Lao ພຣະຄຳພີສັກສິ 2012
|
| 1 |
| ເມື່ອປະຊາຊົນອິດສະຣາເອນອອກ ມາຈາກເອຢິບ ເມື່ອເຊື້ອສາຍຢາໂຄບ ອອກໜີຈາກດິນແດນຄົນຕ່າງຊາດ. |
| 2 |
| ເຜົ່າຢູດາກາຍເປັນປະຊາຊົນຂອງພຣະເຈົ້າອົງບໍຣິສຸດ ອິດສະຣາເອນກາຍເປັນກຳມະສິດຂອງພຣະເຈົ້າ. |
| 3 |
| ທະເລແດງໄດ້ຫລຽວເບິ່ງ ແລະປົບໜີໄປ ແມ່ນໍ້າຈໍແດນໄດ້ຢຸດໄຫລແລ້ວກໍໄຫລຄືນມາອີກ. |
| 4 |
| ໜ່ວຍພູກະໂດດເຕັ້ນດັ່ງຝູງແບ້ເຖິກ ແລະພູນ້ອຍກໍເຕັ້ນຂຶ້ນລົງດັ່ງແກະນ້ອຍ. |
| 5 |
| ມີຫຍັງນໍທີ່ເກີດຂຶ້ນ ໂອ ເຈົ້າທະເລເອີຍ ຈຶ່ງເຮັດໃຫ້ເຈົ້າປົບໜີເປີດໄປຢ່າງນັ້ນ? ໂອ ແມ່ນໍ້າຈໍແດນເອີຍ ເຈົ້າເດເປັນຈັ່ງໃດ? ເປັນຫຍັງຈຶ່ງຢຸດໄຫລແລະໄຫລຄືນມາອີກ? |
| 6 |
| ພູເຂົາເອີຍ ເປັນຫຍັງຈຶ່ງເຕັ້ນດັ່ງຝູງແບ້ເຖິກ? ພູນ້ອຍເອີຍ ເປັນຫຍັງຈຶ່ງເຕັ້ນດັ່ງແກະນ້ອຍ? |
| 7 |
| ແຜ່ນດິນໂລກເອີຍ ຈົ່ງສັ່ນສະເທືອນຕໍ່ໜ້າພຣະເຈົ້າຢາເວ, ຢູ່ຕໍ່ໜ້າພຣະເຈົ້າຂອງຢາໂຄບ. |
| 8 |
| ຜູ້ຊົງປ່ຽນໂງ່ນຫີນໃຫ້ກາຍເປັນສະທີ່ມີນໍ້າອອກບໍ່ ແລະປ່ຽນເນີນຜາໃຫ້ເປັນບໍ່ນໍ້າພຸໄຫລອອກມາ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/114.mp3
150
114