|
| 1 |
|
| ໃນທີ່ສຸດ ໂຢບກໍທຳລາຍຄວາມງຽບແລະສາບແຊ່ງມື້ເກີດຂອງຕົນ. |
|
| 2 |
|
| “ຂ້າແດ່ພຣະເຈົ້າ ຈົ່ງສາບແຊ່ງວັນທີ່ຂ້ານ້ອຍເກີດມາ ຈົ່ງສາບແຊ່ງຄືນທີ່ຂ້ານ້ອຍມີຊີວິດຢູ່ໃນທ້ອງແມ່ເຖີດ |
|
| 3 |
|
|
|
| 4 |
|
| ຂ້າແດ່ພຣະເຈົ້າ ຂໍຊົງໂຜດປ່ຽນວັນນັ້ນສູ່ຄວາມມືດສາ ຢ່າຈົດຈຳວັນນັ້ນເລີຍ ແຕ່ໃຫ້ລືມໄລໄປສິ້ນ; ຢ່າໃຫ້ແສງສະຫວ່າງສ່ອງແຈ້ງໃສ່ເລີຍ ແຕ່ຈົ່ງໃຫ້ດັບສູນໄປຕະຫລອດ |
|
| 5 |
|
| ຈົ່ງເຮັດໃຫ້ວັນນັ້ນມົວເສົ້າມືດຕຶບສາ ຂໍໃຫ້ເມກຫຸ້ມແສງອາທິດໃຫ້ມືດດຳເຖີດ. |
|
| 6 |
|
| ຈົ່ງລືບຄືນນັ້ນອອກຈາກຮອບປີໃຫ້ແດ່ນາ ຢ່າໄດ້ນັບເຂົ້າໄປໃນຮອບປີອີກຈັກເທື່ອ; |
|
| 7 |
|
| ແຕ່ຈົ່ງເຮັດໃຫ້ຄືນນັ້ນກາຍເປັນໝັນໄປສາ ຢ່າໃຫ້ມີສຽງຮ້ອງໂຮຍິນດີຢ່າງໃດເລີຍເທາະ |
|
| 8 |
|
| ຈົ່ງບອກໝໍມົນໃຫ້ສາບແຊ່ງມື້ນັ້ນສາ ຄືພວກທີ່ຮູ້ຈັກຄວບຄຸມເລວີອາທັນໄດ້. |
|
| 9 |
|
| ຂໍໃຫ້ດາວອາລຸນເຊົ້າອັບແສງບໍ່ສະຫວ່າງ ຂໍໃຫ້ຄືນນັ້ນບໍ່ຫວັງເຫັນອາລຸນເຊົ້າແຈ້ງມາ. |
|
| 10 |
|
| ຈົ່ງສາບແຊ່ງຄືນນັ້ນ ທີ່ນຳຂ້ານ້ອຍໃຫ້ເກີດມາ ເພາະໄດ້ເຜີຍແບຄວາມລຳບາກໜັກຂອງຂ້ານ້ອຍ. |
|
| 11 |
|
| ຂ້ານ້ອຍຢາກຕາຍແຕ່ຄາວຢູ່ໃນທ້ອງມານດາ ຫລືຕາຍແຕ່ເວລາທີ່ຂ້ານ້ອຍໄດ້ເກີດມາພຸ້ນ. |
|
| 12 |
|
| ເປັນຫຍັງແມ່ຈຶ່ງອູ້ມຂ້ານ້ອຍໄວ້ໃນຕັກເພິ່ນນໍ? ເປັນຫຍັງຈຶ່ງລ້ຽງຂ້ານ້ອຍໃຫ້ດູດນົມເພິ່ນ. |
|
| 13 |
|
| ຖ້າຕາຍແຕ່ກີ້ປານນີ້ກໍຄົງໄດ້ພັກຜ່ອນດີ ນອນຢ່າງມີສຸກສະບາຍຢູ່ໃນທີ່ນັ້ນ |
|
| 14 |
|
| ດັ່ງເຈົ້າກະສັດ ແລະນັກປົກຄອງຜູ້ຍິ່ງໃຫຍ່ ຜູ້ທີ່ໄດ້ສ້າງວັງເກົ່າແກ່ຂຶ້ນໃໝ່ໃຫ້ສວຍງາມ. |
|
| 15 |
|
| ແລ້ວຂ້ານ້ອຍຈະໄດ້ນອນຫລັບດັ່ງບັນດາເຈົ້າຊາຍ ຜູ້ທີ່ມີເງິນຄຳເຕັມອັ້ນຫໍໂຮງຂອງພວກເຂົາເຈົ້າ. |
|
| 16 |
|
| ຫລືວ່າບໍ່ມີຂ້ານ້ອຍເລີຍກໍຄົງດີກວ່າ ໃຫ້ເປັນດັ່ງແອນ້ອຍວາຍຊີບຢູ່ໃນທ້ອງມານດາ. |
|
| 17 |
|
| ໃນຂຸມຝັງສົບນັ້ນ ຄົນຊົ່ວໄດ້ຢຸດການຊົ່ວຂອງຕົນ ຄົນເຮັດວຽກໜັກກໍນອນພັກຜ່ອນໃນທີ່ສຸດໄດ້. |
|
| 18 |
|
| ແມ່ນແຕ່ນັກໂທດກໍຍັງໄດ້ຮັບສັນຕິສຸກ ຫວິດຈາກສຽງສັ່ງສຽງຄຸມອັນຮ້າຍກາດ. |
|
| 19 |
|
| ທຸກຄົນຈະຢູ່ຫັ້ນ ທັງຜູ້ມີຊື່ສຽງແລະບໍ່ມີຊື່ສຽງ ແລະພວກທາດກໍຈະມີອິດສະຫລະໃນທີ່ສຸດໄດ້. |
|
| 20 |
|
| ເປັນຫຍັງນໍ ຜູ້ທີ່ຢູ່ໃນຄວາມທົນທຸກເວດທະນາ ຍັງໄດ້ຮັບແສງສະຫວ່າງ? ເປັນຫຍັງຈຶ່ງໃຫ້ຊີວິດແກ່ຜູ້ທີ່ມີໃຈຂົມຂື່ນ? |
|
| 21 |
|
| ພວກເຂົາລໍຄວາມຕາຍຢູ່ ແຕ່ບໍ່ເຫັນມາຈັກເທື່ອເລີຍ; ພວກເຂົາຕ້ອງການຂຸມຝັງສົບຫລາຍກວ່າຂຸມຊັບ. |
|
| 22 |
|
| ພວກເຂົາຈະບໍ່ເປັນສຸກ ຈົນກວ່າຈະຕາຍໄປ ແລະຖືກຝັງໄວ້ຢູ່ໃນຂຸມຝັງສົບຂອງພວກເຂົາເຈົ້າ; |
|
| 23 |
|
| ພຣະເຈົ້າເຊື່ອງຊ້ອນອະນາຄົດຂອງພວກເຂົາ ແລະໄດ້ປິດລ້ອມພວກເຂົາໄວ້ທຸກໆດ້ານ. |
|
| 24 |
|
| ແທນທີ່ຂ້ານ້ອຍຈະກິນເຂົ້າ ແຕ່ກັບໄວ້ທຸກ ແລະບໍ່ສາມາດຢຸດຢັ້ງຮ້ອງໄຫ້ຄໍ່າຄວນໄດ້ເລີຍ. |
|
| 25 |
|
| ສິ່ງທີ່ຂ້ານ້ອຍຮູ້ສຶກຢ້ານ ກໍເລີຍເກີດເປັນຈິງ ທຸກສິ່ງທີ່ຂ້ານ້ອຍຢ້ານກົວ ກໍແຮ່ງມາຖືກຊໍ້າ. |
|
| 26 |
|
| ຂ້ານ້ອຍບໍ່ມີສັນຕິສຸກທັງບໍ່ໄດ້ພັກຜ່ອນ ແລະຄວາມເດືອດຮ້ອນບໍ່ມີບັ້ນສິ້ນສຸດເປັນ.” |
|
|
|
|