|
| 1 |
|
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຕໍ່ຕ້ານຜູ້ທີ່ຂັດຂວາງຂ້ານ້ອຍເຖີດ ໂຜດຕໍ່ສູ້ພວກທີ່ຕໍ່ສູ້ຂ້ານ້ອຍນັ້ນ |
|
| 2 |
|
| ໂຜດຈັບໂລ້ແລະເສື້ອຫຸ້ມເກາະຂອງພຣະອົງ ແລະລຸກຂຶ້ນມາຊ່ວຍກູ້ເອົາຂ້ານ້ອຍດ້ວຍ. |
|
| 3 |
|
| ຂໍຊົງໂຜດຍົກຫອກຍົກຂວານຂຶ້ນຕໍ່ສູ້ພວກທີ່ໄລ່ຕາມມາ ໂຜດສັນຍາວ່າພຣະອົງຈະຊ່ວຍຂ້ານ້ອຍໃຫ້ພົ້ນ. |
|
| 4 |
|
| ຂໍໃຫ້ພວກທີ່ຊອກສັງຫານຂ້ານ້ອຍນັ້ນ ພ່າຍແພ້ແລະເສຍໜ້າ ຂໍໃຫ້ຜູ້ທີ່ປອງຮ້າຍຂ້ານ້ອຍ ພາກັນຫັນໜີໄປທັງວຸ້ນວາຍເຖີດ |
|
| 5 |
|
| ໂຜດໃຫ້ພວກເຂົາເປັນດັ່ງຂີ້ແກບທີ່ຖືກລົມພັດປິວໄປ ຂະນະທີ່ເທວະດາຂອງພຣະເຈົ້າຢາເວໄລ່ຕິດຕາມໄປນັ້ນ |
|
| 6 |
|
| ໂຜດໃຫ້ທາງຂອງພວກເຂົາມົວມືດແລະມື່ນພະລາດໄປ ຂະນະທີ່ເທວະດາຂອງພຣະເຈົ້າຢາເວຕີພວກເຂົາລົ້ມລົງນັ້ນ. |
|
| 7 |
|
| ພວກເຂົາຫ້າງແຮ້ວໃສ່ຂ້ານ້ອຍຢ່າງບໍ່ມີເຫດຜົນ ແລະຂຸດຂຸມເລິກດັກຈັບເພື່ອໃຫ້ຕົກລົງໃນຂຸມນັ້ນ. |
|
| 8 |
|
| ແຕ່ໄພພິບັດຈະຖືກພວກເຂົາກ່ອນ ກ່ອນຮູ້ສຶກຕົວ ພວກເຂົາຈະຖືກແຮ້ວຂອງຕົນເອງ ແລະຈິບຫາຍໄປສິ້ນ. |
|
| 9 |
|
| ແລ້ວຂ້ານ້ອຍກໍຈະຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຈະດີໃຈຫລາຍເພາະພຣະເຈົ້າຢາເວໄດ້ຊ່ວຍຂ້ານ້ອຍ. |
|
| 10 |
|
| ຂ້ານ້ອຍຈະກ່າວແກ່ພຣະອົງດ້ວຍສຸດໃຈວ່າ, “ບໍ່ມີຜູ້ໃດທີ່ເໝືອນພຣະເຈົ້າຢາເວ. ພຣະອົງປົກປ້ອງຜູ້ມີແຮງນ້ອຍຈາກຜູ້ມີແຮງຫລາຍ ແລະຊ່ວຍຄົນຍາກຈົນໃຫ້ພົ້ນຈາກຄົນກົດຂີ່.” |
|
| 11 |
|
| ຄົນຊົ່ວເປັນພະຍານຕໍ່ສູ້ແລະຟ້ອງຮ້ອງຂ້ານ້ອຍ ໂດຍທີ່ຂ້ານ້ອຍບໍ່ຮູ້ຫຍັງຈັກດີ້. |
|
| 12 |
|
| ພວກເຂົາເອົາຄວາມຊົ່ວຮ້າຍຕອບແທນຄວາມດີ ແລະຂ້ານ້ອຍກໍຈົມຢູ່ໃນຄວາມສິ້ນຫວັງແລ້ວ. |
|
| 13 |
|
| ແຕ່ເມື່ອຄູ່ຕໍ່ສູ້ເຈັບໄຂ້ໄດ້ປ່ວຍ ຂ້ານ້ອຍກໍໃສ່ເຄື່ອງໄວ້ທຸກແລະທຸກໃຈດ້ວຍ ຂ້ານ້ອຍຖ່ອມຕົວດ້ວຍການອົດເຂົ້າອົດອາຫານ ແລະກໍກົ້ມຫົວພາວັນນາອະທິຖານເພື່ອ ຢ່າງບໍ່ຢຸດຢັ້ງ. |
|
| 14 |
|
| ຂ້ານ້ອຍເຮັດຕໍ່ພວກເຂົາ ເໝືອນກັບວ່າພວກເຂົາເປັນໝູ່ຫລືພີ່ນ້ອງຂອງຕົນ ກົ້ມຂາບລົງທົນທຸກ ເໝືອນດັ່ງໄວ້ອາໄລໃຫ້ແມ່ຜູ້ບັງເກີດເກົ້າ. |
|
| 15 |
|
| ແຕ່ເມື່ອໃດຂ້ານ້ອຍຕົກຢູ່ໃນຄວາມຂັດສົນ ພວກເຂົາທຸກຄົນຕ່າງກໍດີອົກດີໃຈ ມາອ້ອມຂ້ານ້ອຍໄວ້ແລະເຍາະເຍີ້ຍຫົວຂວັນ ຄົນແປກໜ້າຕົບຕີຂ້ານ້ອຍຢ່າງບໍ່ຢຸດຢັ້ງ. |
|
| 16 |
|
| ພວກເຂົາຈ້ອງຕາເບິ່ງຂ້ານ້ອຍດ້ວຍຄວາມກຽດຊັງ ດັ່ງພວກທີ່ຫຍໍ້ຫຍັນຄົນເສຍອົງຄະ. |
|
| 17 |
|
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຈະຫລຽວເບິ່ງດົນປານໃດ? ທີ່ພຣະອົງຈະຊ່ວຍກູ້ເອົາຊີວິດຂອງຂ້ານ້ອຍ ຈາກຄວາມໂຫດຮ້າຍຂອງພວກເຂົາ ຂໍຊົງໂຜດຊ່ວຍຊີວິດຂອງຂ້ານ້ອຍຈາກຝູງສິງໂຈມຕີດ້ວຍ. |
|
| 18 |
|
| ແລ້ວໃນທີ່ຊຸມນຸມຊົນນັ້ນຂ້ານ້ອຍຈະໂມທະນາຂອບພຣະຄຸນ ແລະສັນລະເສີນພຣະອົງຕໍ່ໜ້າພວກເຂົາທຸກຄົນດ້ວຍ. |
|
| 19 |
|
| ຂໍຢ່າໃຫ້ສັດຕູຄືຄົນຂີ້ຕົວະໄດ້ເອົາຊະນະຂ້ານ້ອຍ; ຂໍຢ່າໃຫ້ພວກເຂົາຍິກຄິ້ວຫລິ່ວຕາດີໃຈ ເພາະຂ້ານ້ອຍໂສກເສົ້າ. |
|
| 20 |
|
| ພວກເຂົາບໍ່ເວົ້າຈາເພື່ອກໍ່ໃຫ້ເກີດສັນຕິພາບ, ປັ້ນແຕ່ເລື່ອງຕົວະໃສ່ຂ້ານ້ອຍຜູ້ຮັກຄວາມສະຫງົບສຸກ. |
|
| 21 |
|
| ພວກເຂົາຟ້ອງຂ້ານ້ອຍໂດຍຮ້ອງໂຮຂຶ້ນວ່າ, “ຫັ້ນເດ ພວກຂ້ອຍໄດ້ເຫັນສິ່ງທີ່ເຈົ້າກະທຳ”. |
|
| 22 |
|
| ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຫັນເຫດການນີ້ ຂໍຢ່າມິດງຽບ ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຢ່າໜີໄກຈາກຂ້ານ້ອຍທ້ອນ |
|
| 23 |
|
| ຂໍຊົງໂຜດລຸກຂຶ້ນມາປົກປ້ອງ ແລະຕື່ນຂຶ້ນແກ້ຄະດີໃຫ້ຂ້ານ້ອຍແດ່. ພຣະເຈົ້າແລະອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍເອີຍ. |
|
| 24 |
|
| ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງນັ້ນຊົງຊອບທຳ ໂຜດປະກາດວ່າຂ້ານ້ອຍບໍ່ມີຄວາມຜິດດ້ວຍ ຂໍຢ່າປ່ອຍໃຫ້ສັດຕູຂອງຂ້ານ້ອຍ ດູຖູກຢຽບຫຍາມຂ້ານ້ອຍເລີຍ. |
|
| 25 |
|
| ຂໍຢ່າໃຫ້ພວກເຂົາເວົ້າໃນໃຈວ່າ, “ກຳຈັດມັນ ນີ້ແຫຼະ ຄືສິ່ງທີ່ພວກເຮົາຢາກເຮັດ”. |
|
| 26 |
|
| ຂໍໃຫ້ຄົນສົມນໍ້າໜ້າ ທີ່ເຫັນຂ້ານ້ອຍທົນທຸກ ພ່າຍແພ້ແລະສັບສົນຢ່າງໝົດສິ້ນສາເຖີດ ຂໍໃຫ້ຄົນທີ່ອ້າງວ່າຕົນດີລື່ນຂ້ານ້ອຍ ຖືກອັບອາຍຂາຍໜ້າຢ່າງເຕັມທີ່ດ້ວຍ. |
|
| 27 |
|
| ຂໍໃຫ້ຄົນທີ່ຢາກເຫັນຂ້ານ້ອຍຖືກປ່ອຍຕົວໄປ ໄດ້ໂຮຮ້ອງຍິນດີຊໍ້າແລ້ວຊໍ້າອີກວ່າ, “ພຣະເຈົ້າຢາເວຍິ່ງໃຫຍ່ ພຣະອົງພໍໃຈທີ່ເຫັນ ຄວາມຈະເລີນຮຸ່ງເຮືອງຂອງຜູ້ຮັບໃຊ້ຂອງພຣະອົງ.” |
|
| 28 |
|
| ແລ້ວຂ້ານ້ອຍກໍຈະປະກາດວ່າ, “ພຣະອົງຊອບທຳ ແລະຈະຍ້ອງຍໍສັນລະເສີນພຣະອົງທຸກວັນຕະຫຼອດໄປ.” |
|
|
|
|