Lao ພຣະຄຳພີສັກສິ 2012
|
| 1 |
| ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຊາວສະຫວັນເອີຍ ຈົ່ງຍ້ອງຍໍສັນລະເສີນສະຫງ່າຣາສີຂອງພຣະເຈົ້າຢາເວ ແລະຣິດທານຸພາບ. |
| 2 |
| ຈົ່ງຍ້ອງຍໍສັນລະເສີນພຣະນາມອັນຮຸ່ງເຮືອງຂອງພຣະເຈົ້າຢາເວ ຈົ່ງກົ້ມຂາບອົງບໍຣິສຸດ ເມື່ອພຣະອົງມາປາກົດນັ້ນ. |
| 3 |
| ສຽງຂອງພຣະເຈົ້າຢາເວດັງ ກ້ອງກັງວານອອກໄປເທິງໜ້ານໍ້າມະຫາສະໝຸດເລິກ ສະຫງ່າຣາສີຂອງພຣະເຈົ້າເປັນສຽງດັງກ້ອງກັງວານ ສຽງຂອງພຣະເຈົ້າຢາເວກໍດັງທົ່ວທັງມະຫາສະໝຸດດ້ວຍ. |
| 4 |
| ສຽງຂອງພຣະເຈົ້າຢາເວມີຣິດເດດ ສຽງຂອງພຣະເຈົ້າຢາເວໜ້າຢ້ານກົວ. |
| 5 |
| ສຽງຂອງພຣະເຈົ້າຢາເວຜ່າຕົ້ນແປກທັງຫລາຍລົງ ພຣະເຈົ້າຢາເວຜ່າແມ່ນແຕ່ຕົ້ນແປກທີ່ຢູ່ດົງເລບານອນນັ້ນ. |
| 6 |
| ພຣະອົງໃຫ້ພູເລບານອນເຕັ້ນດັ່ງງົວນ້ອຍທັງຫລາຍ ແລະເຮັດໃຫ້ພູເຂົາເຮີໂມນເຕັ້ນດັ່ງຝູງງົວໜຸ່ມ. |
| 7 |
| ສຽງຂອງພຣະເຈົ້າຢາເວກໍດັງອອກໄປ ກ້ອງກັງວານເຮັດໃຫ້ຟ້າແມບເຫລື້ອມ. |
| 8 |
| ສຽງຂອງພຣະເຈົ້າຢາເວສັ່ນຖິ່ນແຫ້ງແລ້ງກັນດານ ພຣະເຈົ້າຢາເວສັ່ນຖິ່ນແຫ້ງແລ້ງກັນດານກາເດັດດ້ວຍ. |
| 9 |
| ສຽງຂອງພຣະເຈົ້າຢາເວນັ້ນສັ່ນຕົ້ນໂອກທັງຫລາຍ ແລະເຮັດໃຫ້ໃບໄມ້ຫລົ່ນລົງສູ່ພື້ນ ໃນຂະນະທີ່ທຸກຄົນຮ້ອງໃນພຣະວິຫານຂອງພຣະອົງວ່າ, “ສະຫງ່າຣາສີ.” |
| 10 |
| ພຣະເຈົ້າຢາເວປົກຄອງເໜືອນໍ້າເລິກທັງຫລາຍ ພຣະເຈົ້າຢາເວນັ່ງປົກຄອງດັ່ງກະສັດຕະຫຼອດໄປເປັນນິດ. |
| 11 |
| ພຣະເຈົ້າຢາເວໃຫ້ເຫື່ອແຮງແກ່ປະຊາຊົນຂອງພຣະອົງ ພຣະເຈົ້າຢາເວອວຍພອນປະຊາຊົນຂອງພຣະອົງໃຫ້ມີສັນຕິສຸກ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/029.mp3
150
29