Lao ພຣະຄຳພີສັກສິ 2012
|
| 1 |
| ຄວາມສຸກເປັນຂອງບຸກຄົນ ຜູ້ທີ່ບໍ່ເຮັດຕາມຄຳແນະນຳຂອງຄົນຊົ່ວຮ້າຍ ຫລືບໍ່ປະພຶດຕາມແບບຢ່າງຂອງຄົນບາບ ຫລືບໍ່ຕິດພັນຢູ່ກັບຄົນປະໝາດພຣະເຈົ້າ. |
| 2 |
| ແຕ່ພວກເຂົາພົບຄວາມຊົມຊື່ນຍິນດີຢູ່ໃນພຣະຄຳຂອງພຣະເຈົ້າຢາເວ ແລະພາວັນນາເອົາທັງເວັນທັງຄືນ. |
| 3 |
| ພວກເຂົາເປັນດັ່ງຕົ້ນໄມ້ທີ່ໃຫຍ່ຢູ່ໃກ້ລຳນໍ້າ ຊຶ່ງເກີດໝາກຕາມລະດູການ ແລະໃບກໍບໍ່ຫ່ຽວແຫ້ງຈັກເທື່ອ. ທຸກສິ່ງທີ່ພວກເຂົາກະທຳກໍຈະເລີນຮຸ່ງເຮືອງຂື້ນ. |
| 4 |
| ແຕ່ຄົນຊົ່ວຮ້າຍບໍ່ເປັນດັ່ງນັ້ນເລີຍ ເປັນດັ່ງຂີ້ແກບທີ່ລົມພັດປີວໄປ. |
| 5 |
| ເຫດສະນັ້ນ ຄົນອະທຳຈະບໍ່ຢືນຢູ່ໄດ້ ເມື່ອເຖິງວັນພຣະເຈົ້າພິພາກສາ ແລະຄົນບາບກໍຈະບໍ່ຢູ່ ໃນທີ່ຊຸມນຸມຊົນຂອງຄົນຊອບທຳ. |
| 6 |
| ເພາະວ່າພຣະເຈົ້າຢາເວ ຊົງພິທັກຮັກສາຄົນຊອບທຳ ແຕ່ທາງຂອງຄົນອະທຳຈະຈິບຫາຍໄປ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/001.mp3
150
1