×

Lao ພຣະຄຳພີສັກສິ 2012

ເພງ ສັນລະເສີນ 30

1
ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊ່ວຍ​ເອົາ​ຂ້ານ້ອຍ​ໄວ້ ພຣະອົງ​ໄດ້​ຮັກສາ​ຂ້ານ້ອຍ​ໄວ້​ຈາກ​ເຫຼົ່າ​ສັດຕູ ໂດຍ​ບໍ່​ໃຫ້​ພວກເຂົາ​ສົມນໍ້າໜ້າ​ຂ້ານ້ອຍ​ໄດ້.
2
ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ເມື່ອ​ຂ້ານ້ອຍ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ພຣະອົງ​ກໍ​ປິ່ນປົວ​ຂ້ານ້ອຍ
3
ພຣະເຈົ້າຢາເວ​ໄດ້​ນຳເອົາ​ຂ້ານ້ອຍ​ອອກຈາກ​ຂຸມຝັງສົບ ຄື​ບ່ອນ​ເລິກ ທີ່​ຂ້ານ້ອຍ​ໄດ້​ລົງ​ໄປ ແຕ່​ຊົງ​ໃຫ້​ຊີວິດ​ໃໝ່​ອີກ.
4
ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ​ຜູ້​ທີ່​ສັດຊື່​ຕໍ່​ພຣະອົງ​ເອີຍ ຈົ່ງ​ຮ້ອງ​ບົດ​ເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ ແດ່​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ
5
ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມີ​ຢູ່​ພຽງ​ຊົ່ວຄາວ ຄຸນຄວາມດີ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ຊົ່ວຊີວິດ. ນໍ້າຕາ​ອາດ​ໄຫລຫລັ່ງ​ໃນ​ເວລາ​ກາງຄືນ ແຕ່​ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ມາ​ໃນ​ຕອນເຊົ້າ.
6
ຂ້ານ້ອຍ​ຮູ້ສຶກ​ປອດໄພ​ຈຶ່ງ​ເວົ້າ​ກັບ​ຕົວເອງ​ວ່າ, “ຂ້ອຍ​ຈະ​ບໍ່​ພ່າຍແພ້​ເລີຍ.”
7
ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ດີ​ຕໍ່​ຂ້ານ້ອຍ​ແທ້ໆ ພຣະອົງ​ເປັນ​ດັ່ງ​ປ້ອມ​ເທິງ​ພູ​ປ້ອງກັນ​ຂ້ານ້ອຍ​ໄວ້. ແຕ່​ຖ້າ​ພຣະອົງ​ລີ້ໜ້າ​ຈາກ​ຂ້ານ້ອຍ​ໄປ ຂ້ານ້ອຍ​ກໍໄດ້​ແຕ່​ຢ້ານກົວ​ເທົ່ານັ້ນ.
8
ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ຊ່ວຍເຫລືອ​ດັ່ງນີ້:
9
“ພຣະອົງ​ຈະ​ໄດ້​ຫຍັງ​ແດ່ ຖ້າ​ຂ້ານ້ອຍ​ຕາຍໄປ? ພຣະອົງ​ຈະ​ໄດ້​ຫຍັງ ຖ້າ​ຂ້ານ້ອຍ​ໄປ​ສູ່​ຂຸມຝັງສົບ​ພຸ້ນ? ຄົນ​ຕາຍໄປ​ແລ້ວ​ຈະ​ສັນລະເສີນ​ພຣະອົງ​ໄດ້​ບໍ? ປະກາດ​ເຖິງ​ຄວາມ​ສັດຊື່​ຂອງ​ພຣະອົງ​ໄດ້​ບໍ່?
10
ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ແລະ​ເມດຕາ​ຂ້ານ້ອຍ​ແດ່ ຂ້າແດ່​ພຣະເຈົ້າຢາເວ​ເອີຍ ຂໍໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ.”
11
ພຣະອົງ​ໄດ້​ເຮັດ​ໃຫ້​ຄວາມ​ງ່ວມເຫງົາ​ໝົດໄປ ແລະ​ນຳ​ການ​ຟ້ອນລຳ​ອັນ​ມ່ວນຊື່ນ​ມາ​ແທນທີ່. ພຣະອົງ​ເອົາ​ຄວາມ​ໂສກເສົ້າ​ເສຍໃຈ​ຂອງ​ຂ້ານ້ອຍ​ໜີໄປ ແລະ​ນຳ​ຄວາມ​ຊົມຊື່ນ​ຍິນດີ​ມາ​ລ້ອມຮອບ​ຂ້ານ້ອຍ​ໄວ້.
12
ສະນັ້ນ ຂ້ານ້ອຍ​ຈຶ່ງ​ຈະ​ບໍ່​ມິດງຽບ​ຢູ່​ຕໍ່ໄປ ແຕ່​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ຖວາຍ​ແດ່​ພຣະອົງ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຕະຫລອດ​ໄປ​ເປັນນິດ.
Lao ພຣະຄຳພີສັກສິ 2012
@ 2012 United Bible Societies
:
ບັນທຶກບັນທຶກ