|
| 1 |
|
| ຂ້ານ້ອຍຈະໂມທະນາຂອບພຣະຄຸນພຣະເຈົ້າຢາເວ ຢູ່ຕະຫລອດເວລາ ແລະຈະບໍ່ຢຸດເຊົາຍ້ອງຍໍສັນລະເສີນພຣະອົງຈັກເທື່ອ. |
|
| 2 |
|
| ຂ້ານ້ອຍຈະຍ້ອງຍໍພຣະເຈົ້າຢາເວໃນສິ່ງທີ່ຊົງກະທຳ ຂໍໃຫ້ຜູ້ທີ່ຖືກຂົ່ມເຫັງຟັງແລະເບີກບານໃຈເຖີດ. |
|
| 3 |
|
| ຈົ່ງຮ່ວມກັບຂ້ອຍປະກາດວ່າພຣະເຈົ້າຢາເວຍິ່ງໃຫຍ່ ໃຫ້ພວກເຮົາສັນລະເສີນພຣະນາມຂອງພຣະອົງພ້ອມກັນ. |
|
| 4 |
|
| ຂ້ານ້ອຍພາວັນນາອະທິຖານຫາພຣະເຈົ້າຢາເວ ແລະຄຳຕອບກໍມີມາ ຊົງປົດປ່ອຍຂ້ານ້ອຍຈາກຄວາມຢ້ານທັງສິ້ນ. |
|
| 5 |
|
| ຜູ້ທີ່ຖືກຂົ່ມເຫັງ ເມື່ອເບິ່ງພຣະອົງກໍເບີກບານໃຈ ແລະພວກເຂົາຈະບໍ່ໄດ້ຖືກອັບອາຍຈັກເທື່ອ. |
|
| 6 |
|
| ຜູ້ຂາດທີ່ເພິ່ງ ເມື່ອຮ້ອງຫາພຣະເຈົ້າຢາເວແລ້ວ ຄຳຕອບກໍມີມາ ພຣະອົງຊ່ວຍເອົາລາວຈາກຄວາມເດືອດຮ້ອນ. |
|
| 7 |
|
| ເທວະດາຂອງພຣະເຈົ້າຢາເວເຝົ້າຮັກສາຜູ້ທີ່ຢຳເກງພຣະອົງ ແລະຊ່ວຍພວກເຂົາໃຫ້ພົ້ນຈາກອັນຕະລາຍໄດ້. |
|
| 8 |
|
| ຈົ່ງພິສູດດ້ວຍຕົນເອງເຖີດວ່າພຣະເຈົ້າຢາເວດີສໍ່າໃດ ຄວາມສຸກເປັນຂອງຜູ້ທີ່ປອດໄພຢູ່ໃນພຣະເຈົ້າ. |
|
| 9 |
|
| ປະຊາຊົນຂອງພຣະອົງທຸກຄົນ ຈົ່ງຢຳເກງພຣະເຈົ້າຢາເວ ຜູ້ທີ່ເຊື່ອຟັງພຣະອົງ ຕ້ອງການສິ່ງໃດກໍໄດ້ສິ່ງນັ້ນ. |
|
| 10 |
|
| ແມ່ນແຕ່ຝູງສິງກໍອຶດຢາກຍ້ອນຂາດອາຫານ ແຕ່ຜູ້ທີ່ເຊື່ອຟັງພຣະເຈົ້າຢາເວຢ່າງຈິງໃຈບໍ່ຂາດສິ່ງດີຈັກເທື່ອ. |
|
| 11 |
|
| ຈົ່ງຟັງເອົາເຖີດລູກຫລານຂອງຂ້ອຍເອີຍ ຂ້ອຍຈະແອບສອນໃຫ້ເຈົ້າຢ້ານຢຳພຣະເຈົ້າຢາເວ. |
|
| 12 |
|
| ພວກເຈົ້າມັກມ່ວນໃນຊີວິດນີ້ຊັ້ນບໍ? ຢາກໄດ້ຊີວິດຍືນຍາວແລະຄວາມສຸກຫລືບໍ່? |
|
| 13 |
|
| ເຫດສະນັ້ນ ຈົ່ງລະເວັ້ນຈາກການເວົ້າຊົ່ວຊ້າ ຢ່າໃຫ້ຄຳເວົ້າຕົວະອອກຈາກປາກຂອງເຈົ້າຈັກເທື່ອ. |
|
| 14 |
|
| ຈົ່ງຫັນໜີຈາກຄວາມຊົ່ວ ແລະເຮັດແຕ່ຄວາມດີ ໃຫ້ຕໍ່ສູ້ເພື່ອສັນຕິສຸກດ້ວຍສຸດຈິດສຸດໃຈຂອງເຈົ້າ. |
|
| 15 |
|
| ພຣະເຈົ້າຢາເວເຝົ້າເບິ່ງຄົນຊອບທຳ ແລະຟັງຄຳຮ້ອງຂໍຂອງເຂົາເຈົ້າ, |
|
| 16 |
|
| ແຕ່ພຣະເຈົ້າຢາເວຂັດຂວາງຜູ້ທີ່ເຮັດຊົ່ວທຸກຄົນ ເມື່ອພວກເຂົາຕາຍໄປກໍຈະຖືກລືມໄລໂລດ. |
|
| 17 |
|
| ຄົນຊອບທຳຮ້ອງຫາ, ພຣະເຈົ້າຢາເວກໍຊົງຮັບຟັງພວກເຂົາ ແລະຊ່ວຍກູ້ເອົາພວກເຂົາອອກຈາກຄວາມເດືອດຮ້ອນຂອງພວກເຂົາ. |
|
| 18 |
|
| ພຣະເຈົ້າຢາເວຢູ່ໃກ້ຜູ້ທີ່ຂາດກຳລັງໃຈ ພຣະອົງຊ່ວຍຜູ້ທີ່ໝົດຫວັງໃຫ້ລາວໄດ້ພົ້ນ. |
|
| 19 |
|
| ຄົນຊອບທຳທົນທຸກຕໍ່ຄວາມລຳບາກນາໆຊະນິດ ແຕ່ພຣະເຈົ້າຢາເວຊ່ວຍໃຫ້ພົ້ນຈາກສິ່ງເຫຼົ່ານີ້. |
|
| 20 |
|
| ພຣະອົງສະຫງວນເພິ່ນໄວ້ເປັນຢ່າງດີ ແມ່ນແຕ່ກະດູກເພິ່ນຊີກໜຶ່ງກໍຈະບໍ່ຖືກຫັກຖິ້ມ. |
|
| 21 |
|
| ຄວາມຊົ່ວຊ້າຈະຂ້າຄົນຊົ່ວເອງ ຜູ້ທີ່ກຽດຊັງຄົນຊອບທຳຈະຖືກລົງໂທດ. |
|
| 22 |
|
| ພຣະເຈົ້າຢາເວຈະຊົງໄຖ່ເອົາຜູ້ຮັບໃຊ້ຂອງພຣະອົງ ແລະບໍ່ມີຜູ້ໃດທີ່ມາຂໍໃຫ້ພຣະອົງຄຸ້ມຄອງຈະໄດ້ຮັບໂທດ. |
|
|
|
|