|
| 1 |
|
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວເຖີດ ພວກເຈົ້າຜູ້ຮັບໃຊ້ຂອງພຣະເຈົ້າຢາເວເອີຍ ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ. |
|
| 2 |
|
| ພວກເຈົ້າຜູ້ທີ່ຢືນຢູ່ໃນວິຫານຂອງພຣະເຈົ້າຢາເວ ຄືຢູ່ໃນເດີ່ນວິຫານພຣະເຈົ້າຂອງພວກເຮົາ. |
|
| 3 |
|
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ເພາະພຣະເຈົ້າຢາເວຊົງເມດຕາ ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງເພາະຊົງເມດຕາ. |
|
| 4 |
|
| ພຣະເຈົ້າຢາເວໄດ້ເລືອກຢາໂຄບໃຫ້ເປັນຄົນຂອງພຣະອົງເອງ ຊາວອິດສະຣາເອນໃຫ້ເປັນກຳມະສິດຂອງພຣະອົງ. |
|
| 5 |
|
| ຂ້ານ້ອຍຮູ້ວ່າພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫຍ່ຫລາຍ ອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນອົງຍິ່ງໃຫຍ່ເໜືອກວ່າບັນດາພະອື່ນໃດທັງສິ້ນ. |
|
| 6 |
|
| ພຣະເຈົ້າຢາເວກະທຳທຸກສິ່ງຕາມພຣະປະສົງ ໃນສະຫວັນ ແລະທີ່ແຜ່ນດິນໂລກ ທັງໃນທ້ອງທະເລເລິກ ແລະທ່າມກາງມະຫາສະໝຸດອັນກວ້າງໃຫຍ່ຄືກັນ. |
|
| 7 |
|
| ພຣະອົງນຳເອົາເມກໝອກອັນມືດຄື້ມມາ ຈາກຂອບຟ້າສົ້ນສຸດແຫ່ງແຜ່ນດິນໂລກ ເຮັດໃຫ້ຟ້າແມບເຫລື້ອມໃນທ່າມກາງພະຍຸຝົນ ແລະປ່ອຍໃຫ້ລົມພັດມາຈາກບ່ອນຢູ່ຂອງມັນນັ້ນ. |
|
| 8 |
|
| ພຣະອົງໄດ້ຂ້າລູກຫົວປີທັງຫລາຍໃນປະເທດເອຢິບ ບໍ່ວ່າຂອງຄົນແລະຂອງສັດກໍເຊັ່ນດຽວກັນ. |
|
| 9 |
|
| ໃນທີ່ນັ້ນພຣະອົງໄດ້ສຳແດງການປະຕິຫານແລະການອັດສະຈັນ ເພື່ອລົງໂທດກະສັດຟາໂຣ ແລະຂ້າຣາຊການຂອງເພິ່ນ. |
|
| 10 |
|
| ພຣະອົງໄດ້ທຳລາຍຫລາຍຊົນຊາດໃຫ້ແຕກກະຈັດກະຈາຍ ແລະໄດ້ຂ້າບັນດາກະສັດຜູ້ທີ່ມີອຳນາດ |
|
| 11 |
|
| ຄືເຈົ້າສີໂຫນຜູ້ເປັນກະສັດຂອງຊາວອາໂມ ເຈົ້າໂອກກະສັດແຫ່ງບາຊານ ແລະກະສັດທຸກຄົນໃນການາອານດ້ວຍ. |
|
| 12 |
|
| ພຣະອົງໄດ້ໃຫ້ປະຊາຊົນຂອງພຣະອົງຢຶດດິນແດນຂອງພວກເຂົາ ໃຫ້ຊາວອິດສະຣາເອນໄດ້ຮັບກຳມະສິດເໜືອດິນແດນນັ້ນ. |
|
| 13 |
|
| ຂ້າແດ່ພຣະເຈົ້າຢາເວ ຊື່ສຽງຂອງພຣະອົງຈະເປັນທີ່ຈົດຈຳຕະຫລອດໄປ ຂ້າແດ່ພຣະເຈົ້າຢາເວ ທຸກຊົ່ວເຊັ່ນຄົນຈະລະນຶກຄິດເຖິງພຣະອົງຕະຫລອດໄປ. |
|
| 14 |
|
| ພຣະເຈົ້າຢາເວຈະປ້ອງກັນປະຊາຊົນຂອງພຣະອົງ ຈະເມດຕາສົງສານພວກຜູ້ຮັບໃຊ້ຂອງພຣະອົງ. |
|
| 15 |
|
| ພະຂອງບັນດາຊົນຊາດເຮັດດ້ວຍເງິນດ້ວຍຄຳ ຖືກສ້າງຂຶ້ນມາໂດຍມືມະນຸດ. |
|
| 16 |
|
| ພະເຫຼົ່ານັ້ນມີປາກ ແຕ່ພັດເວົ້າຈາບໍ່ເປັນ, ພະເຫຼົ່ານັ້ນມີຕາ ແຕ່ພັດເຫັນຮຸ່ງບໍ່ໄດ້. |
|
| 17 |
|
| ພະເຫຼົ່ານັ້ນມີຫູ ແຕ່ພັດຟັງບໍ່ໄດ້ຍິນຫຍັງ ພະເຫຼົ່ານັ້ນຫາຍໃຈເຂົ້າອອກບໍ່ໄດ້. |
|
| 18 |
|
| ຂໍໃຫ້ທຸກຄົນທີ່ສ້າງແລະໄວ້ວາງໃຈໃນມັນ ຈົ່ງກາຍເປັນດັ່ງ ຮູບປັ້ນທີ່ພວກເຂົາໄດ້ສ້າງນັ້ນ. |
|
| 19 |
|
| ຊາວອິດສະຣາເອນເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ປະໂຣຫິດຂອງພຣະເຈົ້າເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເທີ້ນ. |
|
| 20 |
|
| ຊາວເລວີເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ ເຈົ້າຜູ້ທີ່ຢຳເກງພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເທີ້ນ. |
|
| 21 |
|
| ທີ່ເທິງພູເຂົາຊີໂອນ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ໃນນະຄອນເຢຣູຊາເລັມບ່ອນທີ່ພຣະອົງປະທັບຢູ່ນັ້ນ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
|
|
|
|