×

Lao ພຣະຄຳພີສັກສິ 2012

ໂຢບ 4

1
“ໂຢບ​ເອີຍ ຖ້າ​ຂ້ອຍ​ເວົ້າ​ຈະ​ບໍ່​ລົບກວນ​ເຈົ້າ​ບໍ? ຂ້ອຍ​ອົດ​ມິດ​ເສີຍ​ຕໍ່ໄປ​ອີກ​ບໍ່ໄດ້​ແລ້ວ.
2
3
ເຈົ້າ​ເຄີຍ​ສອນ​ຄົນ​ມາ​ແລ້ວ​ຕັ້ງ​ຫລວງຫລາຍ ແລະ​ຊ່ວຍຊູ​ຜູ້​ອ່ອນແຮງ​ໃຫ້​ເຂັ້ມແຂງ​ຂຶ້ນ.
4
ເມື່ອ​ຄົນ​ໜຶ່ງ​ສະດຸດ​ລົ້ມ​ໝົດແຮງ​ແລະ​ເມື່ອຍ​ອ່ອນ, ຄຳ​ບອກສອນ​ຂອງ​ເຈົ້າ​ກໍ​ຊ່ວຍ​ຍູ້​ໃຫ້​ເຂົາ​ຢືນ​ຂຶ້ນ.
5
ບັດນີ້ ແມ່ນ​ທີ​ຂອງ​ເຈົ້າ​ທີ່​ລຳບາກ​ຂັດສົນ ເຈົ້າ​ສູ້​ຈົນ​ບໍ່​ໄຫວ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ມຶນງົງ​ຢູ່.
6
ເຈົ້າ​ຢຳເກງ​ພຣະເຈົ້າ​ແລະ​ຊີວິດ​ກໍ​ບໍ່​ດ່າງພອຍ, ສະນັ້ນ ເຈົ້າ​ຈົ່ງ​ໝັ້ນໃຈ ແລະ​ຫວັງໃຈ​ເອົາ​ໄວ້.
7
ບັດນີ້ ເຈົ້າ​ຈົ່ງ​ຄິດ​ທົບທວນ​ເບິ່ງດູ​ວ່າ ມີ​ຄົນ​ທຳຊອບ​ຜູ້ໃດ​ເຄີຍ​ພົບ​ໄພພິບັດ.
8
ຂ້ອຍ​ເຄີຍ​ເຫັນ​ຄົນ​ໄຖ​ຄາດ​ຄວາມຊົ່ວ​ນາໆ ແລະ​ປູກຝັງ​ຄວາມຜິດ​ດັ່ງ​ເມັດ​ຂອງ​ພັນພືດ; ບັດນີ້ ກໍ​ເລີຍ​ເກັບກ່ຽວ​ໄດ້​ສິ່ງ​ຊົ່ວຮ້າຍ​ແລະ​ຜິດໆ ພຣະເຈົ້າ​ໂກດຮ້າຍ​ທັງ​ທຳລາຍ​ພວກເຂົາ​ດັ່ງ​ພະຍຸ​ກ້າ.
9
10
ຄົນຊົ່ວ​ແຜດ​ສຽງ​ຮ້ອງ​ດັງ​ກ້ອງ​ດັ່ງ​ໂຕ​ສິງ, ແຕ່​ພຣະເຈົ້າ​ໃຫ້​ພວກເຂົາ​ມິດ​ແລະ​ຫັກ​ແຂ້ວ​ພວກເຂົາ​ຖິ້ມ.
11
ດັ່ງ​ສິງ​ໂຕ​ມີ​ແຮງ ກໍ​ຍັງ​ພິນາດ​ເພາະ​ຂາດ​ເຫຍື່ອ ແລະ​ລູກ​ຂອງ​ສິງ​ກໍ​ແຕກ​ກະຈັດ​ກະຈາຍ​ໄປ.
12
ຄັ້ງ​ໜຶ່ງ ມີ​ຖ້ອຍຄຳ​ມາ​ເຖິງ​ຂ້ອຍ​ຢ່າງ​ງຽບໆ ສຽງດັງ​ຄ່ອຍໆ ຈົນ​ຂ້ອຍ​ເກືອບ​ບໍ່ໄດ້ຍິນ.
13
ດັ່ງ​ຝັນ​ຮ້າຍ​ທີ່​ກຸກກວນ​ຂ້ອຍ​ຕອນ​ນອນ​ຫລັບ ຂ້ອຍ​ນອນ​ຫລັບໆ​ຕື່ນໆ​ສັບສົນ​ວຸ້ນວາຍ​ໃຈ​ຍ້ອນ.
14
ຂ້ອຍ​ຈຶ່ງ​ມົວ​ແຕ່​ຢ້ານ ແລະ​ຂົນ​ລຸກ​ເຕັມຕົວ; ທົ່ວ​ທັງ​ຮ່າງກາຍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.
15
ລົມ​ເບົາໆ​ພັດ​ມາ​ແຕະຕ້ອງ​ໃບໜ້າ​ຜ່ານ​ໄປ ແລະ​ຂົນ​ລຸກ​ຕາມ​ຕົນຕົວ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.
16
ຂ້ອຍ​ເຫັນ​ສິ່ງໜຶ່ງ​ຢູ່​ຫັ້ນ​ຢືນຈຶ້ງ​ຢູ່​ບໍ່​ເໜັງ​ຕີງ; ຂ້ອຍ​ສັກຕາ​ເບິ່ງ​ແຕ່​ບອກ​ບໍ່ໄດ້​ວ່າ​ແມ່ນ​ຫຍັງ​ແທ້. ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ພວມ​ເວົ້າ​ອອກ​ມາ ເປັນ​ສຽງ​ທີ່​ດັງ​ມາ​ຈາກ​ຄວາມງຽບ​ດັ່ງນີ້:
17
ມີ​ຜູ້ໃດ​ແດ່​ຊອບທຳ​ໃນ​ສາຍຕາ ຂອງ​ພຣະເຈົ້າ​ນໍ ຫລື​ມີ​ຜູ້ໃດ​ແດ່​ບໍຣິສຸດ​ຕໍ່ໜ້າ ອົງ​ພຣະຜູ້​ສ້າງ​ຂອງຕົນ​ໄດ້?
18
ພຣະເຈົ້າ​ບໍ່​ໄວ້​ໃຈ​ຜູ້ຮັບໃຊ້​ພຣະອົງ​ໃນ​ສະຫວັນ; ຊົງ​ພົບ​ແມ່ນແຕ່​ຄວາມຜິດ​ໃນ​ຝູງ​ເທວະດາ​ນັ້ນ.
19
ເຈົ້າ​ຄິດ​ວ່າ​ພຣະອົງ​ຈະ​ໄວ້ວາງໃຈ​ຕໍ່ ສິ່ງ​ທີ່​ຖືກ​ສ້າງ​ຈາກ​ດິນ​ໜຽວ​ຊັ້ນບໍ? ສິ່ງ​ທີ່​ເປັນ​ຂີ້ດິນ​ອາດ​ຖືກ​ຢຽບ​ໝຸ່ນ ໃຫ້​ທະລາຍ​ໄປ​ດັ່ງ​ແມງເມົ່າ​ກໍໄດ້.
20
ຄົນໜຶ່ງ​ອາດ​ມີ​ຊີວິດ​ຢູ່​ໄດ້​ໃນ​ຍາມ​ເຊົ້າ ແຕ່​ຕາຍ​ຢ່າງ​ບໍ່​ຄາດຄິດ ເມື່ອ​ຕອນແລງ​ມາຮອດ.
21
ສິ່ງ​ທັງໝົດ​ທີ່​ລາວ​ມີ​ຢູ່ ກໍ​ສູນເສຍ​ໄປ​ໝົດ; ເມື່ອ​ລາວ​ຕາຍໄປ​ກໍ​ຍັງ​ບໍ່ມີ​ປັນຍາ​ຊໍ້າ.”
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ