Lao ພຣະຄຳພີສັກສິ 2012
|
| 1 |
| ຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າຢາເວ ເພື່ອຄວາມປອດໄພ ເຫດໃດໜໍຈຶ່ງເວົ້າໃຫ້ຂ້ອຍວ່າ, “ຈົ່ງໜີໄປລີ້ທີ່ພູເຂົາເໝືອນດັ່ງນົກ |
| 2 |
| ເພາະຄົນຊົ່ວຮ້າຍໄດ້ກົ່ງໜ້າທະນູແລະຍິງລູກສອນໄປໃສ່ ຄົນຊອບທຳຈາກບ່ອນມືດ. |
| 3 |
| ເມື່ອຮາກຖານໄດ້ຖືກທຳລາຍລົງແລ້ວ ຄົນດີສາມາດເຮັດຫຍັງໄດ້ແດ່?” |
| 4 |
| ພຣະເຈົ້າຢາເວຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ພຣະເຈົ້າຢາເວປະທັບເທິງພຣະບັນລັງ ຢູ່ໃນສະຫວັນ ພຣະອົງເຝົ້າເບິ່ງມະນຸດທຸກແຫ່ງທຸກຫົນ ແລະທັງຮູ້ວ່າຄົນກຳລັງເຮັດຫຍັງຢູ່ດ້ວຍ. |
| 5 |
| ພຣະເຈົ້າຢາເວກວດກາເບິ່ງຄົນຊອບທຳ ແລະຄົນຊົ່ວເໝືອນກັນ ພຣະອົງກຽດຊັງຄົນທິ່ເຮັດການໂຫດຮ້າຍ. |
| 6 |
| ພຣະອົງສົ່ງຖ່ານໄຟ ແລະມາດທີ່ລຸກໄໝ້ຢູ່ ລົງມາສູ່ຄົນຊົ່ວຮ້າຍທັງຫລາຍ ພຣະອົງໄດ້ລົງໂທດພວກເຂົາ ໂດຍສົ່ງລົມຮ້ອນມາເຜົາໄໝ້. |
| 7 |
| ພຣະເຈົ້າຢາເວເຮັດຖືກຕ້ອງແລະຮັກການກະທຳດີ ຜູ້ທີ່ເຮັດຢ່າງນີ້ກໍຈະອາໄສຢູ່ຊ້ອງໜ້າພຣະອົງໄດ້. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/011.mp3
150
11