×

Lao ພຣະຄຳພີສັກສິ 2012

ເພງ ສັນລະເສີນ 120

1
ເມື່ອ​ຂ້ານ້ອຍ​ເດືອດຮ້ອນ ຂ້ານ້ອຍ​ກໍ​ໄຫວ້ວອນ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ຊົງ​ຕອບ​ຂ້ານ້ອຍ.
2
ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ ຈາກ​ຄົນ​ຂີ້ຕົວະ ແລະ​ຄົນຫລອກລວງ​ດ້ວຍ.
3
ພວກ​ຄົນ​ຂີ້ຕົວະ​ເອີຍ ພວກເຈົ້າ​ສະສົມ​ອັນໃດ​ໄວ້​ແກ່​ຕົນ​ແດ່? ພຣະອົງ​ຈະ​ລົງໂທດ​ພວກເຈົ້າ​ຢ່າງໃດ​ຮູ້ບໍ່?
4
ກໍ​ດ້ວຍ​ລູກໜ້າ​ທະນູ​ອັນ​ແຫລມຄົມ​ຂອງ​ນັກຮົບ ແລະ​ຖ່ານໄຟ​ແດງ​ໄໝ້​ເຜົາຜານ​ແນ່ນອນ.
5
ການ​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກໍ​ຊົ່ວ​ເທົ່າ​ກັບ​ຢູ່​ນຳ ຊາວ​ເມເຊັກ​ຫລື​ນຳ​ປະຊາຊົນ​ແຫ່ງ​ເກດາ​ນັ້ນ.
6
ຂ້ານ້ອຍ​ໄດ້​ອາໄສ​ຢູ່ ນຳ​ປະຊາຊົນ​ທີ່​ກຽດຊັງ​ສັນຕິສຸກ,
7
ເມື່ອ​ເອີ່ຍ​ປາກ​ເວົ້າ​ເຖິງ​ຄວາມ​ສະຫງົບສຸກ ພວກເຂົາ​ກໍ​ເອີ່ຍ​ວາຈາ​ເຖິງ​ເສິກ​ສົງຄາມ​ທັນທີ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ