|
| 1 |
|
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນົບນ້ອມຖວາຍ ຄຳພາວັນນາອະທິຖານດ້ວຍຈິດວິນຍານຫາພຣະອົງ. |
|
| 2 |
|
| ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍໄວ້ວາງໃຈໃນພຣະອົງ ຂໍຊົງໂຜດຊ່ວຍໃຫ້ຂ້ານ້ອຍພົ້ນຈາກຄວາມພ່າຍແພ້ອັນອັບອາຍ ແລະຢ່າໃຫ້ສັດຕູໄດ້ຫົວເຍາະເຍີ້ຍໃສ່ຂ້ານ້ອຍ |
|
| 3 |
|
| ຜູ້ທີ່ວາງໃຈໃນພຣະອົງຈະບໍ່ພ່າຍແພ້ເລີຍ ແຕ່ຜູ້ທີ່ກະບົດຕໍ່ສູ້ພຣະອົງນັ້ນຈະໄດ້ຮັບຄວາມອັບອາຍ. |
|
| 4 |
|
| ຂ້າແດ່ພຣະເຈົ້າຢາເວ ເປັນເຈົ້າ ຂໍຊົງໂຜດສັ່ງສອນທາງຂອງພຣະອົງ ແລະເຮັດໃຫ້ຂ້ານ້ອຍຮູ້ທາງເຫຼົ່ານັ້ນແດ່ທ້ອນ. |
|
| 5 |
|
| ຂໍຊົງໂຜດສັ່ງສອນໃຫ້ໃຊ້ຊີວິດໃນຄວາມຈິງຂອງພຣະອົງ ເພາະພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ພຣະຜູ້ຊ່ວຍຂອງຂ້ານ້ອຍເລື້ອຍໆມາ ຂ້ານ້ອຍຈຶ່ງໄວ້ວາງໃຈໃນພຣະອົງຕະຫລອດມາບໍ່ຂາດ. |
|
| 6 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລະນຶກເຖິງ ຄວາມເມດຕາກັບຄວາມຮັກອັນໝັ້ນຄົງຂອງພຣະອົງ ຊຶ່ງພຣະອົງໄດ້ສຳແດງແກ່ຂ້ານ້ອຍ ໃຫ້ໄດ້ເຫັນແຕ່ດົນນານມາແລ້ວ. |
|
| 7 |
|
| ຂໍຊົງໂຜດອະໄພການບາບກັບຄວາມຜິດຂອງຂ້ານ້ອຍ ຊຶ່ງໄດ້ກະທຳໃນເວລາຍັງໜຸ່ມນ້ອຍ. ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດລະນຶກເຖິງຂ້ານ້ອຍດ້ວຍ ເພາະເຫັນແກ່ຄວາມຮັກອັນໝັ້ນຄົງ ແລະພຣະຄຸນຄວາມດີຂອງພຣະອົງນັ້ນ. |
|
| 8 |
|
| ເພາະພຣະເຈົ້າຢາເວຊອບທຳແລະຊົງຄຸນຄວາມດີ ສັ່ງສອນຄົນບາບໃຫ້ຮູ້ທາງທີ່ພວກເຂົາຈະປະພຶດ. |
|
| 9 |
|
| ພຣະອົງນຳຜູ້ທີ່ຖ່ອມຕົວໄປໃນທາງອັນຊອບທຳ ແລະສັ່ງສອນພວກເຂົາໃຫ້ຮູ້ເຖິງພຣະປະສົງດ້ວຍ. |
|
| 10 |
|
| ທາງຂອງພຣະເຈົ້າຢາເວນັ້ນແມ່ນຄວາມຮັກແລະຄວາມສັດຊື່ ສຳລັບຜູ້ທີ່ຮັກສາພັນທະສັນຍາແລະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ. |
|
| 11 |
|
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນີ້ມີບາບຫລາຍ ຂໍຊົງໂຜດຮັກສາພຣະສັນຍາແລະອະໄພບາບກຳໃຫ້ດ້ວຍ. |
|
| 12 |
|
| ຜູ້ທີ່ຢຳເກງພຣະເຈົ້າຢາເວກໍຈະໄດ້ຮໍ່າຮຽນຈາກພຣະອົງ ໃຫ້ຮູ້ທາງທີ່ພວກຕົນຈະປະພຶດ. |
|
| 13 |
|
| ແລ້ວພວກເຂົາກໍຈະໄດ້ຈະເລີນຮຸ່ງເຮືອງຂຶ້ນ ແລະເຊື້ອສາຍຂອງພວກເຂົາຈະໄດ້ເປັນເຈົ້າຂອງດິນແດນດ້ວຍ. |
|
| 14 |
|
| ພຣະເຈົ້າຢາເວເປັນເພື່ອນກັບຜູ້ທີ່ຢຳເກງພຣະອົງ ແລະໃຫ້ພັນທະສັນຍາຍືນຍົງຢູ່ກັບເຂົາເຈົ້າ. |
|
| 15 |
|
| ຂ້ານ້ອຍຊອກຫາພຣະເຈົ້າຢາເວໃຫ້ຊ່ວຍທຸກເວລາ ພຣະອົງຊ່ວຍກູ້ເອົາຂ້ານ້ອຍຈາກອັນຕະລາຍນັ້ນ. |
|
| 16 |
|
| ຂໍຊົງໂຜດຫັນມາຫາຂ້ານ້ອຍແລະເມດຕາຂ້ານ້ອຍດ້ວຍ ເພາະຂ້ານ້ອຍອ່ອນແຮງແລະໂດດດ່ຽວ. |
|
| 17 |
|
| ຂໍພຣະອົງໂຜດໃຫ້ຫາຍຈາກຄວາມກັງວົນ ແລະຊ່ວຍໃຫ້ພົ້ນຈາກຄວາມລຳບາກທັງໝົດ. |
|
| 18 |
|
| ຂໍຊົງໂຜດເບິ່ງວ່າຂ້ານ້ອຍທຸກໂສກເທົ່າໃດ ໂຜດອະໄພບາບກຳໃຫ້ແກ່ຂ້ານ້ອຍດ້ວຍ. |
|
| 19 |
|
| ເບິ່ງດູວ່າຂ້ານ້ອຍມີສັດຕູຫລາຍເທົ່າໃດ ພວກເຂົາກຽດຊັງຂ້ານ້ອຍຫລາຍເທົ່າໃດແລ້ວ. |
|
| 20 |
|
| ຂໍຄຸ້ມຄອງແລະຊ່ວຍຂ້ານ້ອຍໃຫ້ພົ້ນໄພ ຂໍຢ່າໃຫ້ຂ້ານ້ອຍພ່າຍແພ້ເລີຍ ຂ້ານ້ອຍມາຫາພຣະອົງເພື່ອຄວາມປອດໄພ. |
|
| 21 |
|
| ຂໍຄວາມດີແລະຄວາມສັດຊື່ນັ້ນປົກປັກຮັກສາ ເພາະວ່າຂ້ານ້ອຍໄວ້ວາງໃຈໃນພຣະເຈົ້າ. |
|
| 22 |
|
| ຂ້າແດ່ພຣະເຈົ້າ ຂໍຊົງໂຜດໄຖ່ເອົາຊາວອິດສະຣາເອນ ພົ້ນຈາກຄວາມທຸກລຳບາກຂອງພວກເຂົາດ້ວຍເຖີດ. |
|
|
|
|