Lao ພຣະຄຳພີສັກສິ 2012
|
| 1 |
| ຊ່າງດີໃຈແທ້ໆເມື່ອພວກເຂົາເຊີນຊວນ ຂ້ານ້ອຍດັ່ງນີ້ວ່າ, “ໃຫ້ພວກເຮົາພາກັນຂຶ້ນໄປຍັງວິຫານຂອງພຣະເຈົ້າຢາເວ.” |
| 2 |
| ເຢຣູຊາເລັມເອີຍ ພວກເຮົາກຳລັງຢືນຢູ່ໃນປະຕູກຳແພງຂອງເຈົ້າ. |
| 3 |
| ນະຄອນເຢຣູຊາເລັມເປັນເມືອງທີ່ໄດ້ສ້ອມແປງຂຶ້ນໃໝ່ ຊຶ່ງເປັນລະບຽບຮຽບຮ້ອຍສະອາດງາມຕາ. |
| 4 |
| ທີ່ນີ້ເປັນບ່ອນບັນດາເຜົ່າຂອງພຣະເຈົ້າຢາເວ ມາຖວາຍຂອບພຣະຄຸນແດ່ພຣະນາມຂອງພຣະເຈົ້າຢາເວ ຕາມທີ່ກຳນົດໄວ້ແກ່ຊາດອິດສະຣາເອນ. |
| 5 |
| ພຣະທີ່ນັ່ງແຫ່ງການພິພາກສາກໍໄດ້ຕັ້ງຢູ່ທີ່ນັ້ນ ຄືພຣະທີ່ນັ່ງຂອງຣາຊວົງດາວິດ. |
| 6 |
| ຈົ່ງພາວັນນາອະທິຖານ ເພື່ອໃຫ້ນະຄອນເຢຣູຊາເລັມມີຄວາມສະຫງົບສຸກ “ຈົ່ງຈະເລີນເທີ້ນທຸກຄົນທີ່ຮັກນະຄອນເຢຣູຊາເລັມເອີຍ |
| 7 |
| ຂໍໃຫ້ຄວາມສະຫງົບສຸກນັ້ນມີຢູ່ພາຍໃນກຳແພງຂອງເຈົ້າ ແລະຂໍໃຫ້ມີຄວາມປອດໄພດີຢູ່ໃນບັນດາວັງຂອງເຈົ້າດ້ວຍ.” |
| 8 |
| ເພາະເຫັນແກ່ໝູ່ເພື່ອນ ແລະຍາດຕິພີ່ນ້ອງຂອງຂ້ານ້ອຍ, ຂ້ານ້ອຍຈຶ່ງກ່າວກັບນະຄອນເຢຣູຊາເລັມ ວ່າ, “ຈົ່ງມີຄວາມສະຫງົບສຸກເຖີດ.” |
| 9 |
| ເພາະເຫັນແກ່ວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ຂ້ານ້ອຍຈຶ່ງພາວັນນາອະທິຖານ ເພື່ອຄວາມຈະເລີນຮຸ່ງເຮືອງຂອງທ່ານ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/122.mp3
150
122