Lao ພຣະຄຳພີສັກສິ 2012
|
| 1 |
| ຂ້າແດ່ພຣະເຈົ້າຢາເວ ຜູ້ໃດຈະເຂົ້າໄປໃນພຣະວິຫານຂອງພຣະອົງໄດ້? ຜູ້ໃດຈະນະມັດສະການທີ່ຊີໂອນເນີນພູສັກສິດ ຂອງພຣະອົງນັ້ນໄດ້. |
| 2 |
| ຄືພວກທີ່ເຊື່ອຟັງພຣະເຈົ້າໃນທຸກສິ່ງ ແລະເຮັດໃນສິ່ງທີ່ຖືກຕ້ອງຢູ່ສະເໝີ ທັງເປັນຄົນເວົ້າຄວາມຈິງຈາກຈິດໃຈດ້ວຍ |
| 3 |
| ແລະເປັນຜູ້ທີ່ບໍ່ເວົ້າໃຫ້ຄົນອື່ນເສຍຫາຍ ບໍ່ເຮັດຜິດຕໍ່ໝູ່ຄູ່ແລະບໍ່ກ່າວຂວັນນິນທາເພື່ອນບ້ານ. |
| 4 |
| ລາວດູຖູກຄົນທີ່ພຣະເຈົ້າປະຕິເສດເຂົາ ແຕ່ໃຫ້ກຽດຄົນທີ່ຢຳເກງພຣະເຈົ້າຢາເວ. ລາວເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີ ເຖິງວ່າຕົນຈະເປັນຝ່າຍເສຍຜົນປະໂຫຍດກໍຕາມ. |
| 5 |
| ລາວໃຫ້ຄົນຢືມເງິນໂດຍບໍ່ຄິດດອກເບ້ຍ ທັງບໍ່ຮັບສິນບົນເປັນພະຍານຕໍ່ສູ້ຄົນບໍ່ມີຜິດດ້ວຍ. ຜູ້ທີ່ປະຕິບັດຕາມດັ່ງທີ່ກ່າວມານີ້ ກໍຈະໄດ້ຮັບຄວາມໝັ້ນຄົງຕະຫລອດໄປ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/015.mp3
150
15