|
| 1 |
|
| “ມະນຸດທີ່ຕ້ອງຕາຍຈະເປັນປະໂຫຍດອັນໃດສຳລັບພຣະເຈົ້າ? ແມ່ນມະນຸດທີ່ສະຫລາດທີ່ສຸດ ກໍເປັນປະໂຫຍດສຳລັບລາວເອງເທົ່ານັ້ນ? |
|
| 2 |
|
|
|
| 3 |
|
| ທີ່ເຈົ້າເຮັດຖືກຕ້ອງນັ້ນ ເປັນປະໂຫຍດຫຍັງແກ່ພຣະເຈົ້າ? ຫລືທີ່ເຈົ້າເຮັດດີຮອບຄອບນັ້ນ ຊ່ວຍຫຍັງພຣະອົງໄດ້ແດ່? |
|
| 4 |
|
| ມັນບໍ່ແມ່ນຍ້ອນເຈົ້າຢຳເກງພຣະເຈົ້າດອກຫລື ທີ່ພຣະອົງຕໍ່ສູ້ເຈົ້າ ແລະນຳເຈົ້າຂຶ້ນສານນັ້ນ. |
|
| 5 |
|
| ແຕ່ຍ້ອນເຈົ້າຕ່າງຫາກ ທີ່ໄດ້ເຮັດບາບໄວ້ຫລາຍ ຍ້ອນຄວາມຊົ່ວທັງໝົດທີ່ເຈົ້າໄດ້ກະທຳໄວ້. |
|
| 6 |
|
| ເພື່ອໃຫ້ພີ່ນ້ອງຂອງເຈົ້າຄືນໜີ້ ທີ່ພວກເຂົາໄດ້ຢືມໄປ ເຈົ້າເອົາເຄື່ອງນຸ່ງຂອງພວກເຂົາ ແລະບໍ່ປະຫຍັງໃຫ້ພວກເຂົານຸ່ງ. |
|
| 7 |
|
| ເຈົ້າບໍ່ຍອມແມ່ນແຕ່ໃຫ້ນໍ້າແກ່ຜູ້ຫິວກະຫາຍ ແລະປະຕິເສດລ້ຽງດູແມ່ນແຕ່ຜູ້ອຶດຢາກ. |
|
| 8 |
|
| ເຈົ້າໄດ້ໃຊ້ອຳນາດແລະຕຳແໜ່ງຢ່າງຜິດໆ ເພື່ອຢຶດດິນດອນບ່ອນທຳມາຫາກິນທັງໝົດນັ້ນ. |
|
| 9 |
|
| ເຈົ້າບໍ່ພຽງແຕ່ປະຕິເສດຊ່ວຍແມ່ໝ້າຍທັງຫລາຍ ແຕ່ເຈົ້າຍັງໄດ້ປຸ້ນ ແລະຂົ່ມເຫັງເດັກກຳພ້າດ້ວຍ. |
|
| 10 |
|
| ສະນັ້ນ ບັດນີ້ຢູ່ອ້ອມຕົວເຈົ້າຈຶ່ງເຕັມແຕ່ສິ່ງດັກຈັບ ໃນທັນໃດ ເຈົ້າກໍເຕັມໄປແຕ່ຄວາມຢ້ານ. |
|
| 11 |
|
| ມັນແຮ່ງມືດມົວຍິ່ງຂຶ້ນ ຈົນເຈົ້າເບິ່ງບໍ່ເຫັນມັນ ມັນມາດັ່ງນໍ້າໄຫລພັດຖ້ວມ ທັບເທິງຕົວເຈົ້າ. |
|
| 12 |
|
| ພຣະເຈົ້າບໍ່ໄດ້ສະຖິດຢູ່ທີ່ຟ້າສະຫວັນບ່ອນສູງສຸດບໍ? ແລະແນມເບິ່ງໝູ່ດວງດາວທີ່ຢູ່ບ່ອນສູງໆພຸ້ນ? |
|
| 13 |
|
| ເຈົ້າຊໍ້າພັດຖາມວ່າ, ‘ພຣະເຈົ້າຮູ້ໄດ້ຢ່າງໃດ? ກ້ອນເມກບັງພຣະອົງໄວ້ ຈະຕັດສິນຂ້ອຍໄດ້ຢ່າງໃດ?’ |
|
| 14 |
|
| ເຈົ້າຄິດວ່າເມກອັນໜາບັງພຣະອົງບໍ່ໃຫ້ເຫັນເຈົ້າບໍ ເມື່ອພຣະອົງຍ່າງເທິງວົງໂຄ້ງຂອງຂອບຟ້າ. |
|
| 15 |
|
| ເຈົ້າໄດ້ຕັດສິນໃຈຍ່າງໃນຮ່ອມແຫ່ງເສັ້ນທາງ ບ່ອນທີ່ຄົນຊົ່ວທັງຫລາຍໄດ້ເດີນຕາມສະເໝີນັ້ນ? |
|
| 16 |
|
| ແມ່ນວ່າກ່ອນເວລາຂອງພວກເຂົາມາຮອດມາເຖິງ ພວກເຂົາກໍຖືກນໍ້າຖ້ວມກວາດລ້າງໄປຈົນໝົດສິ້ນ. |
|
| 17 |
|
| ຄົນປະຖິ້ມພຣະເຈົ້າກໍເປັນເຊັ່ນນີ້ແຫລະ ແລະຄິດວ່າພຣະອົງຈະເຮັດຫຍັງໃຫ້ພວກເຂົາບໍ່ໄດ້. |
|
| 18 |
|
| ແທ້ຈິງແມ່ນພຣະເຈົ້າ ທີ່ໄດ້ເຮັດໃຫ້ພວກເຂົາຮຸ່ງເຮືອງ ຂ້ອຍຈຶ່ງບໍ່ເຂົ້າໃຈຄວາມຄິດຂອງຄົນຊົ່ວເຊັ່ນນັ້ນ. |
|
| 19 |
|
| ຄົນດີກໍດີໃຈໄດ້ ແລະຄົນບໍ່ຜິດກໍຫົວເລາະ ເມື່ອພວກເຂົາໄດ້ເຫັນຄົນຊົ່ວຖືກຕັດສິນ. |
|
| 20 |
|
| ສິ່ງຂອງທີ່ຄົນຊົ່ວມີນັ້ນ ກໍຖືກທຳລາຍຖິ້ມໝົດ ແລະໄຟກໍເຜົາຜານສິ່ງທັງປວງທີ່ຍັງເຫລືອຢູ່. |
|
| 21 |
|
| ໂຢບເອີຍ ບັດນີ້ຈົ່ງຄືນດີກັບພຣະເຈົ້າສາ ແລະທຸກສິ່ງກໍຈະເປັນໄປໂດຍດີສຳລັບເຈົ້າ. ຢ່າສູ່ເຮັດກັບພຣະເຈົ້າຄືພຣະອົງເປັນສັດຕູໃດ ຖ້າເຮັດໄດ້ ພຣະອົງກໍຈະອວຍພອນເຈົ້າ. |
|
| 22 |
|
| ຈົ່ງຮັບຄຳສັ່ງສອນທີ່ຊົງມອບໃຫ້ເຈົ້ານັ້ນສາ ແລະຮັກສາພຣະທຳໄວ້ຢູ່ໃນຈິດໃຈຂອງເຈົ້າ. |
|
| 23 |
|
| ຈົ່ງກັບມາຫາພຣະເຈົ້າດ້ວຍຄວາມຖ່ອມໃຈ ໃຫ້ທຸກຄວາມຊົ່ວສິ້ນສູນໄປຈາກເຮືອນຂອງເຈົ້າ. |
|
| 24 |
|
| ຈົ່ງໂຍນຄຳຂອງເຈົ້າຖິ້ມອອກໄປສາ ໂຍນຄຳບໍຣິສຸດທີ່ເຈົ້າມີໃສ່ຫ້ວຍທີ່ແລ້ງນໍ້າ. |
|
| 25 |
|
| ຈົ່ງໃຫ້ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເປັນຄຳຂອງເຈົ້າສາ ແລະໃຫ້ພຣະອົງເປັນເງິນກອງສູງໆສຳລັບເຈົ້າ. |
|
| 26 |
|
| ແລ້ວເຈົ້າກໍຈະປິຕິຍິນດີໃນອົງຊົງຣິດອຳນາດຍິ່ງໃຫຍ່ ແລະຈະເງີຍໜ້າຂອງເຈົ້າຂື້ນຫາພຣະເຈົ້າ. |
|
| 27 |
|
| ເມື່ອເຈົ້າພາວັນນາອະທິຖານຫານັ້ນ ພຣະອົງກໍຈະຊົງຕອບ ເຈົ້າຈະຮັກສາຄຳສາບານທີ່ເຈົ້າໄດ້ເຮັດໄວ້. |
|
| 28 |
|
| ເຈົ້າຈະເຮັດສຳເລັດໃນທຸກສິ່ງທີ່ເຈົ້າກະທຳ ແສງແຈ້ງຈະສ່ອງໃສໃນທາງເດີນຂອງເຈົ້າ. |
|
| 29 |
|
| ພຣະເຈົ້າຂົ່ມຄົນຈອງຫອງ ໃຫ້ພວກເຂົາໄດ້ຕົກຕໍ່າ ແລະຊ່ວຍຊູຄົນຖ່ອມໃຈໃຫ້ຢູ່ໄດ້ຢ່າງປອດໄພ. |
|
| 30 |
|
| ພຣະອົງຈະຊ່ວຍກູ້ເອົາ ຖ້າເຈົ້າບໍ່ມີຄວາມຜິດ ຖ້າສິ່ງທີ່ເຈົ້າກະທຳເປັນການຖືກຕ້ອງ.” |
|
|
|
|