Lao ພຣະຄຳພີສັກສິ 2012
|
| 1 |
| ຂ້າແດ່ພຣະເຈົ້າ ຂ້ານ້ອຍເຊື່ອວາງໃຈໃນພຣະອົງຢ່າງຄົບຖ້ວນ ຂ້ານ້ອຍຈະຮ້ອງເພງຍ້ອງຍໍສັນລະເສີນພຣະອົງ |
| 2 |
| ຈິດວິນຍານຂອງຂ້ອຍເອີຍ ຈົ່ງຕື່ນຂຶ້ນກິດຕາແລະກະຈັບປີ່ ຂ້ອຍຈະປຸກຕາເວັນໃຫ້ລຸກຂຶ້ນມາ. |
| 3 |
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະອົງໃນທ່າມກາງຊົນຊາດທັງຫລາຍ. ຈະຍ້ອງຍໍສັນລະເສີນພຣະອົງໃນທ່າມກາງຊົນທຸກຊາດທຸກພາສາດ້ວຍ. |
| 4 |
| ຄວາມຮັກອັນໝັ້ນຄົງນັ້ນກໍສູງສົ່ງເຖິງຟ້າສະຫວັນ ແລະຄວາມສັດຊື່ຂອງພຣະອົງກໍສູງຈຸທ້ອງຟ້າ. |
| 5 |
| ຂ້າແດ່ພຣະເຈົ້າ ຂໍໃຫ້ຣິດທານຸພາບຂອງພຣະອົງປາກົດທີ່ຟ້າສະຫວັນເບື້ອງເທິງ ແລະສະຫງ່າຣາສີຂອງພຣະອົງປາກົດທົ່ວເທິງແຜ່ນດິນໂລກ. |
| 6 |
| ຂໍໂຜດຊ່ວຍໃຫ້ພົ້ນໂດຍກຳລັງຂອງພຣະອົງ ແລະຕອບຄຳພາວັນນາອະທິຖານຂອງຂ້ານ້ອຍແດ່ ເພື່ອວ່າປະຊາຊົນທີ່ພຣະອົງຮັກນັ້ນ ຈະຖືກຊ່ວຍກູ້ເອົາໄດ້. |
| 7 |
| ຈາກພຣະວິຫານອັນສັກສິດນັ້ນ ພຣະເຈົ້າກ່າວວ່າ, “ຄວາມມີໄຊໄດ້ຢູ່ໃນກຳມືຂອງເຮົາ ດ້ວຍຄວາມມີໄຊນັ້ນເຮົາຈະແຍກເອົາເມືອງຊີເຄມ ແລະແບ່ງຮ່ອມພູຊຸກໂກດໃຫ້ປະຊາຊົນຂອງເຮົາດ້ວຍ. |
| 8 |
| ກີເລອາດເປັນຂອງເຮົາແລະມານາເຊກໍຄືກັນ ເອຟຣາອິມຄືໝວກ ແລະຢູດາຄືຕະບອງຄອງອຳນາດ. |
| 9 |
| ແຕ່ເຮົາຈະໃຊ້ໂມອາບເປັນດັ່ງຊາມລ້າງສ່ວຍ ແລະຈະໂຍນເກີບຂອງເຮົາໃສ່ເອໂດມ ໃຫ້ເປັນເຄື່ອງໝາຍວ່າເຮົາເປັນເຈົ້າຂອງດິນແດນ ເຮົາຈະໂຮຮ້ອງມີໄຊເໜືອຊາວຟີລິດສະຕິນດ້ວຍ.” |
| 10 |
| ຜູ້ໃດຈະພາໄປເມືອງທີ່ມີປ້ອມປ້ອງກັນ? ຜູ້ໃດຈະນຳຂ້ານ້ອຍໄປທີ່ເອໂດມນັ້ນ? |
| 11 |
| ຂ້າແດ່ພຣະເຈົ້າ ພຣະອົງປະຖິ້ມພວກຂ້ານ້ອຍແທ້ບໍ? ພຣະອົງຈະບໍ່ໄປຮົບກັບກອງທັບຂອງພວກຂ້ານ້ອຍບໍ? |
| 12 |
| ໂຜດຊ່ວຍຕໍ່ສູ້ເຫຼົ່າສັດຕູແດ່ ມະນຸດບໍ່ສາມາດຊ່ວຍໄດ້ເລີຍ. |
| 13 |
| ເມື່ອພຣະເຈົ້າຢູ່ຝ່າຍພວກຂ້ານ້ອຍ ພວກຂ້ານ້ອຍຈະມີໄຊ ພຣະອົງຈະເອົາຊະນະເຫຼົ່າສັດຕູຂອງພວກຂ້ານ້ອຍໃຫ້ໄດ້. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/108.mp3
150
108