Lao ພຣະຄຳພີສັກສິ 2012
|
| 1 |
| ຂ້າແດ່ພຣະເຈົ້າຢາເວ ຢ່າໂກດຮ້າຍແລະກ່າວໂທດຂ້ານ້ອຍ ຢ່າລົງໂທດຂ້ານ້ອຍເລີຍ ເມື່ອພຣະອົງໂກດຮ້າຍ |
| 2 |
| ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍອິດອ່ອນຊຸດໂຊມລົງ ຂໍຊົງໂຜດຮັກສາຂ້ານ້ອຍແດ່ທ້ອນ ຂ້າແດ່ພຣະເຈົ້າຢາເວ ໂຜດໃຫ້ກຳລັງດ້ວຍ ເພາະອິດເມື່ອຍທີ່ສຸດ ແລະຈິດໃຈພາຍໃນຂອງຂ້ານ້ອຍກໍເປັນທຸກຢ່າງໜັກໜ່ວງ |
| 3 |
| ຂ້າແດ່ພຣະເຈົ້າຢາເວ ຈິດໃຈພາຍໃນຂອງຂ້ານ້ອຍກໍເດືອດຮ້ອນໜັກ ພຣະອົງຈະລໍຖ້າດົນປານໃດຈຶ່ງຈະມາຊ່ວຍຂ້ານ້ອຍ? |
| 4 |
| ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດກັບມາ ແລະຊ່ວຍຂ້ານ້ອຍໃຫ້ພົ້ນດ້ວຍ ໂດຍພຣະເມດຕາ ຊ່ວຍກູ້ເອົາຂ້ານ້ອຍອອກຈາກຄວາມຕາຍແດ່ທ້ອນ. |
| 5 |
| ໃນແດນມໍຣະນານັ້ນຈະບໍ່ມີຜູ້ໃດຄິດເຖິງພຣະອົງ ບໍ່ມີຜູ້ໃດສັນລະເສີນພຣະອົງຢູ່ໃນທີ່ນັ້ນໄດ້. |
| 6 |
| ຂ້ານ້ອຍໂສກເສົ້າຍ້ອນອິດອ່ອນໝົດແຮງ ບ່ອນນອນກໍຊຸ່ມປຽກ ຍ້ອນຂ້ານ້ອຍຮ້ອງໄຫ້ເປັນທຸກລະທົມໃຈທຸກຄືນ ແລະໝອນກໍປຽກຊຸ່ມດ້ວຍນໍ້າຕາທີ່ໄຫລຫລັ່ງ. |
| 7 |
| ຕາຂອງຂ້ານ້ອຍກໍໃຄ່ຟອງ ເກືອບເບິ່ງບໍ່ເຫັນເພາະຮ້ອງໄຫ້ ຍ້ອນພວກສັດຕູເປັນຜູ້ນຳກໍ່ເຫດ. |
| 8 |
| ພວກເຈົ້າຄົນຊົ່ວຮ້າຍ ຈົ່ງໜີໄປຈາກຂ້ອຍສາ ພຣະເຈົ້າຢາເວໄດ້ຍິນສຽງຮ້ອງໄຫ້ຂອງຂ້ອຍແລ້ວ |
| 9 |
| ພຣະເຈົ້າຢາເວໄດ້ຟັງສຽງຮ້ອງຂໍຂອງຂ້ອຍແລ້ວ. ພຣະເຈົ້າຢາເວຈະຕອບຄຳພາວັນນາອະທິຖານຂອງຂ້ອຍ. |
| 10 |
| ສັດຕູຂອງຂ້ອຍຈະພ່າຍແພ້ຢ່າງອັບອາຍຂາຍໜ້າ ພວກເຂົາຈະຖືກຂັບໄລ່ໜີໄປດ້ວຍຄວາມສັບສົນຢ່າງກະທັນຫັນ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/006.mp3
150
6