|
| 1 |
|
| ຜູ້ຊອບທຳທຸກຄົນເອີຍ ຈົ່ງໂຮຮ້ອງຍິນດີເຖີດ ໃນສິ່ງທີ່ພຣະເຈົ້າຢາເວຊົງກະທຳນັ້ນ ທຸກຄົນທີ່ເຊື່ອຟັງພຣະອົງ ຈົ່ງສັນລະເສີນພຣະອົງເຖີດ. |
|
| 2 |
|
| ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວດ້ວຍການດີດກິດຕາ ຈົ່ງເສບດົນຕຼີແລະຮ້ອງເພງຖວາຍແກ່ພຣະອົງ. |
|
| 3 |
|
| ຈົ່ງຮ້ອງເພງບົດໃໝ່ຖວາຍແກ່ພຣະອົງ ຈົ່ງດີດກິດຕາດ້ວຍຄວາມຊຳນານແລະຮ້ອງຢ່າງຊົມຊື່ນຍິນດີເຖີດ. |
|
| 4 |
|
| ຖ້ອຍຄຳຂອງພຣະເຈົ້າຢາເວເປັນຄວາມຈິງ ພຣະຣາຊກິດທຸກຢ່າງກໍເປັນທີ່ເຊື່ອຖືໄດ້. |
|
| 5 |
|
| ພຣະອົງຮັກຄວາມສັດຊື່ແລະຄວາມຊອບທຳ ຄວາມຮັກອັນໝັ້ນຄົງຂອງພຣະເຈົ້າຢາເວເຕັມທົ່ວທັງແຜ່ນດິນໂລກ. |
|
| 6 |
|
| ພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນດ້ວຍຖ້ອຍຄຳຂອງພຣະອົງ ຕາເວັນ, ເດືອນແລະດາວກໍໂດຍລົມປາກຂອງພຣະອົງ. |
|
| 7 |
|
| ພຣະອົງໄດ້ໂຮມທະເລທຸກແຫ່ງໄວ້ໃນບ່ອນດຽວ ຂັງມະຫາສະໝຸດເລິກໃນບ່ອນຂອງມັນນັ້ນ. |
|
| 8 |
|
| ທຸກສິ່ງທົ່ວແຜ່ນດິນໂລກ ຈົ່ງຢຳເກງພຣະເຈົ້າຢາເວ ທຸກຄົນໃນໂລກມະນຸດ ຈົ່ງໃຫ້ກຽດພຣະອົງ |
|
| 9 |
|
| ເມື່ອພຣະອົງຊົງກ່າວ ໂລກນີ້ກໍໄດ້ເກີດມາ ທຸກສິ່ງກໍໄດ້ປາກົດຂຶ້ນມາຕາມຄຳສັ່ງຂອງພຣະອົງ. |
|
| 10 |
|
| ພຣະເຈົ້າຢາເວມ້າງຈຸດປະສົງຊົນຊາດທັງຫລາຍ ພຣະອົງກີດກັ້ນພວກເຂົາບໍ່ໃຫ້ວາງແຜນອອກໄດ້. |
|
| 11 |
|
| ແຕ່ແຜນການຂອງພຣະເຈົ້າຢາເວໝັ້ນຄົງສະເໝີມາ ຄວາມປະສົງຂອງພຣະອົງກໍດຳລົງໄປຕະຫລອດ. |
|
| 12 |
|
| ຄວາມສຸກເປັນຂອງຊົນຊາດທີ່ພຣະເຈົ້າ ເປັນພຣະເຈົ້າຢາເວໃດ ຄວາມສຸກເປັນຂອງປະຊາຊົນທີ່ພຣະອົງໄດ້ເລືອກໄວ້. |
|
| 13 |
|
| ພຣະເຈົ້າຢາເວຫລຽວລົງມາຈາກສະຫວັນ ແລະກໍເບິ່ງເຫັນມະນຸດທຸກຊົນຊາດ. |
|
| 14 |
|
| ພຣະອົງຫລຽວລົງເບິ່ງຈາກບ່ອນທີ່ພຣະອົງປົກຄອງ ຫລຽວລົງເຫັນທຸກຄົນທີ່ອາໄສຢູ່ໃນແຜ່ນດິນໂລກ. |
|
| 15 |
|
| ພຣະອົງປະກອບສ້າງທຸກຄວາມນຶກຄິດຂອງພວກເຂົາ ແລະຮູ້ຈັກທຸກສິ່ງທີ່ພວກເຂົາກະທຳນັ້ນ. |
|
| 16 |
|
| ກະສັດບໍ່ຫ່ອນຊະນະຍ້ອນອຳນາດທາງທະຫານ ທະຫານບໍ່ຫ່ອນຊະນະຍ້ອນເຫື່ອແຮງຕົນໄດ້. |
|
| 17 |
|
| ມ້າເສິກໃຊ້ການຫຍັງບໍ່ໄດ້ເພື່ອໄຊຊະນະ ກຳລັງແຂງແຮງຂອງມັນບໍ່ຊ່ວຍໃຫ້ພົ້ນໄພໄດ້. |
|
| 18 |
|
| ພຣະເຈົ້າຢາເວເຝົ້າເບິ່ງຜູ້ທີ່ເຊື່ອຟັງພຣະອົງ ຄືຜູ້ໄວ້ວາງໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນ. |
|
| 19 |
|
| ພຣະອົງຊ່ວຍພວກເຂົາໃຫ້ພົ້ນຈາກຄວາມຕາຍ ແລະຮັກສາພວກເຂົາໃຫ້ມີຊີວິດໃນຄາວອຶດຢາກ. |
|
| 20 |
|
| ພວກຂ້ານ້ອຍມີຄວາມຫວັງໃນພຣະເຈົ້າຢາເວໃດ ພຣະອົງຮັກສາແລະຊ່ວຍເຫຼືອພວກຂ້ານ້ອຍໄວ້. |
|
| 21 |
|
| ເພາະພຣະອົງນັ້ນ ພວກຂ້ານ້ອຍຈຶ່ງຍິນດີ ແລະໄວ້ວາງໃຈໃນນາມບໍຣິສຸດຂອງພຣະອົງ. |
|
| 22 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຄວາມຮັກອັນໝັ້ນຄົງຂອງພຣະອົງນັ້ນ ດຳລົງຢູ່ນຳພວກຂ້ານ້ອຍ ໃຫ້ສົມກັບວ່າໃນພຣະອົງ ພວກຂ້ານ້ອຍມີຄວາມຫວັງຢູ່. |
|
|
|
|