|
| 1 |
|
| ຂ້າແດ່ພຣະເຈົ້າ ຈິດໃຈຂອງຂ້ານ້ອຍຫິວກະຫາຍຫາພຣະອົງ ດັ່ງກວາງນ້ອຍຫິວກະຫາຍລຳນໍ້າໃສ |
|
| 2 |
|
| ຂ້ານ້ອຍຫິວກະຫາຍຫາພຣະເຈົ້າ, ພຣະເຈົ້າອົງຊົງຊີວິດ ເມື່ອໃດຂ້ານ້ອຍຈຶ່ງຈະໄດ້ໄປຂາບລົງຢູ່ຕໍ່ໜ້າພຣະເຈົ້າ? |
|
| 3 |
|
| ຂ້ານ້ອຍຮ້ອງໄຫ້ທັງເວັນທັງຄືນ ອາຫານທີ່ກືນລົງກໍມີແຕ່ນໍ້າຕາເທົ່ານັ້ນ ເຫຼົ່າສັດຕູໄດ້ຖາມຂ້ານ້ອຍຢູ່ເລື້ອຍວ່າ, “ພຣະເຈົ້າຂອງເຈົ້າຢູ່ໃສ?” |
|
| 4 |
|
| ເມື່ອຄິດເຖິງອະດີດກໍທຸກລະທົມໃຈຫລາຍ ເມື່ອໄດ້ຍ່າງເປັນຝູງໄປສູ່ວິຫານຂອງພຣະເຈົ້າ ແລະໄດ້ພາເຂົາເຈົ້າຍ່າງຕາມຫລັງກັນໄປ ສຸກໃຈຮ້ອງລຳທຳເພງຍ້ອງຍໍສັນລະເສີນພຣະເຈົ້າ. |
|
| 5 |
|
| ເປັນຫຍັງຈຶ່ງໂສກເສົ້າແລະຍາກລຳບາກຍິ່ງ? ຈຶ່ງມອບຄວາມຫວັງໄວ້ກັບພຣະເຈົ້າແຕ່ອົງດຽວ ຄັ້ງໜຶ່ງອີກ ຂ້ານ້ອຍຈະໄດ້ຍ້ອງຍໍສັນລະເສີນພຣະອົງ ພຣະເຈົ້າ ພຣະຜູ້ໄຖ່ຂອງຂ້ານ້ອຍເອີຍ. |
|
| 6 |
|
| ຢູ່ໃນຕ່າງຖິ່ນພີ້ຂ້ານ້ອຍທຸກລະທົມໃຈ ຈຶ່ງໄດ້ແຕ່ຄິດຄະນຶງຫາພຣະອົງ. ຄື້ນແຫ່ງຄວາມໂສກເສົ້າທີ່ໄດ້ສົ່ງມາສູ່ຈິດໃຈ ດັງສັບສົນວຸ້ນວາຍ ດັ່ງນໍ້າໄຫລຖ້ວມ ດັ່ງນໍ້າຕົກຕາດດັງໄຫລສູ່ແມ່ນໍ້າຈໍແດນ ຈາກພູເຂົາເຮີໂມນແລະຈາກພູມີຊາພຸ້ນ. |
|
| 7 |
|
|
|
| 8 |
|
| ຂໍພຣະເຈົ້າຢາເວຊົງໂຜດສຳແດງ ຄວາມຮັກອັນໝັ້ນຄົງຂອງພຣະອົງ ໃນເວລາກາງເວັນແກ່ຂ້ານ້ອຍດ້ວຍ ເພື່ອຈະໄດ້ຮ້ອງເພງເວລາກາງຄືນ ຄືຄຳພາວັນນາອະທິຖານເຖິງພຣະເຈົ້າ ທີ່ຊົງໃຫ້ຊີວິດແກ່ຂ້ານ້ອຍນັ້ນ. |
|
| 9 |
|
| ຂ້ານ້ອຍທູນຖາມພຣະເຈົ້າອົງເປັນສີລາຂອງຂ້ານ້ອຍວ່າ, “ເປັນຫຍັງໜໍຈຶ່ງໄດ້ລືມໄລຂ້ານ້ອຍ? ເປັນຫຍັງໜໍຂ້ານ້ອຍຈຶ່ງຕ້ອງທົນທຸກທໍລະມານ ຈາກຄວາມໂຫດຫ້ຽມຂອງເຫຼົ່າສັດຕູນັ້ນ?” |
|
| 10 |
|
| ຂ້ານ້ອຍຖືກຢຽບຢໍ່າຍ້ອນເຂົາເວົ້ານິນທາ ພວກເຂົາຖາມຂ້ານ້ອຍຢູ່ເລື້ອຍໆວ່າ, “ພຣະເຈົ້າຂອງເຈົ້າຢູ່ໃສ?” |
|
| 11 |
|
| ເປັນຫຍັງຈຶ່ງໂສກເສົ້າແລະຍາກລຳບາກຍິ່ງ? ຂ້ານ້ອຍມອບຄວາມຫວັງໄວ້ກັບພຣະເຈົ້າ ແລະຂ້ານ້ອຍຍັງຈະຍ້ອງຍໍສັນລະເສີນພຣະອົງ ພຣະຜູ້ຊ່ວຍຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍເອີຍ. |
|
|
|
|