|
| 1 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວເພາະພຣະອົງປະເສີດ ເພາະຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ. |
|
| 2 |
|
| ຂໍໃຫ້ປະຊາຊົນຊາດອິດສະຣາເອນກ່າວວ່າ, “ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ.” |
|
| 3 |
|
| ຂໍໃຫ້ພວກປະໂຣຫິດຂອງພຣະເຈົ້າພາກັນກ່າວວ່າ, “ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ.” |
|
| 4 |
|
| ຂໍໃຫ້ຜູ້ທີ່ຢຳເກງພຣະເຈົ້າຢາເວທຸກຄົນຈົ່ງກ່າວວ່າ, “ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ.” |
|
| 5 |
|
| ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວໃນຍາມທຸກຮ້ອນເຂັນໃຈ ພຣະເຈົ້າຢາເວໄດ້ຕອບຄຳຮ້ອງຂໍຂອງຂ້ານ້ອຍ ແລະປົດປ່ອຍຂ້ານ້ອຍໃຫ້ພົ້ນ. |
|
| 6 |
|
| ພຣະເຈົ້າຢາເວຢູ່ນຳຂ້ານ້ອຍ ຂ້ານ້ອຍຈະບໍ່ຢ້ານກົວເລີຍ ແມ່ນຜູ້ໃດເຮັດຫຍັງໃຫ້ຂ້ານ້ອຍໄດ້? |
|
| 7 |
|
| ແມ່ນພຣະເຈົ້າຢາເວທີ່ໄດ້ໃຫ້ຄວາມອູ້ມຊູແກ່ຂ້ານ້ອຍ ຂ້ານ້ອຍຈະໄດ້ເຫັນພວກສັດຕູພ່າຍແພ້. |
|
| 8 |
|
| ການໄວ້ວາງໃຈໃນພຣະເຈົ້າຢາເວເປັນການດີ ດີກວ່າທີ່ຈະເພິ່ງພາອາໄສມະນຸດ. |
|
| 9 |
|
| ການໄວ້ວາງໃຈໃນພຣະເຈົ້າຢາເວເປັນການດີ ດີກວ່າທີ່ຈະເພິ່ງພາອາໄສຜູ້ນຳທີ່ເປັນມະນຸດ. |
|
| 10 |
|
| ພວກສັດຕູໄດ້ອ້ອມຂ້ານ້ອຍໄວ້ຕັ້ງຫລວງຫລາຍ ແຕ່ຂ້ານ້ອຍໄດ້ທຳລາຍພວກເຂົາດ້ວຍພຣະນາມຂອງພຣະເຈົ້າຢາເວ |
|
| 11 |
|
| ພວກເຂົາໄດ້ອ້ອມຂ້ານ້ອຍໄວ້ທຸກໆດ້ານ ແຕ່ຂ້ານ້ອຍໄດ້ທຳລາຍພວກເຂົາ ດ້ວຍພຣະນາມຂອງພຣະເຈົ້າຢາເວ. |
|
| 12 |
|
| ພວກເຂົາບຸກໂຈມຕີຂ້ານ້ອຍດັ່ງຝູງເຜິ້ງຫຸ້ມໂຈມຕີ ແຕ່ພວກເຂົາຖືກດັບຊີວີຢ່າງວ່ອງໄວໝົດສິ້ນ ຄືຖືກດັບສູນໄປກ້ຽງດັ່ງຫຍ້າແຫ້ງທີ່ຖືກໄຟ ຂ້ານ້ອຍໄດ້ທຳລາຍພວກເຂົາດ້ວຍພຣະນາມຂອງພຣະເຈົ້າຢາເວ. |
|
| 13 |
|
| ຂ້ານ້ອຍຖືກໂຈມຕີຢ່າງໂຫດຫ້ຽມໃຫ້ພ່າຍແພ້ໄປ ແຕ່ພຣະເຈົ້າຢາເວໄດ້ຊ່ວຍຊູເອົາຂ້ານ້ອຍໄວ້ໄດ້. |
|
| 14 |
|
| ພຣະເຈົ້າຢາເວໃຫ້ຂ້ານ້ອຍມີອຳນາດແຂງແຮງຂຶ້ນໃໝ່ ພຣະອົງໄດ້ຊ່ວຍຊູຂ້ານ້ອຍໃຫ້ຫວິດພົ້ນໂພຍໄພ. |
|
| 15 |
|
| ຈົ່ງຟັງສຽງປະຊາຊົນຂອງພຣະເຈົ້າໂຮຮ້ອງຍິນດີ ເພາະຄວາມມີໄຊທີ່ຜ້າເຕັນຂອງເຂົາເຈົ້າ ຣິດທານຸພາບຂອງພຣະເຈົ້ານັ້ນຍິ່ງໃຫຍ່ຫລາຍ ພຣະເຈົ້າຢາເວກຳໄຊຊະນະຄັ້ງຍິ່ງໃຫຍ່. |
|
| 16 |
|
| ຣິດທານຸພາບຂອງພຣະເຈົ້າຢາເວໄດ້ນຳໄຊຊະນະມາສູ່ພວກເຮົາ ຄືອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວໃນສະໜາມຮົບ. |
|
| 17 |
|
| ແທນທີ່ຂ້ານ້ອຍຈະສິ້ນຊີວິດ ແຕ່ຂ້ານ້ອຍຈະມີຊີວິດຢູ່ ແລະປະກາດສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ. |
|
| 18 |
|
| ພຣະເຈົ້າຢາເວໄດ້ລົງໂທດຢ່າງໜັກ ແຕ່ພຣະອົງບໍ່ໄດ້ປະປ່ອຍຂ້ານ້ອຍໃຫ້ສິ້ນຊີວິດ. |
|
| 19 |
|
| ຂໍເປີດປະຕູແຫ່ງຄວາມຊອບທຳໃຫ້ຂ້ານ້ອຍ ຂ້ານ້ອຍຈະເຂົ້າໄປ ແລະຖວາຍໂມທະນາຂອບພຣະຄຸນແດ່ພຣະເຈົ້າຢາເວ. |
|
| 20 |
|
| ນີ້ຄືປະຕູແຫ່ງພຣະເຈົ້າຢາເວ ຜູ້ທີ່ຈະເຂົ້າໄປເຖິງໄດ້ ມີແຕ່ຄົນຊອບທຳເທົ່ານັ້ນ. |
|
| 21 |
|
| ຂ້ານ້ອຍໂມທະນາຂອບພຣະຄຸນພຣະອົງ ເພາະພຣະອົງໄດ້ຍິນສຽງທີ່ຂ້ານ້ອຍຮ້ອງຫາແລ້ວ ແລະໄດ້ໂຜດໃຫ້ຂ້ານ້ອຍ ມີໄຊຊະນະແລ້ວ. |
|
| 22 |
|
| ຫີນທີ່ຊ່າງກໍ່ໄດ້ໂຍນຖິ້ມແລ້ວເພາະຖືວ່າໄຮ້ຄ່າ ກໍກາຍເປັນຫີນເສົາເອກສຳຄັນກວ່າໝູ່ໝົດ. |
|
| 23 |
|
| ເລື່ອງນີ້ແມ່ນພຣະເຈົ້າຢາເວທີ່ໄດ້ກະທຳການ ຊຶ່ງເປັນການອັດສະຈັນປະຈັກຕາແທ້ໆ. |
|
| 24 |
|
| ວັນນີ້ ເປັນວັນທີ່ພຣະເຈົ້າຢາເວໃຫ້ຄວາມມີໄຊ ຈົ່ງຊົມຊື່ນຍິນດີແລະສະຫລອງກັນເຖີດ. |
|
| 25 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນເຖີດ ຂ້າແດ່ພຣະເຈົ້າຢາເວ ໂຜດປະທານຄວາມສຳເລັດໃຫ້ແກ່ພວກຂ້ານ້ອຍແດ່ທ້ອນ. |
|
| 26 |
|
| ຂໍໃຫ້ທ່ານຜູ້ທີ່ມາໃນພຣະນາມຂອງພຣະເຈົ້າຢາເວ ຈົ່ງໄດ້ຮັບພຣະພອນ ຂ້ານ້ອຍທັງຫລາຍອວຍພອນທ່ານຈາກວິຫານຂອງພຣະເຈົ້າຢາເວ. |
|
| 27 |
|
| ພຣະເຈົ້າຢາເວເປັນພຣະເຈົ້າ ພຣະອົງດີຕໍ່ພວກເຮົາ. ຈົ່ງຖືກິ່ງໄມ້ ແລະເລີ່ມສະຫລອງເທດສະການ ຈົ່ງພາກັນຍ່າງເປັນຂະບວນອ້ອມແທ່ນບູຊາເຖີດ. |
|
| 28 |
|
| ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍໂມທະນາຂອບພຣະຄຸນພຣະອົງ ແລະຈະປະກາດຄວາມຍິ່ງໃຫຍ່ຂອງພຣະອົງ. |
|
| 29 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ເພາະພຣະອົງປະເສີດ ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ. |
|
|
|
|