|
| 1 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ຈົ່ງປະກາດພຣະນາມຂອງພຣະອົງ ຈົ່ງບອກຊົນຊາດທັງຫລາຍ ໃນສິ່ງທີ່ພຣະອົງໄດ້ກະທຳນັ້ນ. |
|
| 2 |
|
| ຈົ່ງຮ້ອງເພງຖວາຍແດ່ພຣະອົງ ຈົ່ງກ່າວເຖິງສິ່ງອັດສະຈັນທີ່ຊົງໄດ້ກະທຳນັ້ນ. |
|
| 3 |
|
| ຈົ່ງອວດພຣະນາມບໍຣິສຸດຂອງພຣະອົງ ທຸກຄົນທີ່ສະແຫວງຫາພຣະເຈົ້າຢາເວ ຈົ່ງຊື່ນໃຈຍິນດີເທີ້ນ. |
|
| 4 |
|
| ຈົ່ງສະແຫວງຫາພຣະເຈົ້າຢາເວ ແລະພຣະກຳລັງຂອງພຣະອົງ ແລະສືບຕໍ່ສະແຫວງຫາພຣະພັກຂອງພຣະອົງເລື້ອຍໄປ. |
|
| 5 |
|
| ພວກເຈົ້າຜູ້ເປັນລູກຫລານຂອງອັບຣາຮາມຜູ້ຮັບໃຊ້ຂອງພຣະອົງເອີຍ ພວກເຈົ້າຜູ້ເປັນເຊື້ອສາຍຂອງຢາໂຄບຜູ້ທີ່ພຣະອົງຊົງເລືອກໄວ້ ຈົ່ງຈົດຈຳການອັດສະຈັນທີ່ພຣະອົງໄດ້ຊົງກະທຳ ແລະການພິພາກສາທີ່ພຣະອົງໄດ້ມອບໃຫ້. |
|
| 6 |
|
|
|
| 7 |
|
| ພຣະອົງແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຂໍ້ຄຳສັ່ງຂອງພຣະອົງໃຊ້ກັນຢູ່ທົ່ວໂລກ. |
|
| 8 |
|
| ພຣະອົງຈະຮັກສາພັນທະສັນຍາຂອງພຣະອົງສືບໆໄປ ເປັນພຣະສັນຍາສຳລັບຫລາຍຊົ່ວພັນເຊັ່ນຄົນ. |
|
| 9 |
|
| ພຣະອົງຈະຮັກສາຄຳຕົກລົງທີ່ມີກັບອັບຣາຮາມ ແລະຄຳສັນຍາທີ່ມີກັບອີຊາກ. |
|
| 10 |
|
| ພຣະເຈົ້າໄດ້ເຮັດພັນທະສັນຍາກັບຢາໂຄບຄືກັນ ເປັນພັນທະສັນຍາຢ່າງດຽວທີ່ມີຢູ່ເປັນນິດ. |
|
| 11 |
|
| ພຣະອົງໄດ້ກ່າວວ່າ, “ເຮົາຈະມອບການາອານໃຫ້ ເປັນກຳມະສິດຂອງພວກເຈົ້າແຕ່ເທົ່ານັ້ນ.” |
|
| 12 |
|
| ປະຊາຊົນຂອງພຣະເຈົ້າມີຈຳນວນໜ້ອຍ ເປັນຄົນຕ່າງດ້າວທີ່ອາໄສຢູ່ໃນດິນແດນການາອານນັ້ນ. |
|
| 13 |
|
| ພວກເພິ່ນທ່ອງທ່ຽວຈາກປະເທດນີ້ສູ່ປະເທດອື່ນ ຈາກອານາຈັກນີ້ໄປສູ່ອານາຈັກອື່ນອີກ. |
|
| 14 |
|
| ພຣະອົງບໍ່ໃຫ້ຜູ້ໃດກົດຂີ່ພວກເພິ່ນ ເພື່ອປົກປ້ອງ ພຣະອົງໄດ້ເຕືອນ ບັນດາກະສັດດັ່ງນີ້: |
|
| 15 |
|
| “ຢ່າທຳຮ້າຍຜູ້ຮັບໃຊ້ທີ່ເຮົາໄດ້ເຈີມໄວ້ ຢ່າແຕະຕ້ອງບັນດາຜູ້ທຳນວາຍຂອງເຮົາ.” |
|
| 16 |
|
| ພຣະອົງສົ່ງການອຶດຢາກມາສູ່ປະເທດຂອງພວກເພິ່ນ ແລະໄດ້ເອົາອາຫານທັງໝົດໜີໄປດ້ວຍ. |
|
| 17 |
|
| ແຕ່ພຣະອົງໄດ້ສົ່ງຊາຍຄົນໜຶ່ງໄປກ່ອນໜ້າພວກເພິ່ນ ຄືໂຢເຊັບຜູ້ທີ່ໄດ້ຖືກຂາຍໃຫ້ໄປເປັນທາດ. |
|
| 18 |
|
| ຕີນຂອງເພິ່ນຖືກພວກເຂົາລ່າມໂສ້ແລະຄໍຂອງເພິ່ນ ກໍຖືກພວກເຂົາໃສ່ປອກເຫລັກ |
|
| 19 |
|
| ຈົນສິ່ງທີ່ເພິ່ນໄດ້ທຳນວາຍນັ້ນກາຍເປັນຈິງ ຖ້ອຍຄຳຂອງພຣະເຈົ້າຢາເວຈຶ່ງພິສູດວ່າເພິ່ນຖືກຕ້ອງ. |
|
| 20 |
|
| ແລ້ວກະສັດແຫ່ງເອຢິບກໍໄດ້ປົດປ່ອຍໃຫ້ເພິ່ນໄປ ຜູ້ປົກຄອງນາໆຊາດໄດ້ປ່ອຍເພິ່ນໃຫ້ເປັນອິດສະຫລະ. |
|
| 21 |
|
| ເພິ່ນໄດ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບລັດຖະບານ ເພິ່ນໄດ້ປົກຄອງປະຊາຊົນທົ່ວທັງແດນດ້າວ |
|
| 22 |
|
| ທັງມີອຳນາດເໜືອຂ້າຣາຊການທັງໝົດ ມີອຳນາດແນະນຳທີ່ປຶກສາຂອງກະສັດດ້ວຍ. |
|
| 23 |
|
| ແລ້ວຢາໂຄບກໍໄດ້ໄປທີ່ເອຢິບ ແລະໄດ້ຕັ້ງຖິ່ນຖານຢູ່ໃນທີ່ນັ້ນ. |
|
| 24 |
|
| ພຣະເຈົ້າຢາເວໄດ້ໃຫ້ປະຊາຊົນຂອງພຣະອົງທະວີຫລາຍຂຶ້ນ ແລະໃຫ້ພວກເຂົາເຂັ້ມແຂງກວ່າພວກສັດຕູດ້ວຍ. |
|
| 25 |
|
| ຊາວເອຢິບຈຶ່ງກຽດຊັງປະຊາຊົນຂອງພຣະອົງ ແລະໃຊ້ອຸບາຍຕໍ່ພວກຜູ້ຮັບໃຊ້ຂອງພຣະອົງດ້ວຍ. |
|
| 26 |
|
| ແລ້ວພຣະອົງກໍໄດ້ສົ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄປ ແລະສົ່ງອາໂຣນຜູ້ທີ່ພຣະອົງໄດ້ເລືອກໄວ້. |
|
| 27 |
|
| ທັງສອງໄດ້ກະທຳຣິດທານຸພາບຂອງພຣະອົງໃຫ້ເຫັນ ໂດຍໄດ້ເຮັດການອັດສະຈັນຕ່າງໆໃນປະເທດເອຢິບນັ້ນ. |
|
| 28 |
|
| ພຣະອົງໄດ້ສົ່ງຄວາມມືດມາສູ່ເອຢິບ ແຕ່ຊາວເອຢິບບໍ່ໄດ້ເຊື່ອຟັງ ຂໍ້ຄຳສັ່ງຂອງພຣະອົງ. |
|
| 29 |
|
| ພຣະອົງໄດ້ປ່ຽນນໍ້າໃຫ້ກາຍເປັນເລືອດໄຫລນອງ ແລະໄດ້ເຮັດໃຫ້ປາຂອງພວກເຂົາຕາຍໝົດກ້ຽງ. |
|
| 30 |
|
| ປະເທດຂອງພວກເຂົາໄດ້ຖືກຝູງກົບມາຮາວີ ແມ່ນແຕ່ໃນວັງກໍເຕັມໄປດ້ວຍຝູງກົບທັງນັ້ນ. |
|
| 31 |
|
| ພຣະອົງໄດ້ສັ່ງໃຫ້ຝູງຮີ້ນແລະຝູງເຫລືອກມາ ມີຈຳນວນມາກມາຍໄຕ່ຢູ່ທົ່ວປະເທດຂອງພວກເຂົາ. |
|
| 32 |
|
| ພຣະອົງສົ່ງໝາກເຫັບແລະຟ້າແມບເຫລື້ອມ ແທນທີ່ຈະເປັນນໍ້າຝົນລົງມາສູ່ດິນແດນນັ້ນ. |
|
| 33 |
|
| ພຣະອົງທຳລາຍເຄືອອະງຸ່ນແລະຕົ້ນເດື່ອເທດ ແລະເຮັດໃຫ້ຕົ້ນໄມ້ຕ່າງໆຫັກລົ້ມລົງໝົດສິ້ນ. |
|
| 34 |
|
| ພຣະອົງໄດ້ໃຫ້ຄຳສັ່ງແລະຝູງຕັກແຕນກໍໄດ້ມາ ພວກມັນມາຢ່າງມະຫາສານ ຈົນນັບບໍ່ໄດ້. |
|
| 35 |
|
| ພວກມັນກິນພືດພັນທັງໝົດທີ່ໄດ້ເກີດໃນດິນແດນ ແລະກິນຜົນລະປູກທຸກແນວຕາມພື້ນດິນນັ້ນ. |
|
| 36 |
|
| ພຣະອົງໄດ້ຂ້າລູກຊາຍກົກທັງຫລາຍ ຂອງທຸກໆຄອບຄົວໃນເອຢິບຖິ້ມ. |
|
| 37 |
|
| ແລ້ວພຣະອົງກໍໄດ້ນຳພວກອິດສະຣາເອນອອກໄປ ພວກເຂົາໄດ້ຖືເອົາເງິນແລະຄຳໄປນຳດ້ວຍ, ທຸກຄົນຕ່າງກໍມີສຸຂະພາບແຂງແຮງດີ ພ້ອມທັງມີກຳລັງເຂັ້ມແຂງດີດ້ວຍ. |
|
| 38 |
|
| ຊາວເອຢິບຕ່າງກໍເກີດຄວາມຢ້ານຢ່າງໃຫຍ່ຫລວງ ຕ່າງກໍດີໃຈເມື່ອເຫັນພວກເຂົາໜີໄປແລ້ວ. |
|
| 39 |
|
| ພຣະອົງໄດ້ໃຊ້ເມກປົກບັງປະຊາຊົນຂອງພຣະອົງ ແລະໃຊ້ໄຟເພື່ອເປັນແສງສະຫວ່າງໃນເວລາກາງຄືນ. |
|
| 40 |
|
| ພວກເພິ່ນ ຮຽກຮ້ອງແລະພຣະອົງໄດ້ສົ່ງນົກຂຸ້ມມາ ພຣະອົງປະທານອາຫານຈາກສະຫວັນໃຫ້ພວກເພິ່ນຢ່າງອຸດົມສົມບູນ. |
|
| 41 |
|
| ພຣະອົງໄດ້ແຍກຫີນ ແລະນໍ້າໄດ້ໄຫລພຸ້ງອອກມາ ມັນໄຫລຜ່ານຖິ່ນແຫ້ງແລ້ງກັນດານເໝືອນດັ່ງແມ່ນໍ້າ. |
|
| 42 |
|
| ພຣະອົງໄດ້ລະນຶກເຖິງພຣະສັນຍາອັນສັກສິດ ທີ່ມີຕໍ່ອັບຣາຮາມຜູ້ຮັບໃຊ້ຂອງພຣະອົງ. |
|
| 43 |
|
| ດັ່ງນັ້ນ ພຣະອົງໄດ້ນຳປະຊາຊົນຂອງພຣະອົງອອກໄປ ຢ່າງຊົມຊື່ນຍິນດີ ຄືຄົນທັງຫຼາຍທີ່ພຣະອົງໄດ້ເລືອກໄວ້ນັ້ນດ້ວຍການຮ້ອງເພງ. |
|
| 44 |
|
| ພຣະອົງໄດ້ຍົກດິນແດນຂອງຊົນຊາດອື່ນໃຫ້ພວກເພິ່ນ ແລະໃຫ້ຢຶດເອົາໄຮ່ນາຂອງຄົນເຫຼົ່ານັ້ນ |
|
| 45 |
|
| ເພື່ອວ່າປະຊາຊົນຂອງພຣະອົງຈະເຊື່ອຟັງກົດບັນຍັດ ແລະຖືຮັກສາຂໍ້ຄຳສັ່ງທັງໝົດຂອງພຣະອົງ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
|
|
|
|