Lao ພຣະຄຳພີສັກສິ 2012
|
| 1 |
| ຂ້ານ້ອຍລໍຄອຍດ້ວຍຄວາມອົດທົນຢ່າງຈົດຈໍ່ໃຫ້ພຣະເຈົ້າຊ່ວຍໃຫ້ພົ້ນໄພ ແລະເພິ່ງພາອາໄສພຣະອົງແຕ່ອົງດຽວເທົ່ານັ້ນ. |
| 2 |
| ພຣະອົງເທົ່ານັ້ນທີ່ປົກປ້ອງແລະຊ່ວຍຂ້ານ້ອຍໃຫ້ພົ້ນໄພ ເມື່ອພຣະອົງເປັນຜູ້ປ້ອງກັນຂ້ານ້ອຍໄວ້ ຂ້ານ້ອຍຈະບໍ່ພ່າຍແພ້ຈັກເທື່ອ. |
| 3 |
| ພວກເຈົ້າຈະໂຈມຕີຄົນໜຶ່ງໄປດົນປານໃດ ຄືຜູ້ທີ່ບໍ່ແຂງແຮງສໍ່າກັບຮົ້ວທີ່ເພພັງຊໍ້າ? |
| 4 |
| ພວກເຈົ້າມີແຕ່ຢາກໃຫ້ລາວຕົກຈາກຕຳແໜ່ງສູງ ພວກເຈົ້າພໍໃຈຫລາຍແທ້ທີ່ໄດ້ຕົວະ. ພວກເຈົ້າກ່າວຄຳຕ່າງໆ ເປັນຄຳອວຍພອນ ພາຍໃນໃຈພັດເຕັມແຕ່ຄຳສາບແຊ່ງ. |
| 5 |
| ຂ້ານ້ອຍເພິ່ງພຣະເຈົ້າແຕ່ພຽງອົງດຽວ ເພາະຄວາມຫວັງຂອງຂ້ານ້ອຍມາຈາກພຣະອົງ. |
| 6 |
| ພຣະອົງເປັນສີລາແລະຄວາມພົ້ນຂອງຂ້ານ້ອຍ ພຣະອົງເທົ່ານັ້ນເປັນຜູ້ປ້ອງກັນຂ້ານ້ອຍໄວ້ ຂ້ານ້ອຍຈະບໍ່ພ່າຍແພ້. |
| 7 |
| ຄວາມພົ້ນ ແລະກຽດສັກສີຂອງຂ້ານ້ອຍຢູ່ໃນພຣະເຈົ້າ ພຣະເຈົ້າເປັນສີລາແຫ່ງຄວາມເຂັ້ມແຂງຂອງຂ້ານ້ອຍ ແລະເປັນທີ່ລີ້ໄພຂອງຂ້ານ້ອຍ. |
| 8 |
| ຈົ່ງໄວ້ວາງໃຈໃນພຣະເຈົ້າໄດ້ທຸກເວລາ ປະຊາຊົນຂອງຂ້ອຍເອີຍ. ຈົ່ງທູນຄວາມເດືອດຮ້ອນທຸກຢ່າງໃຫ້ພຣະອົງຟັງ ເພາະພຣະອົງເປັນທີ່ເພິ່ງຂອງພວກເຮົາ. |
| 9 |
| ມະນຸດຊາດລ້ວນແຕ່ປຽບດັ່ງລົມຫາຍໃຈ ຜູ້ໃຫຍ່ຫລືຜູ້ນ້ອຍກໍຕາມ ໄຮ້ຄ່າເໝືອນກັນ. ເມື່ອນຳພວກເຂົາມາຊັ່ງເບິ່ງກໍບໍ່ມີນໍ້າໜັກຫຍັງເລີຍ ພວກເຂົາເບົາກວ່າລົມຫາຍໃຈອີກຊໍ້າ. |
| 10 |
| ຢ່າສູ່ວາງໃຈໃນກຳລັງຂອງເຈົ້າເດີ ຢ່າຫວັງຢາກໄດ້ມາຈາກການລັກໂລບ ຖ້າພວກເຈົ້າເກີດຮັ່ງຄູນມີ ເປັນດີຂຶ້ນກໍຕາມ ກໍຢ່າເພິ່ງໃນຄວາມຮັ່ງມີນັ້ນ. |
| 11 |
| ຂ້ອຍໄດ້ຍິນພຣະເຈົ້າກ່າວຫລາຍກວ່າໜຶ່ງເທື່ອວ່າ, “ຣິດອຳນາດເປັນຂອງພຣະເຈົ້າ”. |
| 12 |
| ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມຮັກຂອງພຣະອົງກໍໝັ້ນຄົງ ເພາະພຣະອົງເປັນຜູ້ປະທານບຳເໜັດລາງວັນໃຫ້ແກ່ທຸກຄົນ ຕາມຜົນການກະທຳຂອງເຂົາເຈົ້າ. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/062.mp3
150
62