|
| 1 |
|
| “ກ່ອນຈະຂຸດເອົາເງິນໄດ້ມັນຕ້ອງມີເໝືອງແຮ່ ກ່ອນຈະເຮັດໃຫ້ຄຳບໍຣິສຸດໄດ້ຕ້ອງມີບ່ອນຫລອມ. |
|
| 2 |
|
| ມະນຸດຂຸດເອົາເຫຼັກອອກມາຈາກພື້ນດິນ ແລະຈາກກ້ອນຫີນ, ມະນຸດຂຸດເອົາທອງແດງໄດ້. |
|
| 3 |
|
| ມະນຸດສຳຫລວດກວດເບິ່ງຄວາມມືດອັນຕຶບໜາ ຄົ້ນຫາໃນຄວາມເລິກຂອງຫີນຢູ່ພື້ນແຜ່ນດິນໂລກ. |
|
| 4 |
|
| ໄກຈາກທີ່ຄົນຢູ່ ຫລືຕີນຍ່າງຍ້າຍໄປມາ ມະນຸດຊອກຫາບໍ່ແຮ່ໂດຍຂຸດເປັນທາງລອດພື້ນ ທີ່ນັ້ນ ພວກເຂົາເຮັດວຽກຢ່າງໂດດດ່ຽວປ່ຽວໃຈ ຕິດຫ້ອຍຢູ່ກັບເຊືອກທີ່ຢ່ອນພວກເຂົາລົງໃນຫລຸມນັ້ນ. |
|
| 5 |
|
| ອາຫານການກິນເກີດຈາກພື້ນແຜ່ນດິນ ແຕ່ໃນບ່ອນດຽວກັນ, ທຸກສິ່ງກໍຖືກຈີກໃຫ້ໝຸ່ນ. |
|
| 6 |
|
| ຫີນຂອງແຜ່ນດິນໂລກບັນຈຸແກ້ວໄພທູນ ແລະຝຸ່ນຂອງຂີ້ດິນກໍບັນຈຸຄຳດ້ວຍ. |
|
| 7 |
|
| ບໍ່ມີແຫລວໂຕໃດດອກເຫັນທາງໄປສູ່ບໍ່ແຮ່ ບໍ່ມີແຮ້ງໂຕໃດດອກບິນຜ່ານເທິງມັນໄດ້ເລີຍ. |
|
| 8 |
|
| ບໍ່ມີໂຕສິງຫລືສັດຮ້າຍອື່ນໆໂຕໃດເລີຍ ທີ່ເຄີຍທ່ຽວໄປຜ່ານທາງທີ່ໂດດດ່ຽວນີ້ໄດ້. |
|
| 9 |
|
| ແຕ່ມະນຸດນັ້ນກ້າຂຸດໂງ່ນຫີນອັນແຂງ ທັງກ້າຂຸດພູເຂົາຫລາຍໆໜ່ວຍອອກຈາກຕີນພູໄດ້. |
|
| 10 |
|
| ເມື່ອພວກເຂົາຂຸດເປັນຖໍ້າຜ່ານໂງ່ນຫີນເຂົ້າໄປ ພວກເຂົາກໍໄດ້ຄົ້ນພົບຫີນນາໆຊະນິດທີ່ປະເສີດ. |
|
| 11 |
|
| ພວກເຂົາຂຸດໄປສູ່ແຫລ່ງເກີດແມ່ນໍ້າທັງຫລາຍ ແລະນຳສິ່ງທີ່ຖືກປິດບັງອອກສູ່ແສງແຈ້ງໄດ້. |
|
| 12 |
|
| ແຕ່ປັນຍານັ້ນຈະຊອກຫາໄດ້ຢູ່ໃສ? ຢູ່ທີ່ໃດພວກເຮົາຈະຮຽນເອົາຄວາມເຂົ້າໃຈໄດ້? |
|
| 13 |
|
| ປັນຍາຊອກຫາພົບບໍ່ໄດ້ໃນທ່າມກາງມະນຸດເດີ ບໍ່ມີຜູ້ໃດເຄີຍຮູ້ຈັກຄຸນຄ່າອັນແທ້ຈິງຂອງປັນຍາໄດ້. |
|
| 14 |
|
| ທະເລເລິກກວ້າງ ແລະມະຫາສະໝຸດກວ້າງໃຫຍ່ ເວົ້າວ່າ, ‘ປັນຍາກໍບໍ່ອາດຫາພົບໄດ້ຢູ່ໃນທີ່ນັ້ນ.’ |
|
| 15 |
|
| ປັນຍາຊື້ເອົາບໍ່ໄດ້ດ້ວຍເງິນຫລືຄຳ ຄຳຈາກໂອເຟຍກັບເພັດພອຍບໍຣິສຸດ ກໍມີຄ່າທຽບປັນຍາບໍ່ໄດ້. |
|
| 16 |
|
|
|
| 17 |
|
| ປັນຍານັ້ນມີຄຸນຄ່າຫລາຍກວ່າຄຳ ກວ່າອ່າງຄຳຢ່າງດີຫລືແກ້ວບໍຣິສຸດທີ່ໃສແຈ້ງ. |
|
| 18 |
|
| ຄຸນຄ່າຂອງປັນຍານັ້ນມີຫລາຍເຫລືອລົ້ນ ກວ່າເພັດນິນຈິນດາຫລືທັບທີມດ້ວຍ. |
|
| 19 |
|
| ພອຍສີເຫລືອງນໍ້າໜຶ່ງທັງຄຳນໍ້າໜຶ່ງກໍດີ ກໍທຽບເທົ່າກັບຄຸນຄ່າຂອງປັນຍາບໍ່ໄດ້. |
|
| 20 |
|
| ຖ້າດັ່ງນັ້ນ ແຫລ່ງຂອງປັນຍານັ້ນຢູ່ບ່ອນໃດ? ພວກເຮົາຈະຮຽນເອົາຄວາມເຂົ້າໃຈຢູ່ທີ່ໃດໄດ້? |
|
| 21 |
|
| ບໍ່ມີສິ່ງທີ່ມີຊີວິດຢູ່ຈະສາມາດເຫັນປັນຍາ ແມ່ນແຕ່ນົກບິນໄປມາໃນທ້ອງຟ້າອາກາດ. |
|
| 22 |
|
| ແມ່ນແຕ່ຄວາມຕາຍ ແລະການທຳລາຍກໍດີ ‘ກໍຍັງຮັບວ່າໄດ້ຍິນພຽງແຕ່ສຽງເລົ່າລືກັນເທົ່ານັ້ນ.’ |
|
| 23 |
|
| ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊ່ອງທາງ ຮູ້ຈັກບ່ອນທີ່ມະນຸດຈະຫາພົບປັນຍາໄດ້. |
|
| 24 |
|
| ເພາະພຣະອົງເຫັນທີ່ສຸດປາຍແຜ່ນດິນໂລກ, ເຫັນສິ່ງທັງຫລາຍທີ່ຢູ່ກ້ອງຟ້າສະຫວັນ. |
|
| 25 |
|
| ເມື່ອພຣະເຈົ້າໄດ້ໃຫ້ອຳນາດແກ່ລົມພັດຜ່ານ ແລະໄດ້ກຳນົດເຂດໝາຍຂອງທ້ອງທະເລກວ້າງ. |
|
| 26 |
|
| ເມື່ອພຣະເຈົ້າຕັດສິນຊີ້ຂາດບ່ອນທີ່ຝົນຈະຕົກ ກຳນົດທິດທາງແສງຟ້າແມບຜ່າຜ່ານໄປນັ້ນ. |
|
| 27 |
|
| ເມື່ອນັ້ນ ພຣະອົງໄດ້ເຫັນຊອບຕໍ່ສິ່ງນີ້ທັງໝົດ ຍ້ອນເຫັນປັນຍາ ແລະພິສູດຄຸນຄ່າຂອງປັນຍານັ້ນ. |
|
| 28 |
|
| ພຣະເຈົ້າໄດ້ກ່າວອອກເປັນຖ້ອຍເປັນຄຳ ແກ່ມວນມະນຸດທັງຫລາຍດັ່ງຕໍ່ລົງໄປນີ້: ‘ເພື່ອຈະມີປັນຍາຕ້ອງຢຳເກງອົງພຣະຜູ້ເປັນເຈົ້າ ເພື່ອຈະເຂົ້າໃຈຕ້ອງຫັນໜີຈາກຄວາມຊົ່ວຊ້າ.”’ |
|
|
|
|