້າງໆລາວນັ້ນ. |
|
| 13 |
|
| ພະຍາດເຖິງຕາຍກໍລາມໄປທົ່ວຮ່າງກາຍ ເຮັດໃຫ້ແຂນຂາລາວເປື່ອຍເໝັນຄາວຍ້ອນ. |
|
| 14 |
|
| ລາວຖືກຖອນອອກຈາກເຕັນທີ່ຢູ່ຢ່າງປອດໄພ ຖືກນຳມາຢູ່ຊ້ອງໜ້າເຈົ້າແຫ່ງຄວາມຕາຍແລ້ວ. |
|
| 15 |
|
| ບັດນີ້ ຜູ້ໃດສາມາດຢູ່ໃນຜ້າເຕັນຂອງຕົນ ຫລັງຈາກທີ່ຄົນໂຮຍມາດລົງຂ້າເຊື້ອພະຍາດທີ່ນັ້ນ. |
|
| 16 |
|
| ສະນັ້ນ ລາວຈຶ່ງເປັນດັ່ງຕົ້ນໄມ້ທີ່ກຳລັງຈະຕາຍ ຮາກເຫງົ້າກິ່ງກ້ານທັງຫລາຍກໍຫ່ຽວແຫ້ງໄປສິ້ນ. |
|
| 17 |
|
| ໃນບ້ານເມືອງແລະຕ່າງຖິ່ນຊື່ສຽງລາວກໍໝົດໄປ ບໍ່ມີຜູ້ໃດທີ່ຈະຈົດຈຳລາວໄວ້ຕໍ່ໄປອີກແລ້ວ. |
|
| 18 |
|
| ລາວຈະຖືກຂັບໄລ່ອອກຈາກດິນແດນຄົນເປັນ ຄືຖືກຂັບໄລ່ຈາກແສງແຈ້ງເຂົ້າສູ່ຄວາມມືດ. |
|
| 19 |
|
| ລາວຈະບໍ່ມີລູກເພື່ອສືບເຊື້ອສາຍໃຫ້ລາວເລີຍ ຈະບໍ່ມີຜູ້ໃດລອດຊີວິດຢູ່ໃນບ້ານເຮືອນຂອງລາວດ້ວຍ. |
|
| 20 |
|
| ແຕ່ຕາເວັນອອກເຖິງຕາເວັນຕົກຕ່າງກໍໄດ້ຍິນ ເຖິງຊາຕາກຳລາວ ຈຶ່ງຂົນລຸກແລະສັ່ນເຊັນດ້ວຍ. |
|
| 21 |
|
| ຊາຕາກຳຂອງຄົນຊົ່ວນັ້ນກໍເປັນດັ່ງນີ້ແຫລະ ຄືຜູ້ທີ່ບໍ່ໄດ້ບົວລະບັດພຣະເຈົ້າຂອງຕົນຢ່າງຖືກຕ້ອງ.” |
|
|
|
|