×

Lao ພຣະຄຳພີສັກສິ 2012

ເພງ ສັນລະເສີນ 127

1
ຖ້າ​ພຣະເຈົ້າຢາເວ​ບໍ່​ກໍ່​ບ້ານ ສ້າງ​ເຮືອນ​ຊານ, ວຽກການ​ຄົນ​ກໍ່ສ້າງ​ທັງໝົດ​ກໍ​ໄຮ້ປະໂຫຍດ. ຖ້າ​ພຣະເຈົ້າຢາເວ​ບໍ່​ປ້ອງກັນ​ບ້ານເມືອງ, ທະຫານ​ຢືນ​ຍາມ​ກໍ​ໃຊ້​ການ​ຫຍັງ​ບໍ່ໄດ້.
2
ມັນ​ໄຮ້ປະໂຫຍດ​ທີ່​ນອນເດິກ​ລຸກເຊົ້າ​ທຸກ​ວັນ ໂດຍ​ເຮັດ​ວຽກ​ທຳງານ​ໜັກ​ເພື່ອ​ຫາ​ລ້ຽງຊີບ ເພາະ​ຜູ້​ທີ່​ພຣະອົງ​ຊົງ​ຮັກ​ຈຶ່ງ​ຈັດ​ໃຫ້​ຕາມ​ທີ່​ຕ້ອງການ ໃນ​ຂະນະທີ່​ພັກຜ່ອນ​ຢ່າງ​ສຸກ​ສະບາຍ​ຢູ່ນັ້ນ.
3
ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະເຈົ້າຢາເວ​ໂຜດ​ປະທານ ພວກເຂົາ​ຄື​ພອນ​ອັນ​ແທ້ຈິງ.
4
ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ເມື່ອ​ຍັງ​ໜຸ່ມ ກໍ​ເທົ່າ​ກັບ​ທະຫານ​ມີ​ລູກທະນູ​ຫລາຍ​ອັນ​ໃນ​ບັ້ງ.
5
ຄວາມສຸກ​ເປັນ​ຂອງ​ຄົນ​ທີ່​ມີ​ທະນູ​ຫລາຍ​ລູກ​ໃນ​ມື ເມື່ອ​ປະເຊີນ​ກັບ​ສັດຕູ​ໃນ​ທີ່​ຕັດສິນ​ຈະ​ບໍ່​ພ່າຍແພ້.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ