|
| 1 |
|
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງຊົງດີຕໍ່ໄພ່ພົນຂອງພຣະອົງ ແລະຄວາມຮັກຂອງພຣະອົງ ກໍດຳລົງຢູ່ສືບໆໄປເປັນນິດ. |
|
| 2 |
|
| ຜູ້ໃດສາມາດບອກໄດ້ເຖິງສິ່ງຍິ່ງໃຫຍ່ທີ່ພຣະເຈົ້າຢາເວໄດ້ກະທຳ? ຫລື ຜູ້ໃດສາມາດຍ້ອງຍໍສັນລະເສີນພຣະອົງຢ່າງເຖິງຈິດເຖິງໃຈໄດ້? |
|
| 3 |
|
| ຄວາມສຸກເປັນຂອງຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ຄືຜູ້ທີ່ປະຕິບັດຕາມສິ່ງຖືກຕ້ອງຢູ່ເລື້ອຍໆ. |
|
| 4 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລະນຶກເຖິງຂ້ານ້ອຍດ້ວຍ ເມື່ອພຣະອົງຊ່ວຍເຫຼືອໄພ່ພົນຂອງພຣະອົງ. ຂໍຊົງໂຜດຮວມເອົາຂ້ານ້ອຍເຂົ້ານຳ ເມື່ອພຣະອົງຊ່ວຍພວກເຂົາໃຫ້ພົ້ນ. |
|
| 5 |
|
| ຂໍຊົງໂຜດໃຫ້ໄດ້ເຫັນຄວາມຈະເລີນຮຸ່ງເຮືອງ ຂອງຜູ້ທີ່ເປັນໄພ່ພົນຂອງພຣະອົງດ້ວຍ ແລະໃຫ້ໄດ້ມີສ່ວນໃນຄວາມສຸກຂອງພວກເຂົາ ຄືໄດ້ພາກພູມໃຈນຳຊົນຊາດຂອງພຣະອົງ. |
|
| 6 |
|
| ພວກຂ້ານ້ອຍໄດ້ເຮັດບາບຄືກັບປູ່ຍ່າຕາຍາຍ ແລະໄດ້ກະທຳຜິດແລະປະພຶດຢ່າງຊົ່ວຮ້າຍ. |
|
| 7 |
|
| ປູ່ຍ່າຕາຍາຍຂອງພວກຂ້ານ້ອຍໃນເອຢິບ ບໍ່ໄດ້ເຂົ້າໃຈເຖິງພຣະຣາຊກິດອັນຍິ່ງໃຫຍ່, ພວກເພິ່ນລືມໄລຄວາມຮັກທີ່ພຣະອົງໂຜດໃຫ້ເຫັນ ແລະໄດ້ກະບົດຕໍ່ສູ້ອົງຊົງຣິດອຳນາດຍິ່ງໃຫຍ່ທີ່ທະເລແດງ |
|
| 8 |
|
| ແຕ່ເພາະພຣະອົງໄດ້ສັນຍາ ພຣະອົງຈຶ່ງຊ່ວຍພວກເພິ່ນໃຫ້ພົ້ນໄພ ເພື່ອສຳແດງໃຫ້ເຫັນເຖິງຣິດທານຸພາບຂອງພຣະອົງ. |
|
| 9 |
|
| ພຣະອົງສັ່ງທະເລແດງໃຫ້ແຫ້ງລົງໝົດ ແລະນຳປະຊາຊົນຂອງພຣະອົງ ຂ້າມໄປຕາມເທິງດິນແຫ້ງ. |
|
| 10 |
|
| ພຣະອົງໄດ້ຊ່ວຍໃຫ້ພົ້ນຈາກຄົນທີ່ກຽດຊັງພວກເພິ່ນ ພຣະອົງໄດ້ຊ່ວຍກູ້ເອົາພວກເພິ່ນຈາກເຫຼົ່າສັດຕູດ້ວຍ. |
|
| 11 |
|
| ແຕ່ເຫຼົ່າສັດຕູຂອງພວກເພິ່ນໄດ້ຈົມນໍ້າຕາຍ ຈົນບໍ່ມີຜູ້ໃດໃນພວກເຂົາເຫຼືອຢູ່. |
|
| 12 |
|
| ແລ້ວປະຊາຊົນກໍໄດ້ເຊື່ອຖ້ອຍຄຳຂອງພຣະອົງ ຕ່າງກໍຮ້ອງເພງສັນລະເສີນຖວາຍແດ່ພຣະອົງ. |
|
| 13 |
|
| ແຕ່ພວກເພິ່ນພັດໄດ້ລືມໄລສິ່ງທີ່ພຣະອົງໄດ້ເຮັດໂດຍໄວ ແລະໄດ້ກະທຳໄປໂດຍບໍ່ຂໍຄຳແນະນຳຈາກພຣະອົງ. |
|
| 14 |
|
| ໃນຖິ່ນແຫ້ງແລ້ງກັນດານ ພວກເພິ່ນເຕັມແຕ່ຕັນຫາພາໂລ ຈຶ່ງຖືຕົວເປັນເຫດເອົາພຣະເຈົ້າມາທົດສອບ. |
|
| 15 |
|
| ສະນັ້ນ ພຣະອົງຈຶ່ງໃຫ້ຕາມທີ່ພວກເພິ່ນໄດ້ຂໍ ແຕ່ໄດ້ສົ່ງພະຍາດອັນຮ້າຍແຮງມາໃນທ່າມກາງພວກເພິ່ນ. |
|
| 16 |
|
| ໃນຖິ່ນແຫ້ງແລ້ງກັນດານນັ້ນພວກເຂົາອິດສາໂມເຊ ທັງອາໂຣນຜູ້ຮັບໃຊ້ຂອງພຣະເຈົ້າຢາເວອົງບໍຣິສຸດດ້ວຍ. |
|
| 17 |
|
| ແລ້ວແຜ່ນດິນກໍໄດ້ຍະ ແລະກືນກິນດາທານ ທັງໄດ້ຖົມອາບີຣາມກັບຄອບຄົວຂອງພວກເຂົາດ້ວຍ. |
|
| 18 |
|
| ໄຟໄດ້ຕົກມາຖືກໝູ່ຄະນະຂອງພວກເຂົາ ແລ້ວກໍໄໝ້ເຜົາຜານປະຊາຊົນຜູ້ຊົ່ວຮ້າຍ. |
|
| 19 |
|
| ທີ່ພູເຂົາຊີນາຍພວກເຂົາໄດ້ສ້າງຮູບໜຶ່ງເປັນງົວຄຳ ແລະພາກັນຂາບໄຫວ້ຮູບປັ້ນເປັນງົວຄຳນັ້ນ. |
|
| 20 |
|
| ພວກເຂົາເອົາພຣະເຈົ້າຜູ້ເປັນກຽດສັກສີຂອງພວກຕົນ ປ່ຽນກັບຮູບສັດເດຍລະສານທີ່ກິນຫຍ້າໂຕໜຶ່ງ. |
|
| 21 |
|
| ພວກເຂົາໄດ້ລືມໄລພຣະເຈົ້າຜູ້ທີ່ຊ່ວຍໃຫ້ພົ້ນໄພ ດ້ວຍຣິດທານຸພາບໃນເອຢິບນັ້ນ. |
|
| 22 |
|
| ສິ່ງທີ່ພຣະອົງໄດ້ເຮັດນັ້ນ ໜ້າອັດສະຈັນຫລາຍ ເປັນສິ່ງປະຫລາດໃຈທີ່ເກີດຂຶ້ນໃນທະເລແດງນັ້ນ |
|
| 23 |
|
| ເມື່ອພຣະອົງບອກວ່າ ພຣະອົງຈະທຳລາຍປະຊາຊົນຂອງພຣະອົງ ໂມເຊຄົນທີ່ຊົງໄດ້ເລືອກເອົາກໍລຸກຂຶ້ນຂັດຄ້ານໄວ້. ເພິ່ນໄດ້ຢັບຢັ້ງຄວາມໂກດຮ້າຍຂອງພຣະອົງ ໂດຍບໍ່ໃຫ້ຊາວອິດສະຣາເອນຖືກທຳລາຍ. |
|
| 24 |
|
| ແລ້ວພວກເຂົາກໍໄດ້ປະຕິເສດດິນແດນທີ່ໃຫ້ພໍໃຈ ເພາະບໍ່ໄດ້ເຊື່ອຟັງຄຳສັນຍາຂອງພຣະອົງ. |
|
| 25 |
|
| ພວກເຂົາອາໄສຜ້າເຕັນຢູ່ແລະຈົ່ມວ່າຢ່າງບໍ່ພໍໃຈ ແລະບໍ່ຍອມຟັງສຽງຂອງພຣະເຈົ້າຢາເວ. |
|
| 26 |
|
| ສະນັ້ນ ພຣະອົງຈຶ່ງໃຊ້ຖ້ອຍຄຳເຕືອນຢ່າງແຂງແຮງວ່າພວກເຂົາຈະຕາຍ ໃນຖິ່ນແຫ້ງແລ້ງກັນດານນັ້ນ |
|
| 27 |
|
| ແລະຈະໃຫ້ລູກຫລານແຕກໄປຢູ່ທ່າມກາງຄົນທີ່ບໍ່ນັບຖືພຣະເຈົ້າ ໂດຍປ່ອຍໃຫ້ຕາຍຢູ່ໃນປະເທດຕ່າງດ້າວ. |
|
| 28 |
|
| ແລ້ວທີ່ເປອໍພວກເຂົາກໍໄດ້ຮ່ວມຂາບໄຫວ້ພະບາອານ ແລະໄດ້ຖວາຍເຄື່ອງບູຊາແກ່ພະທີ່ບໍ່ມີຊີວິດ. |
|
| 29 |
|
| ພວກເຂົາເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍໂດຍກະທຳຜິດ ແລະພະຍາດອັນຮ້າຍແຮງກໍໄດ້ລະບາດເຂົ້າໄປໃນທ່າມກາງພວກເຂົາເຈົ້າ. |
|
| 30 |
|
| ແຕ່ຟີເນຮາໄດ້ລຸກຂຶ້ນລົງໂທດຜູ້ທີ່ເຮັດຜິດ ແລ້ວໂຣກລະບາດກໍໄດ້ຢຸດສະໜິດຈົນສິ້ນ. |
|
| 31 |
|
| ພຣະອົງຈຶ່ງຖືວ່າລາວນັ້ນຊອບທຳສະເໝີມາ ຕະຫລອດຈາກຄົນເຊັ່ນນີ້ເຖິງຄົນເຊັ່ນໜ້າສືບໆໄປ. |
|
| 32 |
|
| ທີ່ບໍ່ນໍ້າເມຣິບາ ພວກເຂົາໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ ແລະໂມເຊກໍເດືອດຮ້ອນນຳເພາະເລື່ອງນັ້ນ. |
|
| 33 |
|
| ພວກເຂົາໄດ້ເຮັດໃຫ້ເພິ່ນຂົມຂື່ນລະທົມໃຈ ຈົນເພິ່ນໄດ້ເວົ້າຈາໄປໂດຍບໍ່ທັນໄດ້ຄິດສາກ່ອນ. |
|
| 34 |
|
| ພວກເຂົາບໍ່ໄດ້ຂ້າຄົນທີ່ບໍ່ນັບຖືພຣະເຈົ້າເຫຼົ່ານັ້ນໝົດ ຕາມທີ່ພຣະເຈົ້າຢາເວໄດ້ຊົງບັນຊາໄວ້, |
|
| 35 |
|
| ແຕ່ພັດໄດ້ແຕ່ງງານກັບພວກເຂົາເຈົ້າ ແລະເອົາວິທີປ່າເຖື່ອນຂອງພວກເຂົາມາປະຕິບັດຕາມ. |
|
| 36 |
|
| ພວກເຂົາໄດ້ຂາບໄຫວ້ຮູບເຄົາຣົບທັງຫລາຍ ເປັນເຫດແຫ່ງຄວາມຈິບຫາຍທີ່ພວກເຂົາໄດ້ຮັບ. |
|
| 37 |
|
| ພວກເຂົາໄດ້ຖວາຍລູກຊາຍຍິງຂອງຕົນເອງ ໃຫ້ເປັນເຄື່ອງບູຊາແກ່ຮູບປັ້ນ ຂອງຊາວການາອານນັ້ນ. |
|
| 38 |
|
| ພວກເຂົາໄດ້ຂ້າເດັກນ້ອຍເຫຼົ່ານັ້ນທີ່ບໍ່ມີຄວາມຜິດ ແລະດິນແດນກໍເປັນມົນທິນຍ້ອນການນັ້ນ. |
|
| 39 |
|
| ພວກເຂົາເປັນມົນທິນຍ້ອນພວກເຂົາກະທຳຜິດ ແລະເປັນຄົນທີ່ບໍ່ສັດຊື່ຕໍ່ພຣະເຈົ້າ. |
|
| 40 |
|
| ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍໄພ່ພົນຂອງພຣະອົງ ພຣະອົງເບື່ອໜ່າຍກຽດຊັງພວກເຂົາ. |
|
| 41 |
|
| ພຣະອົງຈຶ່ງປະໃຫ້ຢູ່ໃຕ້ອຳນາດຂອງຄົນທີ່ບໍ່ນັບຖືພຣະອົງ ແລະສັດຕູກໍໄດ້ມາປົກຄອງເໜືອພວກເຂົາເຈົ້າ. |
|
| 42 |
|
| ພວກເຂົາຖືກກົດຂີ່ໂດຍສັດຕູ ແລະພວກເຂົາກໍຕົກ ຢູ່ໃຕ້ອຳນາດຂອງເຫຼົ່າສັດຕູຈົນໝົດສິ້ນ. |
|
| 43 |
|
| ຫລາຍຄັ້ງພຣະອົງໄດ້ຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນ, ແຕ່ພວກເຂົາພັດເລືອກກະບົດຕໍ່ພຣະອົງ ຈຶ່ງຈົມຢູ່ໃນການບາບຂອງພວກເຂົາເອງ. |
|
| 44 |
|
| ເຖິງປານນັ້ນ ພຣະອົງກໍຍັງຟັງສຽງຮ້ອງທູນຂອງພວກເຂົາ, ຈຶ່ງກັບມາສົນໃຈໃນຄວາມທຸກຂອງພວກເຂົາ |
|
| 45 |
|
| ເພື່ອເຫັນແກ່ພວກເຂົາ ພຣະອົງຈຶ່ງຈົດຈຳພັນທະສັນຍາຂອງພຣະອົງ ຍ້ອນຄວາມຮັກອັນໝັ້ນຄົງຂອງພຣະອົງ ພຣະອົງຈຶ່ງຊົງເມດຕາພວກເຂົາເຈົ້າ. |
|
| 46 |
|
| ພຣະອົງໄດ້ເຮັດໃຫ້ພວກທີ່ກົດຂີ່ພວກເຂົາ ເມດຕາສົງສານພວກເຂົາດ້ວຍ. |
|
| 47 |
|
| ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ຂໍຊົງໂຜດຊ່ວຍໃຫ້ພົ້ນໄພແລະນຳຄືນມາ ຈາກທ່າມກາງບັນດາຊົນຊາດດ້ວຍ ເພື່ອວ່າຈະໄດ້ໂມທະນາຂອບພຣະຄຸນ ແລະສັນລະເສີນພຣະນາມອັນບໍຣິສຸດນັ້ນ. |
|
| 48 |
|
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ຈົ່ງຍ້ອງຍໍສັນລະເສີນພຣະອົງບັດນີ້ແລະຕະຫລອດໄປ ໃຫ້ທຸກຄົນກ່າວວ່າ, “ອາແມນ.” ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. |
|
|
|
|