|
| 1 |
|
| “ພວກເຈົ້າເປັນຄົນສະຫລາດແລະຫລັກແຫລມ ບັດນີ້ ຈົ່ງພາກັນຟັງສິ່ງທີ່ຂ້ອຍຈະເວົ້າ. |
|
| 2 |
|
|
|
| 3 |
|
| ພວກເຈົ້າຮູ້ວ່າອາຫານແຊບ ເມື່ອພວກເຈົ້າຊີມມັນ ແຕ່ເມື່ອໄດ້ຍິນຄຳເວົ້າອັນມີປັນຍາພັດເຂົ້າໃຈບໍ່ໄດ້. |
|
| 4 |
|
| ສະນັ້ນ ຈົ່ງຊອກຫາສິ່ງທີ່ຊອບທຳເບິ່ງດູ ແລະຊອກຮູ້ນຳກັນສິ່ງໃດທີ່ຖືກຕ້ອງ. |
|
| 5 |
|
| ໂຢບອ້າງຕົນວ່າເປັນຄົນບໍ່ມີຄວາມຜິດ ວ່າພຣະເຈົ້າບໍ່ຍອມໃຫ້ຄວາມຍຸດຕິທຳແກ່ຕົນໄດ້. |
|
| 6 |
|
| ລາວຖາມວ່າ, ‘ຂ້ອຍຕົວະວ່າຂ້ອຍມີຜິດໄດ້ຢ່າງໃດ? ທັງໆທີ່ຂ້ອຍເປັນຄົນຊອບທຳ, ຂ້ອຍບາດເຈັບສາຫັດແຕ່ຂ້ອຍບໍ່ໄດ້ເຮັດບາບ.’ |
|
| 7 |
|
| ພວກເຈົ້າເຄີຍເຫັນຜູ້ໃດແດ່ຄືໂຢບຄົນນີ້ບໍ? ລາວບໍ່ໃຫ້ຄວາມນັບຖືຕໍ່ພຣະເຈົ້າຈັກເທື່ອ. |
|
| 8 |
|
| ລາວເປັນດັ່ງພັກພວກຄົນຊົ່ວຮ້າຍທັງຫລາຍ ແລະວົນວຽນໄປມາກັບພວກຄົນບາບ. |
|
| 9 |
|
| ລາວເວົ້າວ່າ ຈະມີສິ່ງດີຫຍັງແດ່ກັບຕົວລາວເອງ ທີ່ພະຍາຍາມເຮັດຕາມພຣະປະສົງຂອງພຣະເຈົ້າ. |
|
| 10 |
|
| ຈົ່ງຟັງຂ້ອຍເວົ້າ ພວກເຈົ້າຜູ້ເຂົ້າໃຈເອີຍ ພຣະເຈົ້າອົງຍິ່ງໃຫຍ່ບໍ່ຫ່ອນຈະເຮັດຜິດພາດໄດ້? |
|
| 11 |
|
| ພຣະອົງໃຫ້ບຳເໜັດມະນຸດໃນສິ່ງທີ່ພວກເຂົາກະທຳ ແລະເຮັດຕໍ່ພວກເຂົາ ສົມກັບສິ່ງທີ່ພວກເຂົາຄວນໄດ້ຮັບ. |
|
| 12 |
|
| ພຣະເຈົ້າອົງຍິ່ງໃຫຍ່ນັ້ນ ບໍ່ເຄີຍເຮັດຊົ່ວຫຍັງເລີຍ ພຣະອົງບໍ່ເຄີຍອະຍຸດຕິທຳ ກັບຜູ້ໃດຜູ້ໜຶ່ງທັງນັ້ນ. |
|
| 13 |
|
| ພຣະເຈົ້າໄດ້ຮັບອຳນາດມາຈາກຜູ້ໃດຜູ້ໜຶ່ງຊັ້ນບໍ? ຜູ້ໃດຜູ້ໜຶ່ງໄດ້ໃຫ້ພຣະອົງເບິ່ງແຍງໂລກເຮົາຫລືນີ້? |
|
| 14 |
|
| ຖ້າພຣະເຈົ້າສົນໃຈໃນແຕ່ພຣະອົງເອງ ແລະເອົາລົມຫາຍໃຈຄືນໄປຢ່າງໝົດສິ້ນ |
|
| 15 |
|
| ແລ້ວທຸກໆຄົນທີ່ມີຊີວິດຢູ່ກໍຈະຕາຍໄປໝົດ ຕ່າງກໍຈະພາກັນກັບຄືນເປັນຂີ້ຝຸ່ນດິນອີກ. |
|
| 16 |
|
| ບັດນີ້ ຈົ່ງຟັງຂ້ອຍ ຖ້າເຈົ້າເປັນຄົນມີປັນຍາ ແລະຈົ່ງເອົາໃຈໃສ່ໃຫ້ດີຕໍ່ສິ່ງທີ່ຂ້ອຍຈະເວົ້າ. |
|
| 17 |
|
| ພວກເຈົ້າກຳລັງປະນາມພຣະເຈົ້າອົງຍຸດຕິທຳບໍ? ເຈົ້າຄິດວ່າພຣະອົງຊັງຄວາມຍຸດຕິທຳຫລືນີ້? |
|
| 18 |
|
| ພຣະອົງປະນາມກະສັດແລະຜູ້ປົກຄອງທັງຫລາຍ ເມື່ອພວກເຂົາສິ້ນຄຸນຄ່າຫລືເຮັດໃນສິ່ງທີ່ຊົ່ວຊ້າ. |
|
| 19 |
|
| ພຣະອົງບໍ່ໄດ້ເຂົ້າຂ້າງພວກນັກປົກຄອງເລີຍ ທັງບໍ່ເຄີຍເຫັນດີນຳຄົນຮັ່ງມີດ້ວຍ ຄືຄົນຮັ່ງມີທີ່ເອົາປຽບຄົນຍາກຈົນ ເພາະທຸກໆຄົນແມ່ນພຣະອົງໄດ້ສ້າງ. |
|
| 20 |
|
| ຄົນໜຶ່ງອາດຕາຍກະທັນຫັນໃນຕອນກາງຄືນ ພຣະເຈົ້າຕີມະນຸດໃຫ້ລົ້ມລົງ ແລະເຂົາກໍຕາຍໂລດ ພຣະອົງຂ້າມະນຸດໄດ້ຢ່າງແສນງ່າຍດາຍ ໂດຍບໍ່ໄດ້ໃຊ້ຄວາມພະຍາຍາມຫຍັງຈັກດີ້. |
|
| 21 |
|
| ທີ່ຈິງ ພຣະອົງເຝົ້າເບິ່ງການກະທຳຂອງທຸກຄົນ ຂີດໝາຍການເດີນໄປຂອງມະນຸດທຸກບາດກ້າວ. |
|
| 22 |
|
| ບໍ່ມີຄວາມມືດອັນໃດທີ່ຈະມືດໜາຫລາຍ ພໍທີ່ຈະປິດບັງຄົນບາບໜາຈາກພຣະເຈົ້າໄວ້ໄດ້. |
|
| 23 |
|
| ພຣະເຈົ້າບໍ່ຈຳເປັນຕັ້ງເວລາໃດເວລາໜຶ່ງ ໄວ້ ເພື່ອຈະນຳມະນຸດຂຶ້ນໄປຍັງສານຕັດສິນ. |
|
| 24 |
|
| ພຣະອົງບໍ່ຈຳເປັນຕ້ອງໄປສືບສວນໃດໆໝົດ ເພື່ອຍ້າຍພວກຜູ້ນຳ ແລະເອົາຄົນອື່ນມາແທນທີ່. |
|
| 25 |
|
| ເພາະວ່າພຣະອົງຮູ້ສິ່ງທີ່ພວກເຂົາໄດ້ກະທຳ ພຣະອົງໂຄ່ນລົ້ມ ແລະທຳລາຍພວກເຂົາໃນກາງຄືນໂລດ. |
|
| 26 |
|
| ພຣະອົງລົງໂທດໃນຄວາມຊົ່ວຊ້າຂອງພວກເຂົາ ຄືໃນບ່ອນທີ່ທຸກຄົນເບິ່ງເຫັນພວກເຂົາໄດ້ |
|
| 27 |
|
| ເພາະເຂົາຍົກເລີກທີ່ຈະຕິດຕາມພຣະອົງໄປ ແລະບໍ່ໄດ້ໃສ່ໃຈຕໍ່ຂໍ້ບັນຊາຂອງພຣະເຈົ້າ. |
|
| 28 |
|
| ພວກເຂົາບັງຄັບຄົນທຸກໄຮ້ ທີ່ຮ້ອງຫາພຣະເຈົ້າໃຫ້ຊ່ວຍເຫຼືອ ແລະພຣະອົງກໍໄດ້ຍິນຄຳຮ້ອງຂໍຂອງເຂົາເຈົ້າ. |
|
| 29 |
|
| ຖ້າພຣະເຈົ້າຕັດສິນໃຈບໍ່ເຮັດສິ່ງໜຶ່ງສິ່ງໃດ ກໍບໍ່ມີຜູ້ໃດຕິຕຽນວ່າກ່າວພຣະອົງໄດ້. ຖ້າພຣະອົງເຊື່ອງໜ້າ ມະນຸດກໍຂາດທີ່ເພິ່ງພາອາໄສ ແຕ່ພຣະອົງບັງຄັບທຸກຊາດ ແລະທຸກພາສາໄດ້. |
|
| 30 |
|
| ບໍ່ມີຫຍັງທີ່ຊົນຊາດຕ່າງໆເຮັດໄດ້ເພື່ອປ້ອງກັນ ຄົນບໍ່ນັບຖືພຣະເຈົ້າໃຫ້ມາປົກຄອງຢ່າງກົດຂີ່. |
|
| 31 |
|
| ໂຢບເອີຍ ເຈົ້າສາລະພາບບາບຕໍ່ພຣະເຈົ້າແລ້ວບໍ? ແລະໄດ້ສັນຍາວ່າເຈົ້າເອງຈະບໍ່ເຮັດບາບອີກ? |
|
| 32 |
|
| ເຈົ້າໄດ້ຂໍໃຫ້ພຣະເຈົ້າຊີ້ຄວາມຜິດຂອງເຈົ້າແລ້ວບໍ? ແລະຕົກລົງປົງໃຈຈະເຊົາເຮັດຊົ່ວແລ້ວຫລືບໍ່? |
|
| 33 |
|
| ໃນເມື່ອເຈົ້າຄັດຄ້ານຕໍ່ສິ່ງທີ່ພຣະເຈົ້າກະທຳ ເຈົ້າຫວັງໃຫ້ພຣະອົງເຮັດຕາມເຈົ້າຕ້ອງການໄດ້ບໍ່? ການຕັດສິນໃຈແມ່ນເຈົ້າແລະບໍ່ແມ່ນຂ້ອຍເດີ ບັດນີ້ ຈົ່ງບອກພວກເຮົາມາວ່າເຈົ້າຄິດຢ່າງໃດແລ້ວ? |
|
| 34 |
|
| ຄົນໃດທີ່ສຳນຶກຕົນໄດ້ກໍຈະຍິນຍອມແນ່ນອນ ຄົນໃດທີ່ມີປັນຍາກໍຈະໄດ້ຍິນຂ້ອຍເວົ້າ |
|
| 35 |
|
| ໂຢບກຳລັງເວົ້າມາຈາກຄວາມໂງ່ງ່າວຂອງຕົນ ແລະສິ່ງທີ່ລາວເວົ້າມາບໍ່ມີແກ່ນສານຈັກດີ້. |
|
| 36 |
|
| ຈົ່ງຄິດເບິ່ງຄັກໆທຸກສິ່ງທີ່ໂຢບໄດ້ເວົ້າມາ ພວກເຈົ້າຈະເຫັນວ່າລາວເວົ້າຈາດັ່ງຄົນຊົ່ວຊ້າ. |
|
| 37 |
|
| ໃນບາບຂອງລາວນັ້ນ ລາວພັດຕື່ມການກະບົດ ຢູ່ຕໍ່ໜ້າພວກເຮົາທັງໝົດ ລາວເຍາະເຍີ້ຍພຣະເຈົ້າ.” |
|
|
|
|