Lao ພຣະຄຳພີສັກສິ 2012
|
| 1 |
| ຂ້າແດ່ພຣະເຈົ້າ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຈິດວິນຍານຂອງຂ້ານ້ອຍຫິວກະຫາຍຫາພຣະອົງ ດັ່ງດິນແຫ້ງແລ້ງທີ່ຂາດນໍ້າລໍ່ລ້ຽງສັນໃດ ເນື້ອໜັງຂອງຂ້ານ້ອຍກໍຫິວກະຫາຍຫາພຣະອົງສັນນັ້ນ. |
| 2 |
| ໂຜດໃຫ້ຂ້ານ້ອຍໄດ້ພົບພຣະອົງໃນພຣະວິຫານ ໃຫ້ຂ້ານ້ອຍເຫັນຣິດອຳນາດທັງຄວາມຍິ່ງໃຫຍ່ຂອງພຣະອົງດ້ວຍ. |
| 3 |
| ຄວາມຮັກແລະເມດຕານັ້ນກໍມີຄ່າກວ່າຊີວິດ ສະນັ້ນ ຂ້ານ້ອຍຈຶ່ງຮ້ອງເພງຍ້ອງຍໍສັນລະເສີນພຣະອົງ. |
| 4 |
| ຕາບໃດທີ່ມີຊີວິດຢູ່ ຂ້ານ້ອຍຈະຖວາຍຄຳໂມທະນາຂອບພຣະຄຸນພຣະອົງ ຂ້ານ້ອຍຈະຍົກມືຂຶ້ນຫາພຣະອົງ ພ້ອມກັບຄຳພາວັນນາອະທິຖານຮ້ອງຫາພຣະອົງ. |
| 5 |
| ຈິດໃຈຂອງຂ້ານ້ອຍຈະຊົມຊື່ນຍິນດີແລະອີ່ມໜຳສຳລານ ຂ້ານ້ອຍຈະຮ້ອງເພງຍິນດີຍ້ອງຍໍສັນລະເສີນພຣະອົງ. |
| 6 |
| ເມື່ອຂ້ານ້ອຍນອນລົງ ຂ້ານ້ອຍກໍລະນຶກຄິດເຖິງພຣະອົງ ແລະຄິດເຖິງພຣະອົງຕະຫລອດທັງຄືນ |
| 7 |
| ເພາະພຣະອົງເປັນພຣະຜູ້ໂຜດຊ່ວຍສະເໝີມາ ຂ້ານ້ອຍຈຶ່ງຮ້ອງເພງຍິນດີໃຕ້ຮົ່ມປີກຂອງພຣະເຈົ້າ. |
| 8 |
| ຂ້ານ້ອຍຕິດພັນຢູ່ກັບພຣະອົງສະເໝີ ແລະມືຂອງພຣະອົງກໍຮັກສາຂ້ານ້ອຍໄວ້ໃຫ້ປອດໄພ. |
| 9 |
| ພວກທີ່ກຳລັງຊອກຫາສັງຫານຂ້ານ້ອຍ ກໍຈະຕ້ອງລົງໄປສູ່ແດນມໍຣະນາພຸ້ນ. |
| 10 |
| ພວກເຂົາຈະຖືກຂ້າໃນສະໜາມຮົບ ຊາກສົບຂອງພວກເຂົາກໍຈະຖືກໝາປ່າກັດກິນ. |
| 11 |
| ສ່ວນກະສັດນັ້ນກໍຈະຊົມຊື່ນຍິນດີ ເພາະວ່າພຣະເຈົ້າໃຫ້ໄຊຊະນະແກ່ເພິ່ນ. ຄົນທັງຫລາຍທີ່ສັນຍາໃນພຣະນາມຂອງພຣະເຈົ້າ ກໍຈະຍ້ອງຍໍສັນລະເສີນພຣະອົງ ແຕ່ປາກຂອງຄົນຂີ້ຕົວະຈະຖືກງັບໄວ້. |
| ບັນທຶກບັນທຶກ |
https://beblia.bible:81/BibleAudio/lao2012/psalms/063.mp3
150
63