×

Lao ພຣະຄຳພີສັກສິ 2012

ເພງ ສັນລະເສີນ 126

1
ເມື່ອ​ພຣະເຈົ້າຢາເວ​ນຳ​ພວກເຮົາ ຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເລື່ອງ​ທັງໝົດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ
2
ພວກ​ຂ້ານ້ອຍ​ຫົວເລາະ​ຢ່າງ​ບໍ່ຢຸດ​ບໍ່ເຊົາ ທັງ​ສົ່ງ​ສຽງ​ອັນ​ດັງ​ໂຮຮ້ອງ​ຍິນດີ​ຢ່າງໃຫຍ່ ແລ້ວ​ຊົນຊາດ​ອື່ນໆ​ກໍ​ເວົ້າ​ເຖິງ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ​ເຮັດ​ສິ່ງ​ຍິ່ງໃຫຍ່​ໃຫ້​ພວກເຂົາ​ແລ້ວ.”
3
ພຣະເຈົ້າຢາເວ​ໄດ້​ຊົງ​ກະທຳ​ສິ່ງ​ຍິ່ງໃຫຍ່​ສຳລັບ​ພວກເຮົາ, ພວກເຮົາ​ທຸກຄົນ​ຕ່າງ​ກໍ​ມີ​ຄວາມສຸກ​ຫລາຍ​ທີ່ສຸດ.
4
ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ຈະເລີນ​ຮຸ່ງເຮືອງ​ຄືນ​ໃໝ່ ດັ່ງ​ສາຍຝົນ​ຄືນ​ມາ​ສູ່​ຫ້ວຍນໍ້າ​ທີ່​ເນເກັບ.
5
ຂໍ​ໃຫ້​ພວກ​ທີ່​ຮ້ອງໄຫ້​ໃນ​ຂະນະທີ່​ຫວ່ານ​ລົງ​ໄປ ໄດ້​ຮິບໂຮມ​ເກັບກ່ຽວ​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ.
6
ພວກ​ທີ່​ຮ້ອງໄຫ້​ຂະນະທີ່​ຫາບ​ເມັດພືດ​ອອກ​ໄປ ຈະ​ໄດ້​ນຳ​ຜົນ​ເກັບກ່ຽວ​ມາ​ດ້ວຍ​ການ​ຮ້ອງເພງ​ຢ່າງ​ຊື່ນຊົມ​ຍິນດີ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ