|
| 1 |
|
| ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຢາເວກ່າວຈາ ພຣະອົງເອີ້ນເອົາຄົນທົ່ວທັງໂລກາຈາກທິດຕາເວັນອອກ ເຖິງທິດຕາເວັນຕົກ. |
|
| 2 |
|
| ພຣະເຈົ້າສົ່ງແສງແຈ້ງມາຈາກພູເຂົາຊີໂອນ ຄືພຣະນະຄອນທີ່ມີຄວາມງົດງາມອັນຄົບຖ້ວນແລະສົມບູນແບບ. |
|
| 3 |
|
| ພຣະເຈົ້າຂອງພວກເຮົາກຳລັງມາຢ່າງໂດ່ງດັງ ພຣະອົງມີໄຟລຸກຢູ່ ແລະມີລົມພະຍຸອັນຮ້າຍແຮງພັດອ້ອມພຣະອົງໄວ້. |
|
| 4 |
|
| ພຣະອົງຊົງຮຽກເອີ້ນຟ້າສະຫວັນເບື້ອງເທິງແລະແຜ່ນດິນໂລກມາ ໃຫ້ເປັນພະຍານເພື່ອຕັດສິນປະຊາຊົນຂອງພຣະອົງ. |
|
| 5 |
|
| ພຣະອົງຊົງກ່າວວ່າ, “ຈົ່ງທ້ອນໂຮມເອົາພວກຄົນສັດຊື່ຕໍ່ເຮົາ ແລະນຳພວກເຂົາໃຫ້ມາຫາເຮົາພີ້ ຄືຜູ້ທີ່ໄດ້ຕົກລົງເຮັດພັນທະສັນຍາກັບເຮົາ ໂດຍການຖວາຍເຄື່ອງບູຊານັ້ນ.” |
|
| 6 |
|
| ຟ້າສະຫວັນປະກາດວ່າ ພຣະເຈົ້າຊົງຊອບທຳ ແລະຜູ້ຕັດສິນຄວາມແມ່ນພຣະອົງເອງຄືພຣະເຈົ້າ. |
|
| 7 |
|
| “ຈົ່ງຟັງເຮົາຈະກ່າວ ປະຊາຊົນຂອງເຮົາເອີຍ ເຮົາຈະເປັນພະຍານຕໍ່ສູ້ພວກເຈົ້າ ຊາດອິດສະຣາເອນເອີຍ ເພາະວ່າເຮົານັ້ນ ເປັນພຣະເຈົ້າຄືພຣະເຈົ້າຂອງພວກເຈົ້າ. |
|
| 8 |
|
| ເຮົາບໍ່ໄດ້ຕິຕຽນພວກເຈົ້າຍ້ອນເຄື່ອງບູຊາຂອງພວກເຈົ້າ ຫຼືເຄື່ອງເຜົາບູຊາທີ່ນຳມາໃຫ້ເຮົາເລື້ອຍໆນັ້ນ. |
|
| 9 |
|
| ງົວເຖິກໃນຄອກພວກເຈົ້ານັ້ນເຮົາບໍ່ຕ້ອງການ ຫລືແບ້ໃນຝູງສັດ ເຮົາກໍບໍ່ຕ້ອງການດ້ວຍ |
|
| 10 |
|
| ເພາະສັດທັງໝົດນັ້ນທີ່ຢູ່ໃນປ່າດົງພົງໄພ ຝູງງົວເທິງເນີນພູພັນໜ່ວຍກໍເປັນຂອງເຮົາທັງນັ້ນ. |
|
| 11 |
|
| ຝູງນົກຢູ່ຕາມປ່າຕ່າງໆກໍເປັນຂອງເຮົາ ທັງທຸກໆສິ່ງທີ່ມີຊີວິດຢູ່ຕາມທົ່ງນາດ້ວຍ. |
|
| 12 |
|
| ຖ້າເຮົາຫິວເຂົ້າກໍຈະບໍ່ຂໍເຂົ້າຈາກເຈົ້າກິນ ເພາະໂລກກັບທຸກໆສິ່ງກໍເປັນຂອງເຮົາທັງສິ້ນ. |
|
| 13 |
|
| ເຮົາກິນຊີ້ນຂອງງົວເຖິກຊັ້ນບໍ? ຫລືດື່ມເລືອດຂອງແບ້ເຖິກຫລືນີ້? |
|
| 14 |
|
| ຈົ່ງຖວາຍໂມທະນາຂອບພຣະຄຸນເປັນເຄື່ອງບູຊາແກ່ພຣະເຈົ້າ ຖວາຍແກ່ຜູ້ຊົງຣິດອຳນາດຍິ່ງໃຫຍ່ຕາມທີ່ເຈົ້າສາບານໄວ້. |
|
| 15 |
|
| ເມື່ອເຈົ້າຖືກເດືອດຮ້ອນ ຈົ່ງຮ້ອງຫາເຮົາ ເຮົາຈະຊ່ວຍເຈົ້າໃຫ້ພົ້ນ ແລະເຈົ້າກໍຈະຍ້ອງຍໍສັນລະເສີນເຮົາ.” |
|
| 16 |
|
| ແຕ່ພຣະເຈົ້າກ່າວຕໍ່ຄົນຊົ່ວຮ້າຍທັງຫລາຍວ່າ, “ເປັນຫຍັງເຈົ້າຈຶ່ງທ່ອງຈຳຂໍ້ຄຳສັ່ງຂອງເຮົາ? ແລະເປັນຫຍັງເຈົ້າຈຶ່ງກ່າວເຖິງເລື່ອງ ພັນທະສັນຍາຂອງເຮົານັ້ນ? |
|
| 17 |
|
| ເຈົ້າປະຕິເສດເຮົາ ກ່າວຕຳໜິຕິຕຽນ ແລະບໍ່ຍອມຮັບຂໍ້ຄຳສັ່ງຂອງເຮົາດ້ວຍ. |
|
| 18 |
|
| ເຈົ້າເປັນໝູ່ກັບຄົນຂີ້ລັກທຸກຄົນທີ່ພົບເຫັນ ແລະຄົບຫາສະມາຄົມກັບທຸກຄົນທີ່ຫລີ້ນຊູ້. |
|
| 19 |
|
| ເຈົ້າພ້ອມທີ່ຈະເວົ້າແຕ່ຄວາມຊົ່ວຮ້າຍຢູ່ສະເໝີ ເຈົ້າບໍ່ເຄີຍຫ້າມລີ້ນຂອງເຈົ້າບໍ່ໃຫ້ກ່າວຄຳຕົວະ. |
|
| 20 |
|
| ເຈົ້າພ້ອມທີ່ຈະຫາເລື່ອງໃສ່ພີ່ນ້ອງຂອງຕົນ ແລະເລັ່ງຊອກຈັບຜິດເຂົາເຈົ້າ. |
|
| 21 |
|
| ເຈົ້າໄດ້ເຮັດທຸກສິ່ງນີ້ ແຕ່ເຮົາບໍ່ໄດ້ເວົ້າຫຍັງ ສະນັ້ນ ເຈົ້າຈຶ່ງຄິດວ່າເຮົາກໍຄືກັນກັບເຈົ້າ ແຕ່ບັດນີ້ເຮົາຂໍກ່າວຕຳໜິຕິຕຽນ ແລະເຮັດໃຫ້ເລື່ອງຈະແຈ້ງຕໍ່ໜ້າເຈົ້າ. |
|
| 22 |
|
| ຈົ່ງພິຈາລະນາເຖິງເລື່ອງນີ້ໃຫ້ດີຜູ້ທີ່ມັກລືມພຣະເຈົ້າເອີຍ ຖ້າບໍ່ດັ່ງນັ້ນແລ້ວ ເຮົາຈະທຳລາຍພວກເຈົ້າໃຫ້ແຕກເປັນປ່ຽງໆ ແລະຈະບໍ່ມີຜູ້ໃດຊ່ວຍເຈົ້າໃຫ້ພົ້ນໄດ້. |
|
| 23 |
|
| ການຖວາຍໂມທະນາຂອບພຣະຄຸນເປັນການຖວາຍທີ່ໃຫ້ກຽດແກ່ເຮົາ ແລະທຸກຄົນທີ່ເຊື່ອຟັງພຣະເຈົ້າກໍຈະໄດ້ພົ້ນ.” |
|
|
|
|