Lao ພຣະຄຳພີສັກສິ 2012
|
| 1 |
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ! ຈາກຟ້າສະຫວັນ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ; ຈົ່ງຍ້ອງຍໍສັນລະເສີນພຣະອົງໃນທີ່ສູງສຸດທັງຫຼາຍ. |
| 2 |
| ບັນດາເທວະດາພ້ອມທັງກອງທັບທັງໝົດຂອງພຣະອົງທີ່ເມືອງສະຫວັນ ຈົ່ງພາກັນຍ້ອງຍໍສັນລະເສີນພຣະອົງເທີ້ນ. |
| 3 |
| ດວງຕາເວັນ ດວງເດືອນ ພ້ອມດວງດາວທັງຫລາຍ ທີ່ສ່ອງແສງແຈ້ງໃສ ຈົ່ງຍ້ອງຍໍສັນລະເສີນພຣະອົງເທີ້ນ. |
| 4 |
| ຟ້າສະຫວັນທີ່ສູງສຸດ ແລະນໍ້າທີ່ຟ້າສະຫວັນເບື້ອງເທິງ ຈົ່ງພາກັນຍ້ອງຍໍສັນລະເສີນພຣະອົງເທີ້ນ. |
| 5 |
| ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວເຖີດ ພຽງແຕ່ພຣະອົງສັ່ງເທົ່ານັ້ນ ແລະທຸກສິ່ງເຫຼົ່ານີ້ກໍຖືກສ້າງຂຶ້ນມາ. |
| 6 |
| ໂດຍພຣະຄຳສັ່ງເຫຼົ່ານີ້ຈຶ່ງຄົງຢູ່ບ່ອນເກົ່າສືບໄປ ແລະກໍບໍ່ລະເມີດຄຳສັ່ງໃດໆທັງນັ້ນ. |
| 7 |
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ ສັດໃນທ້ອງທະເລກັບມະຫາສະໝຸດເລິກທັງຫລາຍ ຈາກແຜ່ນດິນໂລກເຮົານີ້ |
| 8 |
| ຟ້າແມບເຫລື້ອມ ນໍ້າໝອກ ຫິມະແລະໝາກເຫັບ ພ້ອມທັງລົມແຮງທີ່ເຊື່ອຟັງຄຳສັ່ງຂອງພຣະອົງ. |
| 9 |
| ບັນດາພູນ້ອຍພູໃຫຍ່ພ້ອມດ້ວຍຕົ້ນໄມ້ທັງຫລາຍ ແລະປ່າດົງພົງໄພ |
| 10 |
| ສັດບ້ານສັດປ່າທຸກໂຕ ພ້ອມທັງສັດຍ່າງຍ້າຍເລືອຄານ ແລະຝູງນົກ. |
| 11 |
| ບັນດາກະສັດແລະປະຊາຊົນທຸກຖ້ວນໜ້າ ບັນດາເຈົ້າຊາຍແລະພວກເຈົ້ານາຍແຫ່ງໂລກນີ້ |
| 12 |
| ທັງຊາຍໜຸ່ມຍິງສາວ ແລະພວກຜູ້ເຖົ້າ ພ້ອມທັງພວກເດັກນ້ອຍ. |
| 13 |
| ຂໍໃຫ້ສິ່ງທັງໝົດເຫຼົ່ານີ້ ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວ ເພາະພຣະນາມຂອງພຣະອົງຍິ່ງໃຫຍ່ກວ່ານາມໃດໆທັງສິ້ນ. ສະຫງ່າຣາສີຂອງພຣະອົງສູງສົ່ງເໜືອແຜ່ນດິນໂລກ ແລະທັງຢູ່ເໜືອຟ້າສະຫວັນ. |
| 14 |
| ພຣະອົງໃຫ້ຊົນຊາດຂອງພຣະອົງໄດ້ເຂັ້ມແຂງຂຶ້ນອີກໃໝ່ ເພື່ອປະຊາຊົນທັງປວງຈະໄດ້ຍ້ອງຍໍສັນລະເສີນພຣະອົງ ຄືຊາດອິດສະຣາເອນ ພວກທີ່ຮັກຍິ່ງຂອງພຣະອົງ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/148.mp3
150
148