Lao ພຣະຄຳພີສັກສິ 2012
|
| 1 |
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາຜູ້ປ້ອງກັນຮັກສາຂ້ານ້ອຍ ຂໍຊົງໂຜດຟັງຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອແດ່ທ້ອນ ຖ້າພຣະອົງບໍ່ຕອບ ຂ້ານ້ອຍກໍຈະຢູ່ໃນທ່າມກາງ ພວກທີ່ລົງໄປສູ່ແດນມໍຣະນາ. |
| 2 |
| ເມື່ອຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອ ຂໍພຣະອົງໂຜດຟັງຂ້ານ້ອຍດ້ວຍ ຄືເມື່ອຂ້ານ້ອຍຍໍມືໄປທາງພຣະວິຫານອັນບໍຣິສຸດຂອງພຣະອົງນັ້ນ. |
| 3 |
| ຢ່າສູ່ດຶງຂ້ານ້ອຍໄປກັບຄົນຊົ່ວຮ້າຍທັງຫລາຍ ທີ່ນຳຄວາມເດືອດຮ້ອນຫລາຍແນວມາສູ່ຜູ້ອື່ນ ປາກເຂົາເຈົ້າເວົ້າຈາເລື່ອງສັນຕິສຸກ ພາຍໃນໃຈຂອງພວກເຂົາເຕັມແຕ່ຄວາມຊົ່ວຮ້າຍ. |
| 4 |
| ຂໍຊົງໂຜດລົງໂທດພວກເຂົາຕາມທີ່ພວກເຂົາໄດ້ກະທຳ ສຳລັບຄວາມຊົ່ວນາໆປະການຂອງພວກເຂົານັ້ນ. ຈົ່ງລົງໂທດພວກເຂົາໃນທຸກໆສິ່ງທີ່ພວກເຂົາໄດ້ກະທຳ ໃຫ້ກຳນຳສະໜອງຕາມທີ່ພວກເຂົາສົມຄວນໄດ້ຮັບ |
| 5 |
| ເພາະພວກເຂົາບໍ່ໄດ້ຄິດເບິ່ງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ ຫລືສັບພະທຸກສິ່ງທີ່ພຣະອົງໄດ້ສ້າງນັ້ນ ດັ່ງນັ້ນ ພຣະອົງຈຶ່ງຈະລົງໂທດແລະທຳລາຍພວກເຂົາ ແລະຈະບໍ່ໃຫ້ພວກເຂົາລຸກຂຶ້ນມາໄດ້ອີກ. |
| 6 |
| ຈົ່ງຖວາຍຄຳຍ້ອງຍໍສັນລະເສີນແດ່ພຣະເຈົ້າຢາເວ ເພາະພຣະອົງໄດ້ຍິນຄຳຮ້ອງຂໍໃຫ້ຊ່ວຍເຫລືອແລ້ວ. |
| 7 |
| ພຣະເຈົ້າຢາເວເປັນປ້ອມປ້ອງກັນອັນເຂັ້ມແຂງຂອງຂ້ານ້ອຍ ແລະເປັນໂລ້ຕ້ານທານຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຈຶ່ງໄວ້ວາງໃຈໃນພຣະອົງ. ພຣະອົງຊ່ວຍເຫລືອຂ້ານ້ອຍແລະເຮັດໃຫ້ຂ້ານ້ອຍຊົມຊື່ນຍິນດີ ດັ່ງນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງດ້ວຍບົດເພງອັນອອນຊອນ. |
| 8 |
| ພຣະເຈົ້າຢາເວປົກປ້ອງປະຊາຊົນຂອງພຣະອົງ ພຣະອົງປ້ອງກັນທັງຊ່ວຍເອົາກະສັດທີ່ໄດ້ຊົງຫົດສົງໄວ້. |
| 9 |
| ຂໍຊົງໂຜດຊ່ວຍຄົນຂອງພຣະອົງໃຫ້ພົ້ນ ແລະອວຍພອນພວກທີ່ເປັນຂອງພຣະອົງດ້ວຍ. ໂຜດເປັນພຣະຜູ້ລ້ຽງຂອງພວກເຂົາ ແລະຮັກສາພວກເຂົາໄວ້ສືບໄປແດ່ທ້ອນ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/028.mp3
150
28