Lao ພຣະຄຳພີສັກສິ 2012
|
| 1 |
| “ໂຢບເອີຍ ບໍ່ເປັນການຖືກຕ້ອງທີ່ເຈົ້າກ່າວຈາ ວ່າເຈົ້າບໍ່ມີຄວາມຜິດຕໍ່ສາຍຕາຂອງພຣະເຈົ້າ |
| 2 |
| 3 |
| ເຈົ້າຖາມວ່າ, ‘ທີ່ຂ້ອຍເຮັດບາບສະເທືອນພຣະອົງບໍ? ຂ້ອຍໄດ້ຜົນປະໂຫຍດຫຍັງ ຖ້າຂ້ອຍສາລະພາບບາບ?’ |
| 4 |
| ຂ້ອຍກຳລັງຈະຫາຂໍ້ແກ້ໂດຍເປັນຄຳປາໄສ ໂຕ້ຕອບເຈົ້າກັບເພື່ອນຝູງພ້ອມດຽວກັນໂລດ. |
| 5 |
| ຈົ່ງແຫງນຫາຟ້າສະຫວັນ ແລະເບິ່ງເມກທັງຫຼາຍດູ ວ່າມັນຢູ່ສູງກວ່າສໍ່າໃດກັນແທ້ |
| 6 |
| ຖ້າເຈົ້າເຮັດບາບ ກໍບໍ່ທຳຮ້າຍພຣະເຈົ້າຫຍັງໝົດ ຖ້າເຮັດຜິດຫລາຍເທື່ອ ມັນສະເທືອນຫຍັງແກ່ພຣະເຈົ້າ? |
| 7 |
| ທີ່ເປັນຜູ້ຊອບທຳນັ້ນ ເຈົ້າຊ່ວຍຫຍັງພຣະເຈົ້າໄດ້ແດ່? ບໍ່ມີຫຍັງທີ່ພຣະອົງຕ້ອງການຈາກເຈົ້າ. |
| 8 |
| ແມ່ນຄົນອື່ນທີ່ທົນທຸກຈາກການບາບທີ່ເຈົ້າໄດ້ກະທຳ ຄຸນງາມຄວາມດີທີ່ເຈົ້າກະທຳມາ ກໍຄືຊ່ວຍພວກເຂົາເທົ່ານັ້ນ. |
| 9 |
| ເມື່ອມະນຸດຖືກກົດຂີ່ ພວກເຂົາກໍໄດ້ແຕ່ຄວນຄາງ ພວກເຂົາຮ້ອງຫາຄົນ ຜູ້ທີ່ຊ່ວຍເຫລືອພວກເຂົາໄດ້. |
| 10 |
| ແຕ່ພວກເຂົາບໍ່ກັບມາຫາພຣະເຈົ້າ ພຣະຜູ້ສ້າງພວກເຂົາ ຜູ້ທີ່ໃຫ້ຄວາມຫວັງແກ່ພວກເຂົາ ໃນຍາມມືດມົນນັ້ນ. |
| 11 |
| ພວກເຂົາບໍ່ກັບມາຫາພຣະເຈົ້າ ຜູ້ທີ່ໃຫ້ພວກເຂົາມີປັນຍາ ຄືສະຫລາດກວ່າຝູງສັດ ແລະຝູງນົກດ້ວຍ. |
| 12 |
| ພວກເຂົາຮ້ອງຫາພຣະເຈົ້າໃຫ້ຊ່ວຍ ແຕ່ພຣະອົງບໍ່ຕອບພວກເຂົາ ເພາະພວກເຂົາເປັນຄົນຈອງຫອງ ແລະເປັນຄົນຊົ່ວຊ້າ. |
| 13 |
| ເປັນການບໍ່ມີປະໂຫຍດທີ່ພວກເຂົາຈະຮ້ອງອອກມາ ພຣະເຈົ້າອົງຍິ່ງໃຫຍ່ບໍ່ຫລຽວແລ ແລະບໍ່ໄດ້ຍິນພວກເຂົາຊໍ້າ. |
| 14 |
| ໂຢບເອີຍ ເຈົ້າວ່າເຈົ້າເບິ່ງພຣະເຈົ້າບໍ່ໄດ້ເລີຍ ແຕ່ຈົ່ງອົດທົນລໍຄອຍສູ້ຄະດີຊ້ອງໜ້າພຣະເຈົ້າ. |
| 15 |
| ເຈົ້າຄິດວ່າພຣະເຈົ້າບໍ່ລົງໂທດທັນ ຫລືພຣະອົງບໍ່ສົນໃຈຕໍ່ບາບອັນເລັກນ້ອຍ. |
| 16 |
| ບໍ່ມີປະໂຫຍດສຳລັບເຈົ້າທີ່ຈະເວົ້າຕໍ່ໄປ ເປັນການຈະແຈ້ງແລ້ວວ່າ ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ເຈົ້າເວົ້າ.” |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/job/035.mp3
42
35