×

Lao ພຣະຄຳພີສັກສິ 2012

ເພງ ສັນລະເສີນ 21

1
ຂ້າແດ່​ພຣະເຈົ້າຢາເວ ກະສັດ​ດີໃຈ​ຍ້ອນ​ພຣະອົງ​ໃຫ້​ກຳລັງ ເພິ່ນ​ຊົມຊື່ນ​ຍິນດີ​ເພາະ​ໄດ້​ໄຊຊະນະ.
2
ພຣະອົງ​ໃຫ້​ເພິ່ນ​ໄດ້​ຮັບ​ຕາມໃຈ​ປາຖະໜາ ພຣະອົງ​ຕອບ​ຄຳຮ້ອງຂໍ​ຂອງ​ເພິ່ນ​ແລ້ວ.
3
ພຣະອົງ​ໄດ້​ມາ​ຫາ​ທ່ານ​ດ້ວຍ​ພອນ​ອັນ​ມະຫາສານ ແລະ​ສວມ​ມົງກຸດ​ຄຳ​ໃສ່​ຫົວ​ໃຫ້​ທ່ານ​ດ້ວຍ.
4
ທ່ານ​ຂໍ​ຊີວິດ​ຈາກ​ພຣະເຈົ້າ ພຣະອົງ​ກໍ​ໂຜດ​ໃຫ້​ຕາມ​ທີ່​ໄດ້​ຂໍ​ມາ ເປັນ​ຊີວິດ​ທີ່​ຍືນຍາວ​ແລະ​ຕະຫລອດໄປ.
5
ເພາະ​ພຣະອົງ​ຊ່ວຍເຫຼືອ​ເພິ່ນ​ຈຶ່ງ​ມີ​ກຽດ​ສັກສີ ພຣະອົງ​ໃຫ້​ເພິ່ນ​ມີ​ຊື່ສຽງ​ແລະ​ຣິດອຳນາດ.
6
ພຣະພອນ​ນັ້ນ​ກໍ​ດຳລົງ​ຢູ່​ກັບ​ເພິ່ນ​ຕະຫລອດໄປ ເພິ່ນ​ຊົມຊື່ນ​ຍິນດີ​ທີ່ສຸດ​ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ.
7
ກະສັດ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ອົງ​ຍິ່ງໃຫຍ່​ສູງສຸດ ທ່ານ​ຈະ​ບໍ່​ຫວັ່ນໄຫວ.
8
ພຣະຫັດ​ຂອງ​ພຣະອົງ​ຈະ​ຄົ້ນພົບ​ເຫຼົ່າ​ສັດຕູ​ທັງຫລາຍ ພຣະຫັດ​ຂວາ​ຂອງ​ພຣະອົງ​ຈະ​ທຳລາຍ​ບັນດາ​ຜູ້​ທີ່​ກຽດຊັງ​ພຣະອົງ.
9
ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ​ໃນ​ແປວໄຟ ຄື​ໄຟ​ເຜົາຜານ​ເມື່ອ​ພຣະອົງ​ມາ​ປາກົດ​ນັ້ນ. ໃນ​ຄວາມ​ໂກດຮ້າຍ ພຣະເຈົ້າຢາເວ​ຈະ​ກືນ​ພວກເຂົາ ແລະ​ໄຟ​ກໍ​ຈະ​ເຜົາຜານ​ພວກເຂົາ​ໃຫ້​ດັບ​ສິ້ນ.
10
ເຊື້ອສາຍ​ເຂົາເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ລອດ​ຊີວິດ​ຢູ່ ກະສັດ​ຈະ​ຂ້າ​ທຸກຄົນ​ຖິ້ມ​ບໍ່​ເວັ້ນ​ຜູ້ໃດ.
11
ພວກເຂົາ​ວາງແຜນ​ຮ້າຍ​ທັງ​ກໍ່​ອຸບາຍ​ຕໍ່ສູ້​ກະສັດ ແຕ່​ການ​ກະທຳ​ຂອງ​ພວກເຂົາ​ຈະ​ບໍ່​ສຳເລັດ.
12
ເພິ່ນ​ຈະ​ຍິງ​ລູກໜ້າ​ທັງຫລາຍ​ສຸມໃສ່​ພວກເຂົາ ແລະ​ເຮັດ​ໃຫ້​ພວກເຂົາ​ແລ່ນ​ກັບຄືນ.
13
ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ຈະ​ຮ້ອງລຳ​ທຳເພງ ແລະ​ຍ້ອງຍໍ​ສັນລະເສີນ​ຣິດທານຸພາບ​ຂອງ​ພຣະອົງ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ