|
| 1 |
|
| “ຈົ່ງອົດທົນຟັງຂ້ອຍເວົ້າຕໍ່ໄປຈັກໜ່ອຍແດ່ ແລະສິ່ງທີ່ຂ້ອຍເວົ້າເພື່ອເຫັນແກ່ພຣະເຈົ້າ. |
|
| 2 |
|
|
|
| 3 |
|
| ຄວາມຮອບຮູ້ຂ້ອຍກວ້າງ ຂ້ອຍຈະໃຊ້ສິ່ງທີ່ຮູ້ມາ ເພື່ອໃຫ້ຮູ້ວ່າພຣະເຈົ້າ ພຣະຜູ້ສ້າງຂ້ອຍຍຸດຕິທຳແທ້. |
|
| 4 |
|
| ບໍ່ມີສິ່ງໃດທີ່ຂ້ອຍເວົ້າກັບພວກເຈົ້າ ເປັນຄວາມບໍ່ຈິງ ພວກເຈົ້າໄດ້ເຫັນກັບຕາ ຄົນສະຫລາດຈິງໆຜູ້ໜຶ່ງ. |
|
| 5 |
|
| ພຣະເຈົ້າຍິ່ງໃຫຍ່ແທ້ ພຣະອົງບໍ່ລໍ້ລວງຜູ້ໃດ; ບໍ່ມີສິ່ງໃດເລີຍ ທີ່ພຣະອົງເຂົ້າໃຈບໍ່ໄດ້. |
|
| 6 |
|
| ພຣະອົງບໍ່ປ່ອຍໃຫ້ຄົນບາບ ມີຊີວິດຢູ່ຕໍ່ໄປ ແລະພຣະອົງເຮັດຕໍ່ຄົນຈົນ ຢ່າງຍຸດຕິທຳເລື້ອຍໆ. |
|
| 7 |
|
| ພຣະອົງປົກປ້ອງຄົນຊອບທຳ ໃຫ້ໄດ້ຮັບກຽດສືບໄປ ພຣະອົງໃຫ້ພວກເຂົາໄດ້ປົກຄອງ ດັ່ງກະສັດຜູ້ຍິ່ງໃຫຍ່. |
|
| 8 |
|
| ແຕ່ຖ້າປະຊາຊົນຖືກລ່າມໂສ້ແລະຄຸມຂັງ ທົນທຸກສຳລັບສິ່ງທີ່ພວກເຂົາໄດ້ເຮັດນັ້ນ |
|
| 9 |
|
| ພຣະເຈົ້າກໍສຳແດງໃຫ້ພວກເຂົາເຫັນການບາບຂອງພວກເຂົາ ພ້ອມທັງຄວາມອວດອ້າງຈອງຫອງດ້ວຍ. |
|
| 10 |
|
| ພຣະອົງເຮັດໃຫ້ພວກເຂົາໄດ້ຍິນຄຳຕັກເຕືອນຂອງພຣະອົງ ເພື່ອໃຫ້ພາກັນຫັນໜີຈາກຄວາມຊົ່ວຊ້າ. |
|
| 11 |
|
| ຖ້າພວກເຂົາເຊື່ອຟັງພຣະເຈົ້າ ແລະຮັບໃຊ້ພຣະອົງ ພວກເຂົາກໍໃຊ້ຊີວິດຢ່າງສະຫງົບສຸກ ແລະຮຸ່ງເຮືອງໄດ້. |
|
| 12 |
|
| ແຕ່ຖ້າບໍ່ດັ່ງນັ້ນ ກໍຈະຕາຍເສຍຢ່າງໂງ່ງ່າວ ແລະຈະຂ້າມແມ່ນໍ້າເຂົ້າໄປສູ່ແດນມໍຣະນາ. |
|
| 13 |
|
| ຄົນບໍ່ນັບຖືພຣະເຈົ້າກໍສືບຕໍ່ໃຈໂມໂຫ ແມ່ນແຕ່ຖືກໂທດທັນ ກໍບໍ່ພາວັນນາອະທິຖານຂໍໃຫ້ຊ່ວຍ. |
|
| 14 |
|
| ພວກເຂົາຕາຍໄປ ເມື່ອຍັງໜຸ່ມແໜ້ນແຂງແຮງດີ ຊີວິດຊຸດໂຊມລົງເສື່ອມເສຍກຽດ ແລະສັກສີດ້ວຍ. |
|
| 15 |
|
| ແຕ່ພຣະເຈົ້າສອນມະນຸດຜ່ານການທົນທຸກໃດ ແລະໃຊ້ຄວາມທຸກໃຈເພື່ອເປີດຕາພວກເຂົາເຈົ້າ. |
|
| 16 |
|
| ພຣະເຈົ້າໄດ້ນຳພວກເຈົ້າອອກຈາກອຸບປະສັກ ແລະໃຫ້ມ່ວນຊື່ນຢູ່ກັບຄວາມປອດໄພໄດ້. ທີ່ເທິງໂຕະຂອງເຈົ້າເຕັມໄປດ້ວຍຂອງດີ ມີອາຫານການກິນຢ່າງເຫລືອລົ້ນ. |
|
| 17 |
|
| ແຕ່ມາດຽວນີ້ ເຈົ້າພັດໄດ້ຮັບໂທດກຳ ຄືໂທດກຳທີ່ຄົນຊົ່ວສົມຄວນໄດ້ຮັບ. |
|
| 18 |
|
| ຈົ່ງລະວັງ ຢ່າໃຫ້ສິນຈ້າງລາງວັນຫລອກລວງ ຫລືຄວາມຮັ່ງມີ ພາເຈົ້າໄປທາງຜິດຍ້ອນ. |
|
| 19 |
|
| ສຽງຮ້ອງຂອງເຈົ້າ ຈະບໍ່ຊ່ວຍເຈົ້າໃຫ້ດີຂຶ້ນເລີຍ ບັດນີ້ ກຳລັງຂອງເຈົ້າທັງໝົດກໍຊ່ວຍຫຍັງບໍ່ໄດ້. |
|
| 20 |
|
| ຢ່າຫວັງວ່າກາງຄືນນັ້ນຈະມາເຖິງເລີຍ ຄືເວລາທີ່ຊົນຊາດທັງຫລາຍຈະຈິບຫາຍນັ້ນ. |
|
| 21 |
|
| ຈົ່ງລະວັງ ຢ່າຫັນໜ້າໄປຫາຄວາມຊົ່ວ ເຈົ້າທົນທຸກຢູ່ນັ້ນ ກໍເພື່ອກີດກັ້ນຈາກສິ່ງນີ້ແຫລະ. |
|
| 22 |
|
| ຈົ່ງຈົດຈຳໄວ້ວ່າ ພຣະເຈົ້າຊົງຣິດຍິ່ງໃຫຍ່ສໍ່າໃດ ພຣະອົງເປັນພຣະອາຈານຜູ້ໃຫຍ່ຍິ່ງແທ້ໆ. |
|
| 23 |
|
| ບໍ່ມີຜູ້ໃດບອກພຣະເຈົ້າໄດ້ວ່າຕ້ອງເຮັດຢ່າງໃດ ຫລືກ່າວຫາວ່າພຣະອົງເຮັດສິ່ງທີ່ຊົ່ວຊ້າ. |
|
| 24 |
|
| ພຣະອົງເປັນທີ່ຍົກຍໍເລື້ອຍໆໃນສິ່ງທີ່ຊົງກະທຳ ເຈົ້າກໍເຊັ່ນກັນຕ້ອງຍົກຍ້ອງສັນລະເສີນພຣະເຈົ້າ. |
|
| 25 |
|
| ທຸກໆຄົນຕ່າງກໍໄດ້ເຫັນສິ່ງທີ່ພຣະອົງກະທຳ ແຕ່ພວກເຮົາເບິ່ງເຫັນພຽງຢູ່ໄກໆເທົ່ານັ້ນ. |
|
| 26 |
|
| ພວກເຮົາຮູ້ບໍ່ໄດ້ຄວາມຍິ່ງໃຫຍ່ຂອງພຣະອົງທັງໝົດ ຫລືນັບຈຳນວນປີທັງຫລາຍຂອງພຣະອົງໄດ້. |
|
| 27 |
|
| ແມ່ນພຣະເຈົ້າທີ່ເອົານໍ້າຈາກແຜ່ນດິນໂລກເຮົາ ແລະປ່ຽນໃຫ້ເປັນເມັດຝົນຕົກລົງມາສູ່ໂລກ. |
|
| 28 |
|
| ພຣະອົງເຮັດໃຫ້ຝົນຕົກຈາກກ້ອນເມກທັງຫລາຍ ເປັນສາຍຝົນຫລັ່ງລິນລົງມາສຳລັບມະນຸດ. |
|
| 29 |
|
| ບໍ່ມີຜູ້ໃດຮູ້ວ່າກ້ອນເມກເຄື່ອນຍ້າຍໄປມາຢ່າງໃດ ຫລືສຽງຟ້າຮ້ອງຜ່ານທ້ອງຟ້າບ່ອນພຣະເຈົ້າຢູ່ນັ້ນ. |
|
| 30 |
|
| ພຣະອົງສົ່ງຟ້າແມບເຫລື້ອມຜ່ານທ້ອງຟ້າໄປ ແຕ່ຄວາມເລິກທ້ອງທະເລກໍຍັງຄົງດຳມືດ. |
|
| 31 |
|
| ພຣະເຈົ້າລ້ຽງ ມະນຸດເຊັ່ນດຽວກັນ ໂດຍຈັດຫາອາຫານໃຫ້ມີຢ່າງອຸດົມສົມບູນໄວ້. |
|
| 32 |
|
| ພຣະອົງຈັບຟ້າແມບເຫລື້ອມໄວ້ດ້ວຍມືພຣະອົງ ແລະສັ່ງໃຫ້ມັນຜ່າຖືກຈຸດທີ່ໝາຍໄວ້. |
|
| 33 |
|
| ສຽງຟ້າຮ້ອງປະກາດບອກວ່າ, ລົມພະຍຸກຳລັງມາ ແລະຝູງງົວກໍຮູ້ວ່າລົມກຳລັງພັດມາໃກ້. |
|
|
|
|