Lao ພຣະຄຳພີສັກສິ 2012
|
| 1 |
| ເປັນຫຍັງບັນດາຊົນຊາດທັງປວງຈຶ່ງກໍ່ແຜນການກະບົດ? ເປັນຫຍັງປະຊາຊົນຈຶ່ງວາງອຸບາຍອັນໄຮ້ປະໂຫຍດ? |
| 2 |
| ກະສັດ, ພວກຜູ້ປົກຄອງຂອງພວກເຂົາ ກໍລຸກຂຶ້ນຕໍ່ຕ້ານ ພວກເຂົາຮ່ວມໃຈກັນວາງອຸບາຍ ຕໍ່ສູ້ພຣະເຈົ້າຢາເວແລະຕໍ່ສູ້ກະສັດ ທີ່ພຣະອົງຫົດສົງໄວ້. |
| 3 |
| ພວກເຂົາກ່າວວ່າ, “ຂໍໃຫ້ພວກເຮົາໄດ້ພົບອິດສະຫລະ ຈາກການປົກຄອງຂອງພວກເພິ່ນນັ້ນ. ຈົ່ງໃຫ້ພວກເຮົາປົດການຄວບຄຸມ ຂອງພວກເພິ່ນນັ້ນອອກໜີໄປ.” |
| 4 |
| ແຕ່ຜູ້ປະທັບເທິງຟ້າສະຫວັນໄດ້ຫົວຂວັນ ແລະພຣະເຈົ້າຢາເວຫຍໍ້ຫຍັນພວກເຂົາ. |
| 5 |
| ແລ້ວພຣະອົງໄດ້ເຕືອນພວກເຂົາດ້ວຍຄວາມໂກດຮ້າຍ ແລະເຮັດໃຫ້ພວກເຂົາຕົກໃຈຢ້ານກົວຍ້ອນພຣະອົງໂມໂຫ. |
| 6 |
| ພຣະອົງກ່າວວ່າ, “ເຮົາໄດ້ແຕ່ງຕັ້ງກະສັດຂອງເຮົາ; ຢູ່ເທິງພູເຂົາຊີໂອນ ພູສັກສິດຂອງເຮົາ.” |
| 7 |
| ກະສັດກ່າວວ່າ, “ເຮົາຈະປ່າວປະກາດຕາມຄຳ ທີ່ພຣະເຈົ້າຢາເວໄດ້ບອກນັ້ນ” ພຣະອົງໄດ້ກ່າວຕໍ່ເຮົາວ່າ, “ເຈົ້າເປັນລູກຊາຍຂອງເຮົາ ເຮົາເປັນບິດາຂອງເຈົ້າ.” |
| 8 |
| ຈົ່ງຂໍມາເຖີດ ເຮົາຈະໃຫ້ຊົນຊາດທັງໝົດ; ແຜ່ນດິນໂລກທັງປວງເປັນກຳມະສິດຂອງເຈົ້າ. |
| 9 |
| ເຈົ້າຈະຂ້ຽນພວກເຂົາດ້ວຍໄມ້ແສ້ເຫຼັກ; ຈະທຸບພວກເຂົາດັ່ງທຸບໝໍ້ດິນແຕກເປັນປ່ຽງໆ. |
| 10 |
| ບັດນີ້ ບັນດາກະສັດເອີຍ ຈົ່ງຟັງຄຳຕັກເຕືອນນີ້; ພວກຜູ້ປົກຄອງໂລກເອີຍ ຈົ່ງຮຽນເອົາບົດຮຽນນີ້: |
| 11 |
| ຈົ່ງຮັບໃຊ້ພຣະເຈົ້າຢາເວດ້ວຍຄວາມຢຳເກງ; ຈົ່ງຂາບລົງຢ່າງສະທ້ານຢ້ານຢຳຕໍ່ໜ້າພຣະເຈົ້າ; ຫລືຈະໃຫ້ຄວາມໂກດຮ້າຍຂອງພຣະອົງລຸກຂຶ້ນໄວ ພວກເຈົ້າກໍຈະຕາຍຢ່າງກະທັນຫັນໂລດ. ຄວາມສຸກເປັນຂອງທຸກຄົນທີ່ໄດ້ມາຂໍ ການປົກປ້ອງຄຸ້ມຄອງຈາກພຣະອົງ. |
| 12 |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/002.mp3
150
2