Lao ພຣະຄຳພີສັກສິ 2012
|
| 1 |
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໂມທະນາຂອບພຣະຄຸນພຣະອົງດ້ວຍສຸດໃຈ ຂ້ານ້ອຍຮ້ອງເພງຍ້ອງຍໍສັນລະເສີນພຣະອົງ ຕໍ່ໜ້າບັນດາພະທັງຫຼາຍ. |
| 2 |
| ຂ້ານ້ອຍຂາບລົງຫັນໜ້າໃສ່ພຣະວິຫານອັນບໍຣິສຸດຂອງພຣະອົງ ແລະຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ ເພາະຄວາມຮັກອັນໝັ້ນຄົງແລະຄວາມສັດຊື່ຂອງພຣະອົງ ເພາະພຣະນາມແລະຖ້ອຍຄຳຂອງພຣະອົງເປັນທີ່ເທີດທູນຢ່າງສູງສົ່ງ. |
| 3 |
| ເມື່ອຮ້ອງຫາພຣະອົງກໍຕອບໂດຍໃຫ້ຂ້ານ້ອຍ ມີເຫື່ອແຮງດ້ວຍກຳລັງແລະຣິດອຳນາດຂອງພຣະອົງ. |
| 4 |
| ຂ້າແດ່ພຣະເຈົ້າຢາເວ ກະສັດທັງຫລາຍໃນໂລກຈະຍົກຍໍພຣະອົງ ເພາະພວກເຂົາໄດ້ຍິນເຖິງຖ້ອຍຄຳທັງຫຼາຍແຕ່ປາກຂອງພຣະອົງ. |
| 5 |
| ພວກເຂົາຈະຮ້ອງເພງເຖິງກິດຈະການທີ່ພຣະເຈົ້າຢາເວໄດ້ຊົງກະທຳ ແລະເຖິງສະຫງ່າຣາສີອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ. |
| 6 |
| ເຖິງວ່າຢູ່ທີ່ສູງສຸດ ພຣະເຈົ້າຢາເວກໍເຝົ້າເບິ່ງຜູ້ທີ່ຖ່ອມໃຈ ເຖິງວ່າຢູ່ໄກແສນໄກ ພຣະອົງກໍເຫັນຄົນຈອງຫອງໄດ້. |
| 7 |
| ເມື່ອຄວາມເດືອດຮ້ອນອ້ອມຮອບຂ້ານ້ອຍ ພຣະອົງກໍຮັກສາຂ້ານ້ອຍໃຫ້ປອດໄພໄດ້. ພຣະອົງຂັດຂວາງສັດຕູຜູ້ໂຫດຮ້າຍໃຈອຳມະຫິດ ແລະຊ່ວຍໃຫ້ຂ້ານ້ອຍພົ້ນໄພດ້ວຍຣິດອຳນາດຂອງພຣະອົງ. |
| 8 |
| ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະກະທຳທຸກສິ່ງຕາມທີ່ໄດ້ສັນຍາ ຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ຂໍຈົ່ງດຳເນີນພຣະຣາຊກິດຂອງພຣະອົງໃຫ້ສຳເລັດຄົບຖ້ວນສາ ຊຶ່ງພຣະອົງໄດ້ເລີ່ມດ້ວຍສີມືຂອງພຣະອົງນັ້ນ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/138.mp3
150
138