|
| 1 |
|
| ພຣະເຈົ້າຢາເວຍິ່ງໃຫຍ່ ແລະເປັນທີ່ສັນລະເສີນຢ່າງສູງສຸດ ໃນນະຄອນທີ່ເທິງເນີນພູສັກສິດນັ້ນ. |
|
| 2 |
|
| ຊີໂອນພູຂອງພຣະເຈົ້າສູງສົ່ງແລະງາມຫລາຍ ນະຄອນຂອງກະສັດຜູ້ຍິ່ງໃຫຍ່ທີ່ນຳເອົາຄວາມຊົມຊື່ນຍິນດີມາສູ່ທົ່ວທັງແຜ່ນດິນໂລກ. |
|
| 3 |
|
| ພຣະເຈົ້າຊີ້ໃຫ້ເຫັນວ່າພຣະອົງໃຫ້ມີຄວາມປອດໄພ ກັບພຣະອົງທີ່ປ້ອມປ້ອງກັນໃນນະຄອນນັ້ນ. |
|
| 4 |
|
| ບັນດາກະສັດຕ່າງກໍໄດ້ມາເຕົ້າໂຮມກັນ ຮ່ວມໃຈກັນໂຈມຕີພູເຂົາຊີໂອນແຫ່ງນີ້. |
|
| 5 |
|
| ແຕ່ເມື່ອເຫັນພູນີ້ແລ້ວຕ່າງກໍງຶດງໍ້ປະຫລາດໃຈ ຈຶ່ງຢ້ານກົວແລະແລ່ນປົບໜີໄປໝົດສິ້ນ. |
|
| 6 |
|
| ໃນທີ່ນັ້ນ ພວກເຂົາຕ່າງກໍຢ້ານໃຫຍ່ທັງເຈັບປວດໜັກ ດັ່ງຍິງຄົນໜຶ່ງທີ່ກຳລັງຈະເກີດລູກ |
|
| 7 |
|
| ເໝືອນດັ່ງກຳປັ່ນທີ່ຖືກຊັດໄປມາຂຶ້ນລົງເທິງນໍ້າທະເລ ໃນທ່າມກາງກະແສຟອງລົມພະຍຸອັນໂຫດຮ້າຍ. |
|
| 8 |
|
| ພວກເຮົາໄດ້ຍິນເຖິງສິ່ງທີ່ພຣະອົງກະທຳການ ແລະບັດນີ້ ພວກເຮົາກໍໄດ້ເຫັນສິ່ງເຫຼົ່ານັ້ນ ຢູ່ໃນນະຄອນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ແລ້ວ ຄືພຣະເຈົ້າຂອງພວກເຮົາໄດ້ກະທຳການ ແລະພຣະເຈົ້າຈະຮັກສາເມືອງນີ້ໃຫ້ປອດໄພຕະຫລອດໄປເປັນນິດ. |
|
| 9 |
|
| ຂ້າແດ່ພຣະເຈົ້າ ຢູ່ຂ້າງໃນພຣະວິຫານນັ້ນ ພວກຂ້ານ້ອຍຄິດເຖິງແຕ່ຄວາມຮັກອັນໝັ້ນຄົງຂອງພຣະອົງ. |
|
| 10 |
|
| ພຣະນາມຂອງພຣະອົງດັງໄປສຸດປາຍແຜ່ນດິນໂລກ ຍ້ອນຄົນທຸກໆບ່ອນຍ້ອງຍໍສັນລະເສີນພຣະເຈົ້າ ພຣະອົງປົກຄອງດ້ວຍຄວາມຍຸດຕິທຳຍິ່ງ |
|
| 11 |
|
| ຂໍໃຫ້ປະຊາຊົນຊາວຊີໂອນຈົ່ງຊົມຊື່ນຍິນດີ ເພາະພຣະອົງຕັດສິນຢ່າງຖືກຕ້ອງ ຂໍໃຫ້ເມືອງຕ່າງໆຂອງຊາວຢູດາ ຈົ່ງຊົມຊື່ນຍິນດີເຖີດ. |
|
| 12 |
|
| ປະຊາຊົນຂອງພຣະເຈົ້າ ຈົ່ງຍ່າງອ້ອມພູເຂົາຊີໂອນ ແລະພວກເຈົ້າຈົ່ງນັບຫໍຄອຍທັງຫລາຍເບິ່ງ |
|
| 13 |
|
| ຈົ່ງສັງເກດເບິ່ງກຳແພງເມືອງແລະກວດກາເບິ່ງປ້ອມປ້ອງກັນເມືອງ ເພື່ອພວກເຈົ້າຈະບອກຄົນລຸ້ນຫລັງຕໍ່ໆໄປໄດ້ວ່າ, |
|
| 14 |
|
| “ພຣະເຈົ້າອົງນີ້ເປັນພຣະເຈົ້າຂອງພວກເຮົາສືບໄປ ພຣະອົງຈະນຳພາພວກເຮົາຕະຫລອດໄປເປັນນິດ.” |
|
|
|
|