|
| 1 |
|
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. ການຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຂອງພວກເຮົານັ້ນເປັນການດີ ການຍ້ອງຍໍສັນລະເສີນພຣະອົງເປັນທີ່ຍິນດີແລະຖືກຕ້ອງ. |
|
| 2 |
|
| ພຣະເຈົ້າຢາເວກຳລັງສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ພຣະອົງກຳລັງນຳພວກທີ່ຖືກຈັບໄປນັ້ນກັບຄືນມາ. |
|
| 3 |
|
| ພຣະອົງປິ່ນປົວຄົນທີ່ມີຄວາມບວບຊໍ້າໃນຈິດໃຈ ແລະພັນບາດແຜໃຫ້ແກ່ເຂົາເຈົ້າ. |
|
| 4 |
|
| ແມ່ນພຣະອົງເທົ່ານັ້ນທີ່ກຳນົດດວງດາວທັງຫລາຍ ແລະເອີ້ນດາວນັ້ນຕາມຊື່ທີ່ພຣະອົງໃສ່ໃຫ້. |
|
| 5 |
|
| ອົງພຣະຜູ້ເປັນເຈົ້າຂອງພວກເຮົາຍິ່ງໃຫຍ່ແລະຊົງຣິດອຳນາດຫລາຍ ບໍ່ມີຜູ້ໃດທີ່ຊັ່ງຊາສະຕິປັນຍາຂອງພຣະອົງໄດ້. |
|
| 6 |
|
| ພຣະເຈົ້າຢາເວຍົກຜູ້ທີ່ຖ່ອມຕົວ ສ່ວນຄົນຊົ່ວຮ້າຍທັງຫລາຍ ພຣະອົງຢຽບຢໍ່າລົງແລະທຳລາຍຖິ້ມ. |
|
| 7 |
|
| ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຈົ່ງດີດກິດຕາ ຈົ່ງບັນເລງເພງຖວາຍແກ່ພຣະເຈົ້າຂອງພວກເຮົາ. |
|
| 8 |
|
| ພຣະອົງໃຫ້ເມກປົກຄຸມທົ່ວທັງຟ້າສະຫວັນ ແລະໃຫ້ຝົນແກ່ແຜ່ນດິນໂລກ ທັງຫຍ້າທີ່ເກີດຕາມເນີນພູດ້ວຍ. |
|
| 9 |
|
| ພຣະອົງຈັດຫາອາຫານການກິນແກ່ຝູງສັດ ແລະລ້ຽງລູກກາຮ້ອງ ເມື່ອມັນຫິວໂຫຍ. |
|
| 10 |
|
| ຄວາມພໍໃຈຂອງພຣະອົງບໍ່ແມ່ນຢູ່ໃນມ້າທີ່ມີກຳລັງ ຫລືຄວາມສຸກໃຈບໍ່ແມ່ນຢູ່ໃນຂາຂອງມະນຸດ, |
|
| 11 |
|
| ແຕ່ຄວາມພໍໃຈຂອງພຣະເຈົ້າຢາເວຢູ່ນຳຜູ້ທີ່ຢຳເກງພຣະອົງ ຄືຜູ້ທີ່ໄວ້ວາງໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງ. |
|
| 12 |
|
| ໂອ ນະຄອນເຢຣູຊາເລັມເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ ໂອ ພູເຂົາຊີໂອນເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຂອງເຈົ້າເຖີດ. |
|
| 13 |
|
| ພຣະອົງຮັກສາປະຕູເມືອງຂອງເຈົ້າໃຫ້ເຂັ້ມແຂງ ພຣະອົງອວຍພອນປະຊາຊົນຂອງເຈົ້າ. |
|
| 14 |
|
| ພຣະອົງຮັກສາຊາຍແດນຂອງເຈົ້າໃຫ້ປອດໄພ ແລະໃຫ້ເຈົ້າອີ່ມໜຳສຳລານດ້ວຍເຂົ້າບາເລອັນດີເລີດ. |
|
| 15 |
|
| ພຣະອົງໃຫ້ຄຳສັ່ງແກ່ແຜ່ນດິນໂລກເຮົາ ສິ່ງທີ່ພຣະອົງກ່າວອອກໄປກໍສຳເລັດຜົນໂລດ. |
|
| 16 |
|
| ພຣະອົງໄດ້ບັນດານໃຫ້ຫິມະຕົກລົງມາ ດັ່ງດອກຝ້າຍຂາວໆທີ່ແຜ່ຢາຍເຕັມຕາມພື້ນ ແລະໃຫ້ນໍ້າຄ້າງເຫລື້ອມໆກະຈາຍທົ່ວໜ້າດິນ ດັ່ງຝຸ່ນລະອອງທີ່ລອຍຢູ່ຕາມໜ້າດິນນັ້ນ. |
|
| 17 |
|
| ໝາກເຫັບທີ່ພຣະອົງສົ່ງລົງມາກໍແຂງດັ່ງຂີ້ຫີນ ແລະບໍ່ມີຜູ້ໃດທົນໜາວທີ່ພຣະອົງສົ່ງມານັ້ນໄດ້. |
|
| 18 |
|
| ເມື່ອພຣະອົງສັ່ງນໍ້າກ້ອນກໍເປື່ອຍລະລາຍໄປ ເມື່ອພຣະອົງສົ່ງລົມມາ ນໍ້າກໍໄຫລຖ້ວມ. |
|
| 19 |
|
| ພຣະອົງໃຫ້ຖ້ອຍຄຳແກ່ປະຊາຊົນຂອງພຣະອົງ ໃຫ້ຄຳແນະນຳ ແລະກົດບັນຍັດແກ່ອິດສະຣາເອນນັ້ນ. |
|
| 20 |
|
| ພຣະອົງບໍ່ໄດ້ເຮັດເຊັ່ນນີ້ສຳລັບຊົນຊາດອື່ນໃດ ພວກເຂົາຈຶ່ງບໍ່ໄດ້ຮູ້ຈັກກົດບັນຍັດ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
|
|
|
|