|
| 1 |
|
| ພຣະເຈົ້າລຸກຂຶ້ນແລະຕີສັດຕູແຕກກະຈັດກະຈາຍ ພວກທີ່ກຽດຊັງພຣະອົງກໍປົບໜີຢ່າງພ່າຍແພ້. |
|
| 2 |
|
| ພຣະອົງໄລ່ພວກເຂົາໜີໄປດັ່ງຄວັນໄຟຖືກລົມພັດພ່າຍ ເໝືອນຂີ້ເຜິ້ງທີ່ເປື່ອຍໃນໄຟ ຄົນຊົ່ວກໍຕາຍຢູ່ຊ້ອງໜ້າພຣະເຈົ້າ. |
|
| 3 |
|
| ແຕ່ຄົນຊອບທຳດີໃຈແລະຊົມຊື່ນຢູ່ຊ້ອງໜ້າພຣະອົງ ພວກເຂົາສຸກໃຈແລະໂຮຮ້ອງຢ່າງມ່ວນຊື່ນ. |
|
| 4 |
|
| ຈົ່ງຮ້ອງເພງແດ່ພຣະເຈົ້າ ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ ຈົ່ງຕຽມທາງໃຫ້ຜູ້ຊົງຂີ່ເມກເປັນພາຫະນະ. ພຣະເຈົ້າຢາເວແມ່ນນາມຂອງພຣະອົງ ຈົ່ງຊົມຊື່ນຍິນດີຢູ່ຊ້ອງໜ້າພຣະອົງເຖີດ. |
|
| 5 |
|
| ພຣະເຈົ້າຜູ້ທີ່ສະຖິດຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ເປັນຫ່ວງເປັນໃຍລູກກຳພ້າແລະປ້ອງກັນຮັກສາແມ່ໝ້າຍ. |
|
| 6 |
|
| ພຣະອົງໃຫ້ຄົນເປົ່າປ່ຽວມີເຮືອນຢູ່ອາໄສ ແລະໃຫ້ນັກໂທດດີໃຈເພາະມີອິດສະຫລະພາບ. ສ່ວນພວກກະບົດນັ້ນຈະຕ້ອງໄປອາໄສ ຢູ່ໃນດິນແດນທີ່ມີແຕ່ຄວາມເປົ່າປ່ຽວ. |
|
| 7 |
|
| ຂ້າແດ່ພຣະເຈົ້າ ເມື່ອພຣະອົງນຳໜ້າປະຊາຊົນໄປ ເມື່ອຄາວເດີນຂ້າມຖິ່ນແຫ້ງແລ້ງກັນດານນັ້ນ |
|
| 8 |
|
| ແຜ່ນດິນໂລກໄດ້ຫວັ່ນໄຫວໄປໝົດ ແລະຟ້າສະຫວັນກໍເທຫ່າຝົນລົງມາ ຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງພູເຂົາຊີນາຍ ຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງຊາດອິດສະຣາເອນ. |
|
| 9 |
|
| ພຣະອົງໄດ້ເທຫ່າຝົນລົງໃສ່ຢ່າງອຸດົມສົມບູນ ໃຫ້ດິນແດນທີ່ຊຸດໂຊມອຸດົມສົມບູນຂຶ້ນໃໝ່ |
|
| 10 |
|
| ປະຊາຊົນໄດ້ສ້າງເຮືອນຊານບ້ານຊ່ອງຢູ່ອາໄສ ດ້ວຍພຣະຄຸນຄວາມດີຂອງພຣະອົງ ພຣະອົງຈັດຕຽມໃຫ້ແກ່ຄົນທຸກຍາກຂັດສົນໃຫ້ມີຢູ່ມີກິນ. |
|
| 11 |
|
| ອົງພຣະຜູ້ເປັນເຈົ້າໄດ້ອອກຄຳສັ່ງບັນຊາ ແລະບັນດາຜູ້ຍິງກໍນຳໄປປະກາດວ່າ |
|
| 12 |
|
| ກະສັດກັບກອງທັບກຳລັງແລ່ນປົບໜີໄປ ພວກຜູ້ຍິງໃນເຮືອນກໍແບ່ງສິ່ງທີ່ພວກເຂົາຢຶດໄດ້. |
|
| 13 |
|
| (ເປັນຫຍັງບາງຄົນໃນພວກເຈົ້າຈຶ່ງຢູ່ໃນຄອກແກະມື້ທີ່ສູ້ຮົບນັ້ນ?) ເຖິງປານນັ້ນເໝືອນດັ່ງນົກກາງແກໃຊ້ເງິນເຄືອບປີກ ແລະຂົນຂອງມັນເຄືອບດ້ວຍຄຳສົດ. |
|
| 14 |
|
| ເມື່ອອົງຊົງຣິດອຳນາດຍິ່ງໃຫຍ່ ເຮັດໃຫ້ບັນດາກະສັດທັງຫຼາຍແຕກກະຈັດກະຈາຍໄປ ຢູ່ທີ່ນັ້ນ ມັນກໍເໝືອນຫິມະຕົກຢູ່ເທິງພູເຂົາຊານໂມນ. |
|
| 15 |
|
| ບາຊານເປັນພູເຂົາໃຫຍ່ທີ່ແຂງແກ່ນຫລາຍ ເປັນພູທີ່ມີຫລາຍຈອມຫລາຍຍອດ |
|
| 16 |
|
| ໂອ ພູເຂົາຫຼາຍຍອດເອີຍ ເປັນຫຍັງເຈົ້າຈຶ່ງຫຼຽວລົງມາຢ່າງອິດສາ ໃສ່ທີ່ເທິງພູ ບ່ອນທີ່ພຣະເຈົ້າເອງໄດ້ເລືອກເປັນບ່ອນຢູ່? ພຣະເຈົ້າຢາເວຈະຢູ່ທີ່ນັ້ນຕະຫລອດໄປ. |
|
| 17 |
|
| ດ້ວຍລົດຮົບຢ່າງດີພັນໆຄັນຂອງພຣະອົງນັ້ນ ອົງພຣະຜູ້ເປັນເຈົ້າສະເດັດມາຈາກພູເຂົາຊີນາຍ ສູ່ສະຖານທີ່ສັກສິດ. |
|
| 18 |
|
| ພຣະອົງຂຶ້ນໄປສູ່ບ່ອນສູງສຸດໂດຍນຳ ພວກຊະເລີຍຫລາຍຄົນມາພ້ອມກັບພຣະອົງ ພຣະອົງຮັບເອົາຂອງຂວັນຈາກພວກກະບົດຕໍ່ສູ້ ພຣະເຈົ້າຢາເວ ພຣະເຈົ້າກຳລັງຢູ່ທີ່ນັ້ນ. |
|
| 19 |
|
| ຈົ່ງຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ຜູ້ທີ່ແບກພາລະໜັກຂອງພວກເຮົາທຸກມື້ທຸກຄືນ ພຣະອົງເປັນພຣະເຈົ້າຜູ້ຊ່ວຍກູ້ເອົາ ພວກເຮົາໃຫ້ພົ້ນ. |
|
| 20 |
|
| ພຣະເຈົ້າຂອງພວກເຮົານັ້ນເປັນພຣະເຈົ້າ ແຫ່ງຄວາມລອດພົ້ນ. ພຣະເຈົ້າ ອົງພຣະຜູ້ເປັນເຈົ້າຊ່ວຍກູ້ໃຫ້ພົ້ນຈາກຕາຍໄດ້. |
|
| 21 |
|
| ແນ່ນອນພຣະເຈົ້າຈະຕີກະໂຫລກຫົວ ພວກສັດຕູຂອງພຣະອົງໃຫ້ໝຸ່ນທະລາຍ ຄືພວກທີ່ຂືນດຳເນີນຊີວິດ ໃນທາງແຫ່ງຄວາມຜິດບາບຂອງເຂົາເຈົ້າ. |
|
| 22 |
|
| ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ເຮົາຈະນຳສັດຕູຂອງພວກເຈົ້າ ໃຫ້ຄືນມາຈາກບາຊານ ເຮົາຈະນຳເອົາພວກເຂົາໃຫ້ກັບຄືນມາ ຈາກບ່ອນເລິກສຸດຂອງມະຫາສະໝຸດນັ້ນ |
|
| 23 |
|
| ເພື່ອວ່າພວກເຈົ້າຈະໄດ້ລູຍເລືອດຂອງພວກເຂົາໄປ ແລະຝູງໝາກໍຈະໄດ້ເລຍກິນຕາມໃຈຊອບ.” |
|
| 24 |
|
| ຂ້າແດ່ພຣະເຈົ້າ ທຸກຄົນໄດ້ເຫັນຂະບວນແຫ່ໄຊຊະນະຂອງພຣະອົງ ຜູ້ທີ່ເປັນກະສັດຂອງຂ້ານ້ອຍ ແຫ່ໄປສູ່ສະຖານທີ່ສັກສິດຂອງພຣະອົງນັ້ນ. |
|
| 25 |
|
| ພວກນັກຮ້ອງຢູ່ດ້ານໜ້າ ພວກດົນຕຼີຢູ່ດ້ານຫລັງ ທາງກາງມີພວກຍິງສາວໜຸ່ມກຳລັງຕີກອງໄປພ້ອມ. |
|
| 26 |
|
| “ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າເຖີດ ຄົນທັງຫລາຍທີ່ເປັນຊາດອິດສະຣາເອນເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວໃນທີ່ຊຸມນຸມຊົນທັງຫລາຍ.” |
|
| 27 |
|
| ເບັນຢາມິນເປັນເຜົ່ານ້ອຍທີ່ສຸດໃຫ້ມາກ່ອນ ແລ້ວຜູ້ນຳເຜົ່າຢູດາພ້ອມໝວດໝູ່ຂອງພວກຕົນ ທັງພວກຜູ້ນຳເຜົ່າເຊບູໂລນແລະເນັບທາລີ ກໍໃຫ້ພາກັນເດີນຕິດຕາມໄປນຳດ້ວຍ. |
|
| 28 |
|
| ຂ້າແດ່ພຣະເຈົ້າ ຂໍຊົງໂຜດສຳແດງຣິດອຳນາດຂອງພຣະອົງ; ຂ້າແດ່ພຣະເຈົ້າ ດັ່ງທີ່ພຣະອົງເຄີຍກະທຳເພື່ອນຳພາພວກຂ້ານ້ອຍນັ້ນ. |
|
| 29 |
|
| ຈາກພຣະວິຫານຂອງພຣະອົງໃນນະຄອນເຢຣູຊາເລັມ ບ່ອນທີ່ບັນດາກະສັດນຳຂອງຂວັນມາຖວາຍໃຫ້ພຣະອົງ. |
|
| 30 |
|
| ຈົ່ງນາບຂູ່ສັດປ່າທີ່ຢູ່ທ່າມກາງຕົ້ນອໍ້ທັງຫລາຍ ຄືຝູງງົວເຖິກແລະລູກຂອງມັນ ທີ່ຢູ່ທ່າມກາງບັນດາຊົນຊາດທັງປວງ ຈົນກວ່າພວກເຂົາທັງໝົດຈະຍອມຢູ່ໃຕ້ບັງຄັບແລະນຳເອົາເງິນມາຖວາຍ ຈົ່ງຕີພວກເຂົາໃຫ້ແຕກກະຈັດກະຈາຍ ຄືພວກທີ່ມັກເຮັດເສິກສົງຄາມ. |
|
| 31 |
|
| ບັນດາຄະນະທູດຈະມາຈາກເອຢິບ ຊາວເອທີໂອເປຍຈະຍົກມືພາວັນນາອະທິຖານຫາພຣະເຈົ້າ. |
|
| 32 |
|
| ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າເຖີດ ບັນດາອານາຈັກແຫ່ງໂລກເອີຍ ຈົ່ງຮ້ອງເພງຖວາຍຄຳຍ້ອງຍໍສັນລະເສີນ ແກ່ອົງພຣະຜູ້ເປັນເຈົ້າເຖີດ |
|
| 33 |
|
| ຜູ້ໃຊ້ຟ້າສະຫວັນເປັນພາຫະນະ ຄືຜູ້ໃຊ້ຟ້າສະຫວັນແຕ່ດຶກດຳບັນ. ຈົ່ງຟັງຜູ້ທີ່ເປັ່ງສຽງຮ້ອງດ້ວຍຣິດອຳນາດ. |
|
| 34 |
|
| ຈົ່ງປະກາດເຖິງຣິດທານຸພາບຂອງພຣະເຈົ້າ ພຣະສະຫງ່າຣາສີທີ່ປົກຄຸມເໜືອອິດສະຣາເອນ ແລະຄວາມຍິ່ງໃຫຍ່ຂອງພຣະອົງຢູ່ເໜືອທ້ອງຟ້າ. |
|
| 35 |
|
| ພຣະເຈົ້າ ພຣະອົງເປັນທີ່ໜ້າຢຳເກງໃນພຣະວິຫານອັນສັກສິດຂອງພຣະອົງ ແຕ່ພຣະວິຫານອັນສັກສິດຂອງພຣະອົງນັ້ນ ຄືພຣະເຈົ້າແຫ່ງຊາດອິດສະຣາເອນ ຜູ້ໃຫ້ພະລັງ ແລະອຳນາດແກ່ປະຊາຊົນຂອງພຣະອົງ. ສັນລະເສີນພຣະເຈົ້າ. |
|
|
|
|