|
| 1 |
|
| ຂ້າແດ່ພຣະເຈົ້າຢາເວ ໂຜດຟັງຄຳພາວັນນາອະທິຖານຂອງຂ້ານ້ອຍແດ່ ໃນຄວາມຊອບທຳຂອງພຣະອົງ ໂຜດຟັງແດ່ທ້ອນ. ໂຜດຟັງຄຳຮ້ອງຂໍໃຫ້ພຣະອົງຊ່ວຍແກ້ຄະດີ ໃນຄວາມສັດຊື່ຂອງພຣະອົງ ໂຜດຕອບຂ້ານ້ອຍດ້ວຍ. |
|
| 2 |
|
| ຂໍຢ່າໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງຖືກການທົດລອງ ບໍ່ມີຜູ້ໃດທີ່ບໍ່ມີຄວາມຜິດໃນສາຍຕາຂອງພຣະອົງ. |
|
| 3 |
|
| ຝ່າຍສັດຕູນັ້ນພວກເຂົາກໍຕາມລ້າງຜານ ແລະຢຽບຢໍ່າຂ້ານ້ອຍຢ່າງທາລຸນ. ພວກເຂົາໄດ້ກັກຂັງຂ້ານ້ອຍໄວ້ໃນຄຸກອັນມືດໜາ ຂ້ານ້ອຍເປັນດັ່ງຄົນຕາຍດົນນານມາແລ້ວ. |
|
| 4 |
|
| ສະນັ້ນ ຂ້ານ້ອຍຈຶ່ງທໍ້ຖອຍໃຈ ເພາະຂ້ານ້ອຍຜິດຫວັງເຕັມທົນເສຍແລ້ວ. |
|
| 5 |
|
| ເມື່ອລະນຶກເຖິງວັນທີ່ໄດ້ຜ່ານພົ້ນໄປ ຄິດເຖິງທຸກສິ່ງທີ່ພຣະອົງໄດ້ກະທຳທັງພາລະກິດທຸກຢ່າງດ້ວຍ. |
|
| 6 |
|
| ຂ້ານ້ອຍຍົກມືຂຶ້ນພາວັນນາອະທິຖານຫາພຣະອົງ ຈິດໃຈຫິວກະຫາຍພຣະອົງດັ່ງດິນແຫ້ງແລ້ງ. |
|
| 7 |
|
| ຂ້າແດ່ພຣະເຈົ້າຢາເວ ບັດນີ້ ຂໍຊົງໂຜດຕອບຂ້ານ້ອຍດ້ວຍເຖີດ ຂ້ານ້ອຍໄດ້ສູນສິ້ນຄວາມຫວັງທັງໝົດເສຍແລ້ວ. ຂໍພຣະອົງຢ່າຫັນໜ້າໜີໄປຈາກຂ້ານ້ອຍເລີຍ ບໍ່ດັ່ງນັ້ນ ຂ້ານ້ອຍຈະຕ້ອງໄປຢູ່ແດນມໍຣະນາ. |
|
| 8 |
|
| ທຸກໆເຊົ້າໂຜດເຕືອນເຖິງຄວາມຮັກອັນໝັ້ນຄົງ ເພາະຂ້ານ້ອຍໄວ້ວາງໃຈໃນພຣະອົງແລ້ວ. ຄຳພາວັນນາອະທິຖານຂອງຂ້ານ້ອຍກໍຂຶ້ນໄປຮອດພຣະອົງ ໂຜດຊີ້ທາງແກ່ຂ້ານ້ອຍເພື່ອກ້າວເດີນໄປດ້ວຍ. |
|
| 9 |
|
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຊອກຫາການຄຸ້ມຄອງຈາກພຣະອົງ ໂຜດຊ່ວຍກູ້ຂ້ານ້ອຍຈາກສັດຕູແດ່ທ້ອນ. |
|
| 10 |
|
| ຈົ່ງສັ່ງສອນຂ້ານ້ອຍໃຫ້ຮູ້ເຖິງພຣະປະສົງ ເພາະພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ. ຂໍໃຫ້ພຣະວິນຍານນັ້ນນຳຂ້ານ້ອຍໄປສູ່ ບ່ອນບໍ່ມີອຸປະສັກ ແລະທາງອັນລາບລື້ນ. |
|
| 11 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດໃຫ້ຂ້ານ້ອຍມີຊີວິດຢູ່ໂດຍນາມຊື່ຂອງພຣະອົງ ໂດຍຄວາມຊອບທຳຂອງພຣະອົງ ຂໍຊົງໂຜດໃຫ້ພົ້ນຈາກຄວາມເດືອດຮ້ອນດ້ວຍ. |
|
| 12 |
|
| ຍ້ອນຄວາມຮັກຂອງພຣະອົງທີ່ມີແຕ່ໃດໆມາ ໂຜດສັງຫານສັດຕູທັງຫຼາຍຂອງຂ້ານ້ອຍດ້ວຍ ຕະຫລອດທັງທຳລາຍຜູ້ທີ່ກົດຂີ່ຂ້ານ້ອຍທຸກຄົນ ເພາະວ່າຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ. |
|
|
|
|