Lao ພຣະຄຳພີສັກສິ 2012
|
| 1 |
| ເມື່ອເດືອດຮ້ອນຂໍພຣະເຈົ້າຢາເວຕອບທ່ານ ຂໍໃຫ້ພຣະນາມຂອງພຣະເຈົ້າຂອງຢາໂຄບເປັນທີ່ເພິ່ງຂອງທ່ານເທີ້ນ |
| 2 |
| ຈາກພຣະວິຫານນັ້ນ ຂໍພຣະອົງສົ່ງຄວາມຊ່ວຍຊູ ຈາກພູເຂົາຊີໂອນ ຂໍພຣະອົງຊ່ວຍເຫລືອທ່ານເຖີດ. |
| 3 |
| ຂໍພຣະອົງຮັບເຄື່ອງ ທີ່ທ່ານນຳມາຖວາຍທັງໝົດ ແລະພໍໃຈກັບເຄື່ອງບູຊາ ທີ່ທ່ານໄດ້ນຳມານັ້ນ. |
| 4 |
| ຂໍພຣະອົງໂຜດໃຫ້ຕາມທີ່ທ່ານປາຖະໜາ ແລະນຳພາແຜນການທຸກຢ່າງໃຫ້ສຳເລັດ. |
| 5 |
| ແລ້ວພວກຂ້ານ້ອຍກໍຈະຮ້ອງຢ່າງຊົມຊື່ນຍິນດີ ເຖິງຄວາມມີໄຊຂອງທ່ານຍ້ອນພຣະເຈົ້າຢາເວ ແລະສະຫລອງໄຊຊະນະໂດຍຖວາຍຄຳສັນລະເສີນ ຂໍຊົງຕອບທ່ານ ຕາມຄຳພາວັນນາອະທິຖານທຸກຢ່າງເຖີດ. |
| 6 |
| ບັດນີ້ ຈຶ່ງຮູ້ວ່າພຣະເຈົ້າຢາເວໃຫ້ຄວາມມີໄຊ ແກ່ກະສັດທີ່ພຣະອົງໄດ້ເລືອກເອົານັ້ນ. ພຣະອົງຕອບເພິ່ນຈາກທີ່ສັກສິດແຫ່ງຟ້າສະຫວັນ ໄດ້ມີໄຊອັນໃຫຍ່ຫລວງໂດຍຣິດທານຸພາບ. |
| 7 |
| ບາງຄົນໄວ້ວາງໃຈໃນລົດຮົບຂອງພວກຕົນ ຄົນອື່ນໄວ້ວາງໃຈໃນມ້າຮົບຂອງເຂົາເຈົ້າ ແຕ່ພວກເຮົາໄວ້ວາງໃຈໃນພຣະນາມ ແຫ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. |
| 8 |
| ຝ່າຍຄົນເຫຼົ່ານັ້ນກໍຈະລົ້ມຍ້ອນເຕະສະດຸດ ແຕ່ພວກເຮົາຈະລຸກຢືນຂຶ້ນຢ່າງໜັກແໜ້ນ. |
| 9 |
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດໃຫ້ໄຊຊະນະແກ່ກະສັດ ແລະໂຜດຕອບ ເມື່ອພວກຂ້ານ້ອຍຮ້ອງຫາດ້ວຍ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/020.mp3
150
20