Lao ພຣະຄຳພີສັກສິ 2012
|
| 1 |
| “ພວກເຈົ້າຊ່າງຊ່ວຍເຫລືອຂ້ອຍດີແທ້ໆນໍ ຄືມີຕໍ່ຄົນຍາກຈົນຜູ້ທີ່ອ່ອນແຮງດັ່ງຂ້ອຍນີ້ |
| 2 |
| 3 |
| ຄຳແນະນຳທີ່ເຈົ້າໃຫ້ນັ້ນຊ່າງດີເຫຼືອຫລາຍ ແບ່ງປັນຄວາມຮູ້ທີ່ເຈົ້າມີໃຫ້ຄົນໂງ່ຈ້າດັ່ງຂ້ອຍນີ້ |
| 4 |
| ພວກເຈົ້າຄິດວ່າຜູ້ໃດຈະໄດ້ຍິນທຸກຄຳເວົ້າພວກເຈົ້າເດ? ຜູ້ໃດໄດ້ບັນດົນໃຈໃຫ້ພວກເຈົ້າເວົ້າເຊັ່ນນີ້?” |
| 5 |
| “ວິນຍານຂອງຄົນຕາຍນັ້ນກໍສັ່ນເຊັນ ໃນນໍ້າທັງຫລາຍໃຕ້ພື້ນແຜ່ນດິນໂລກ. |
| 6 |
| ແດນມໍຣະນາກໍເປີດແບອອກຢູ່ຕໍ່ໜ້າພຣະອົງ ບໍ່ມີຜ້າປົກຄຸມບັງຈາກສາຍຕາຂອງພຣະເຈົ້າ. |
| 7 |
| ພຣະເຈົ້າໄດ້ພືທ້ອງຟ້າອອກສູ່ທາງທິດເໜືອ ແລະແຂວນແຜ່ນດິນໂລກໄວ້ໃນທີ່ວ່າງເປົ່າ. |
| 8 |
| ແມ່ນພຣະເຈົ້າທີ່ເຮັດໃຫ້ເມກເຕັມດ້ວຍນໍ້າຝົນ ແລະຮັກສາບໍ່ໃຫ້ຟົ້ງໄປໂດຍມີນໍ້າໜັກເກີນໂພດ. |
| 9 |
| ພຣະອົງປົກບັງແສງສ່ອງຂອງເດືອນເຕັມດວງ ໂດຍດຶງເມກທັງຫລາຍມາເປັນຜ້າກັ້ງບັງໄວ້. |
| 10 |
| ພຣະອົງໄດ້ແຍກແສງແຈ້ງ ອອກຈາກມືດທັງໝົດ ໂດຍໃຊ້ວົງວຽນໜຶ່ງ ເຄື່ອນໄຫວຢູ່ເທິງທະເລກວ້າງ. |
| 11 |
| ເມື່ອພຣະອົງນາບຂູ່ເສົາຄໍ້າຟ້າທັງຫລາຍ ເສົານັ້ນກໍຄອນແຄນສັ່ນເຊັນດ້ວຍຄວາມຢ້ານ. |
| 12 |
| ກຳລັງຂອງພຣະເຈົ້າເອົາຊະນະແມ່ນແຕ່ທະເລ ໂດຍຄວາມຊຳນານທຳລາຍຣາຮາບຜີບໍລິສາດ. |
| 13 |
| ລົມຫາຍໃຈຂອງພຣະອົງເຮັດໃຫ້ຟ້າສະຫວັນແຈ່ມໃສ ແລະມືພຣະອົງທີ່ໃຊ້ຂ້າໄລ່ຜີບໍລິສາດໜີໄປໄດ້. |
| 14 |
| ແຕ່ສິ່ງທີ່ກ່າວມານີ້ ເປັນພຽງແຕ່ກ່າວເຖິງອຳນາດພຽງເລັກນ້ອຍຂອງພຣະອົງ ເປັນພຽງແຕ່ສຽງຊິ່ມຄ່ອຍໆ ທີ່ພວກເຮົາໄດ້ຍິນເທົ່ານັ້ນ. ຖ້າດັ່ງນັ້ນ ຜູ້ໃດແດ່ທີ່ມີຄວາມເຂົ້າໃຈ ເຖິງຄວາມຍິ່ງໃຫຍ່ອັນແທ້ຈິງຂອງພຣະເຈົ້າໄດ້ແດ່?” |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/job/026.mp3
42
26